ມອບ-ຮັບ ຍົນບິນຝຶກແອບ-ສູ້ຮົບ ຍັກ 103

0
1991
ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກັບ ບໍລິສັດໂລສ໌ ບາລາໂບນ ເອັກສະປອດ ແຫ່ງສະຫະພັນລັດເຊຍ

ພິທີມອບ-ຮັບຍົນບິນຝຶກແອບ-ສູ້ຮົບ ຍັກ 130 ຈໍານວນ 4 ລໍາ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກັບ ບໍລິສັດໂລສ໌ ບາລາໂບນ ເອັກສະປອດ ແຫ່ງ ສະຫະພັນລັດເຊຍ ໃນວັນທີ 21 ມັງກອນ 2019, ກ່າວມອບໂດຍ ທ່ານ ອາເລັກຊັງເດີ ເມລິກດາ ວີດ໊ອບ ຕາງໜ້າບໍລິສັດໂລສ໌ ບາລາໂບນ ເອັກສະປອດ ແລະ ກ່າວຮັບໂດຍ ພົຕ ປະສິດ ທ່ຽງທໍາ  ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ເຂົ້າຮ່ວມເປັນສັກຂີພະຍານມີ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈໍາ ສປປ ລາວ ແລະ ຕາງໜ້າຈາກ ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ ແລະ ບັນດາທ່ານແຂກຮັບເຊີນຝ່າຍສະຫະພັນລັດເຊຍ ເຂົ້າຮ່ວມ.

ບັນດາທ່ານແຂກຮັບເຊີນຝ່າຍສະຫະພັນລັດເຊຍ

ທ່ານ ອາເລັກຊັງເດີ ເມລິກດາ ວີດ໊ອບ ກ່າວວ່າ:

ທ່ານ ອາເລັກຊັງເດີ ເມລິກດາ ວີດ໊ອບ

ການມອບຍົນບິນຝຶກແອບ-ສູ້ຮົບ ຍັກ 130 ຈໍານວນ 4 ລໍາ ໃນຄັ້ງນີ້ ເປັນການປະກອບສ່ວນ ແລະ ສະໜອງເຮືອບິນອາຍພົ່ນໃນການສູ້ຮົບໃຫ້ ກໍາລັງປະກອບອາວຸດຂອງກອງທັບ ສປປ ລາວ ເພື່ອພັດທະນາກໍາລັງໃຫ້ມີຂຶ້ນເຂັ້ມແຂງ ແລະ ທັນສະໄໝ ທັງເປັນຂີດໝາຍອັນສໍາຄັນໃນການຂະຫຍາຍຕົວຢ່າງຕັ້ງໜ້າ ໃນການພົວພັນຮ່ວມມືດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ສະຫະພັນລັດເຊຍ ໃຫ້ມີຄວາມເລິກເຊິ່ງຂຶ້ນອີກບາດກ້າວ.

ບັນດາທ່ານແຂກຮັບເຊີນຝ່າຍສະຫະພັນລັດເຊຍເຂົ້າຮ່ວມ

ພົຕ ປະສິດ ທ່ຽງທໍາ ກ່າວວ່າ:

ພົຕ ປະສິດ ທ່ຽງທໍາ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ

ການໄດ້ຮັບຍົນບິນຝຶກແອບ-ສູ້ຮົບດັ່ງກ່າວນີ້ ຖືເປັນການປະກອບສ່ວນອັນສໍາຄັນໃນການຍົກສູງລະດັບຄວາມສາມາດໃນການປະຕິບັດໜ້າທີ່ຂອງ ກອງທັບປະຊາຊົນລາວ ໃຫ້ສູງຂຶ້ນ, ເປັນການສ້າງຄວາມເຂັ້ມແຂງ ແລະ ເພີ່ມທະວີປະສິດທິພາບໃນການປັບປຸງກໍ່ສ້າງກອງທັບ ໃນການປົກປັກຮັກສາເຂດນໍ້າແດນດິນ ແລະ ນ່ານຟ້າຂອງ ສປປ ລາວ ໄວ້ໄດ້ຢ່າງໝັ້ນຄົງ.

ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ
ຝ່າຍລາວທີ່ເຂົ້າຮ່ວມໃນພິທີມອບ-ຮັບຍົນບິນ