ຮອງລັດຖະມົນຕີ ປກສ ຕ້ອນຮັບການເຂົ້າພົບປະຂອງ ປະທານບໍລິສັດ MK-SP

0
1384

ວັນທີ 21 ມັງກອນ 2019, ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ດຣ. ອາເລັກເຊ ຊາລີມອນ ( Dr. Alexey V. SALIMON) ຮອງປະທານບໍລິສັດ MK-SP ພ້ອມຄະນະ ໂດຍມີຕາງໜ້າພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ດຣ. ອາເລັກເຊ ຊາລີມອນ ໄດ້ກ່າວວ່າ:

ທ່ານຂໍສະແດງຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານກ່ຽວກັບ ໂຄງການໜັງສືຜ່ານແດນເອເລັກໂຕຼນິກ ( ອີ-ພາສປອດ ) ທີ່ຮ່ວມກັບ ກະຊວງການຕ່າງປະເທດ ສປປ ລາວ

ເປັນຕົ້ນແມ່ນກ່ຽວກັບວຽກງານກວດຄົນເຂົ້າ-ອອກເມືອງ ໂດຍຜ່ານດ່ານສາກົນຢູ່ຂອບເຂດທົ່ວປະເທດ ດ້ວຍການຕິດຕັ້ງອຸປະກອນເຕັກນິກທັນສະໄໝ ເຂົ້າໃນການກວດໜັງສືຜ່ານເເດນ ເພື່ອຮັບປະກັນໃຫ້ການກວດຄົນເຂົ້າ-ອອກເມືອງ ມີຄວາມເປັນລະບຽບຮຽບຮ້ອຍ, ວ່ອງໄວ ແລະ ຖືກຕ້ອງຕາມລະບຽບກົດໝາຍ ແນໃສ່ເຮັດໃຫ້ພາຍໃນປະເທດມີຄວາມສະຫງົບ-ປອດໄພໂດຍພື້ນຖານ.

ທ່ານ ດຣ. ອາເລັດເຊ ຊາລີມອນ ມອບຂອງຂວັນໃຫ້ແກ່ ພົຕ ກົງທອງ ພົງວິຈິດ

ໂອກາດດຽວກັນ, ຮອງລັດຖະມົນຕີກະຊວງ ປກສ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງປະທານບໍລິສັດ MK-SP ພ້ອມຄະນະ ທີ່ເຫັນໄດ້ຄວາມສໍາຄັນຂອງວຽກງານກວດຄົນເຂົ້າ-ອອກເມືອງ ຢູ່ດ່ານສາກົນຕ່າງໆ ພາຍໃນ ສປປ ລາວ ແລະ ໃຫ້ການຊ່ວຍເຫຼືອດ້ານອຸປະກອນການຕິດຕັ້ງກວດກາອື່ນໆ, ວຽກງານດັ່ງກ່າວ ແມ່ນວຽກງານໜຶ່ງທີ່ສຳຄັນຢ່າງຍິ່ງ ເຊິ່ງ ກະຊວງ ປກສ ກໍຄື: ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕະຫຼອດໄລຍະຜ່ານມາຢ່າງເຂັ້ມງວດ.

ມີຕາງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ

ດັ່ງນັ້ນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄວາມເປັນລະບຽບຮຽບຮ້ອຍສອງພາກສ່ວນ ຈະໄດ້ພ້ອມກັນສືບຕໍ່ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ ເພີ່ມທະວີຕິດຕັ້ງອຸປະກອນເຕັກນິກທີ່ທັນສະໄໝ ຢູ່ບັນດາດ່ານສາກົນຕ່າງໆ ເພື່ອເຮັດໃຫ້ວຽກງານວິຊາສະເພາະມີຜົນສຳເລັດ.