ກົມໃຫຍ່ສັນຕິບານ ສະຫຼຸບການຊີ້ນຳ-ນຳພາປະຈຳໄຕມາດ IV

0
1410

ກົມໃຫຍ່ສັນຕິບານ ກະຊວງ ປກສ  ສະຫຼຸບການຊີ້ນໍາ-ນໍາພາ ການເຄື່ອນໄຫວວຽກງານຂອງຄະນະພັກກົມໃຫຍ່ ປະຈຳໄຕມາດ IV  ປີ 2018 ແລະ ທິດທາງແຜນການໄຕມາດ I ປີ 2019 ໂດຍການເປັນປະທານຂອງ ພົຈວ ບຸນມີ ແສງຄໍາຢອງ  ຄະນະປະຈຳພັກກະຊວງ ເລຂາຄະນະພັກກົມໃຫຍ່ສັນຕິບານ, ມີຄະນະພັກ, ຄະນະບັນຊາ, ພະນັກງານ-ນັກຮົບ ພາຍໃນກົມເຂົ້າຮ່ວມ.

ພົຈວ ບຸນມີ ແສງຄໍາຢອງ

ພັທ ວົງດາລາ ຄໍາຮຸ່ງ ຄະນະພັກກົມໃຫຍ່ສັນຕິບານ ຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບການຊີ້ນໍານໍາພາ-ເຄື່ອນໄຫວ ຂອງຄະນະພັກ ກົມໃຫຍ່ສັນຕິບານ ປະຈຳໄຕມາດ  IV ປີ 2018 ວ່າ:

ຄະນະພັກ, ຄະນະບັນຊາ, ພະນັກງານ-ນັກຮົບ ພາຍໃນກົມເຂົ້າຮ່ວມ

ຄະນະພັກ-ຄະນະບັນຊາກົມໃຫຍ່ສັນຕິບານ ໄດ້ເອົາໃຈໃນການຊີ້ນໍາ-ນໍາພາວຽກງານສຶກສາອົບຮົມການເມືອງແນວ-ຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ດ້ວຍວິທີການຕ່າງໆຢ່າງເປັນປົກກະຕິ ເປັນຕົ້ນແມ່ນການຈັດຕັ້ງເຊື່ອມຊຶມມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດ ແລະ ບັນດາມະຕິ, ຄໍາສັ່ງຂອງຂັ້ນເທິງ ພ້ອມທັງໄດ້ເປີດກອງປະຊຸມຄະນະປະຈໍາພັກແຕ່ລະເດືອນເພື່ອກວດກາຄືນບັນດາທິດທາງແຜນການ, ວຽກງານທີ່ເຮັດໄດ້ ແລະ ວຽກງານທີ່ຍັງຄ້າງຄາໃນເດືອນຜ່ານມາ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

ການເຄື່ອນໄຫວວຽກງານຂອງຄະນະພັກກົມໃຫຍ່

ສໍາລັບທິດທາງແຜນການໄຕມາດ I ປີ 2019, ຄະນະພັກກົມໃຫຍ່ສັນຕິບານຈະສືບຕໍ່ຊີ້ນໍາ-ນໍາພາສະມາຊິກພັກ, ພະນັກງານ-ນັກຮົບເຊື່ອມຊຶມເນື້ອໃນເອກະສານ 7 ໂຄງການ 122  ກິດຈະກໍາໃຫ້ບັນດາກົມວິຊາສະເພາະໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ເພື່ອຈັດຕັ້ງປະຕິບັດໂຄງການ ແລະ ກິດຈະກໍາຂອງກົມໃຫຍ່ສັນຕິບານ  ວາງອອກໃຫ້ຖືກຕ້ອງຕາມທິດຊີ້ນໍາຂອງຂັ້ນເທິງໃຫ້ມີຜົນສໍາເລັດ.