ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ໄດ້ນໍາກໍາລັງຕໍາຫຼວດວິຊາສະເພາະເຂົ້າຈັບຕົວເປົ້າໝາຍ 2 ຄົນ ທີ່ລັກລອບຄ້າຂາຍຢາເສບຕິດ ປະເພດຢາບ້າ ພ້ອມຂອງກາງ 100.000 ກວ່າເມັດທີ່ພວມຊື້-ຂາຍໃຫ້ກັນຢູ່ເສັ້ນທາງເລກທີ 9 ເຂດບ້ານສະໜູນ ເມືອງພະລານໄຊ ແຂວງສະຫວັນນະ ເຂດ, ໃນວັນທີ 8 ມີນາ 2019. ຜູ້ຖືກຫາທັງສອງຄົນ ຊື່ ທ້າວ ວຽງແກ້ວ ອາຍຸ 22 ປີ ແລະ ທ້າວ ຄຳຫຼ້າ ອາຍຸ 32 ປີ ທັງສອງຄົນ ຢູ່ບ້ານຄຳສີດາ ເມືອງຈຳພອນ ແຂວງສະຫວັນນະເຂດ.

ເຈົ້າໜ້າທີ່ຕຳຫຼວດ ໃຫ້ຮູ້ວ່າ: ພວກກ່ຽວທັງສອງຄົນເປັນເປົ້າໝາຍຕິດຕາມຕົວຂອງເຈົ້າໜ້າທີ່ມາໄລຍະໜຶ່ງແລ້ວ ເນື່ອງຈາກວ່າເປັນໜຶ່ງໃນເຄືອຂ່າຍຄ້າຂາຍຢາເສບຕິດລາຍໃຫຍ່. ຮອດວັນທີ 8 ມີນາ 2019, ໄດ້ສືບຮູ້ວ່າພວກ ກ່ຽວແມ່ນກໍາລັງນໍາເອົາຢາບ້າຈໍານວນຫຼາຍໄປສົ່ງໃຫ້ຜູ້ສັ່ງຊື້ຢູ່ແຄມທາງເລກທີ 9 ເຂດບ້ານສະໜູນ ເມືອງພະລານໄຊ. ຈາກນັ້ນ, ຈຶ່ງຈັດກໍາລັງຕໍາຫຼວດວິຊາສະເພາະໄປຕິດຕາມພວກກ່ຽວຢູ່ຈຸດນັດສົ່ງ.

ຜ່ານການຕິດຕາມຮອດເວ ລາ 12:00 ໂມງ ຂອງວັນດຽວກັນ, ເຈົ້າໜ້າທີ່ພົບເຫັນເປົ້າໝາຍເຄື່ອນໄຫວຂີ່ລົດໃຫຍ່ ແລະ ລົດຈັກໄປຈອດຢູ່ຈຸດນັດໝາຍ. ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈຶ່ງເຂົ້າຈັບຕົວພວກກ່ຽວທັງສອງຄົນ ແລະ ຢຶດຢາບ້າ ຈຳນວນ 59 ມັດ ເທົ່າກັບ 118.000 ເມັດ, ລົດກະບະວີໂກ້ 1 ຄັນ, ລົດຈັກ 1 ຄັນ, ປືນປະດິດສັ້ນ 1 ກະບອກ, ພ້ອມລູກກະສຸນ 1 ລູກ ແລະ ໂທລະສັບ 4 ເຄື່ອງ; ສ່ວນຜູ້ຮັບຊື້ຢາບ້າຈໍານວນດັ່ງກ່າວແມ່ນເອົາຕົວຫຼົບໜີ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ພວມສືບສວນຫາຜູ້ຮ່ວມຂະບວນການ ເພື່ອຕິດຕາມຈັບຕົວໄປດໍາເນີນຄະດີຕາມກົດໝາຍ.