ໂຮງຮຽນວັດທະນະທໍາຊົນ ເຜົ່າເດັກກໍາພ້າ ( ຮ ວ ດ ) ຫຼັກ 67 ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດຕັ້ງເຊື່ອມຊຶມເອກະສານການສ້າງແຜນກຳນົດພະນັກງານນໍາພາ-ບັນຊາໃນກຳລັງປ້ອງກັນຄວາມສະຫງົບ, ໃນວັນທີ 19 ມີນາຜ່ານມາ ເພື່ອເຮັດໃຫ້ຄະນະ ພັກ-ຄະນະອໍານວຍການ ແລະ ພະນັກງານຄູ-ອາຈານ ຮັບຮູ້ເຂົ້າໃຈເລິກເຊິ່ງ ແລະ ມີຄວາມເປັນເອກະພາບໃນການປະຕິບັດຕົວຈິງເຮັດໃຫ້ວຽກງານຄຸ້ມຄອງພະນັກງານມີຄວາມເປັນເອກະພາບຕໍ່ວຽກງານຄຸ້ມຄອງພະນັກງານແຕ່ລະຂັ້ນໃຫ້ມີຄວາມຄ່ອງຕົວ, ເຜີຍແຜ່ໂດຍ ພັອ ສີພັນດອນ ຫວ່າງບົວຊົງ ຄະນະປະຈໍາພັກກົມໃຫຍ່, ຫົວໜ້າຄະນະບັນນາທິການຂ່າວສານ ປກສ.

ເອກະສານທີ່ນໍາມາເຊື່ອມຊຶມໃນຄັ້ງນີ້ ປະກອບມີ 4 ເອກະສານ ຄື: ເອກະສານຄໍາສັ່ງຂອງຄະນະບໍລິຫານງານພັກກະຊວງ ປກສ ເລກທີ 02/ຄພປກສ ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນໃນທົ່ວອົງຄະນະພັກກະຊວງ ປກສ; ຄໍາສັ່ງແນະນໍາຂອງຄະນະບໍລິຫານງານພັກກະຊວງ ປກສ ເລກທີ 03/ຄພປ ກສ ວ່າດ້ວຍການກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນໃນກຳລັງ ປກສ; ມະຕິຂອງຄະນະບໍລິຫານງານພັກກະຊວງ ປກສ ເລກທີ 38/ຄພ ປກສ, ວ່າດ້ວຍມາດຖານຂອງພະນັກງານນໍາພາ-ບັນຊາໃນກຳລັງ ປກສ; ເອມະຕິຂອງຄະນະບໍລິຫານງານພັກກະຊວງ ປກສ ເລກທີ 40/ ຄພປກສ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງພະ ນັກງານຢູ່ໃນກຳລັງ ປກສ ແລະ ມະຕິຂອງຄະນະບໍລິຫານງານພັກກະຊວງ ປກສ ເລກທີ 39/ຄພປກສ, ວ່າດ້ວຍການຂຶ້ນແຜນກໍານົດພະນັກງານນໍາພາ-ບັນຊາໃນກຳລັງ ປກສ ສະເພາະເອກະສານ ວ່າດ້ວຍການຂຶ້ນແຜນກຳນົດພະນັກງານນໍາພາ-ບັນຊາໃນກຳລັງ ປກສ ໄດ້ມີເນື້ອໃນບາງຕອນວ່າ: ແຜນກໍານົດພະນັກງານ ໝາຍເຖິງແຜນຄາດຄະເນໃນໄລຍະຍາວກ່ຽວກັບເປົ້າໝາຍບຸກຄະລາກອນສືບທອດປ່ຽນແທນ, ບັນດາຕໍາແໜ່ງຊີ້ນໍາ-ບັນຊາຢູ່ແຕ່ລະກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ, ປກສ ນະຄອນຫຼວງວຽງຈັນ, ປກສ ນະຄອນ, ປກສ ເມືອງ, ເປັນແຜນຍຸດທະສາດທີ່ສໍາຄັນຂອງວຽກງານພະນັກງານ ເພາະແຜນກຳນົດພະນັກງານເປັນບ່ອນອີງສໍາຄັນໃນການບໍາລຸງ-ກໍ່ສ້າງພະນັກງານ ແລະ ການຕີລາຄາ, ການສັບຊ້ອນ, ການຈັດວາງພະນັກງານສອດຄ່ອງກັບກົງຈັກການຈັດຕັ້ງຖືກກັບຄວາມຮູ້-ຄວາມສາມາດຂອງພະນັກງານ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 20 ມີນາ 2019, ກອງພັນ 205 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ກໍໄດ້ຈັດຕັ້ງເຊື່ອມຊຶມເອກະສານການສ້າງແຜນກຳນົດພະນັກງານນໍາພາ-ບັນຊາໃນກຳລັງປ້ອງກັນຄວາມສະຫງົບ ເຊັ່ນດຽວກັນ ເຜີຍແຜ່ໂດຍ ພັທ ຈັນທອນ ແກ້ວມະນີວົງ ຫົວໜ້າກອງພັນ 205, ມີພະນັກງານ-ນັກ ຮົບອ້ອມຂ້າງເຂົ້າຮ່ວມ.