ກົມສື່ສານ ປາຖະກະຖາມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ

ກົມສື່ສານ ກະຊວງ ປກສ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ (22 ມີນາ 1956-22 ມີນາ 2019), ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ( 5 ເມສາ 1961-5 ເມສາ 2019 ) ແລະ ວັນແມ່ຍິງສາກົນ ຄົບຮອບ 109 ປີ ( 8 ມີນາ 1910 -8 ມີນາ 2019 ) ໃນວັນທີ 21 ມີນາ 2019, ປາຖະກະຖາໂດຍ ພັທ ບົວຜັນ ສີສະຫວັດ ແລະ ພັທ ວັນນະຄອນ ໄພໂລດ ຮອງຫົວໜ້າກົມສື່ສານ ມີບັນດາຄະນະພັກ-ຄະນະກົມ, ຫົວໜ້າ-ຮອງພະແນກ ແລະ ພະນັກ ງານ-ນັກຮົບພາຍໃນ ກົມເຂົ້າຮ່ວມ.

ພັທ ບົວຜັນ ສີສະຫວັດ ປາຖະກະຖາວ່າ: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ແມ່ນມີມູນເຊື້ອທີ່ເຕີບໃຫຍ່ຂະຫຍາຍຕົວໃນການຕໍ່ສູ້ຕີເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ, ມີມູນເຊື້ອ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ດັ່ງນັ້ນ, ມາປີ 1930 ປະທານ ໂຮ່ຈີມິນ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ ເພື່ອນຳພາຂະບວນການຕໍ່ສູ້ຂອງປະຊາຊົນ 3 ຊາດ ອິນດູຈີນ, ປີ 1893 ຝຣັ່ງໄດ້ເຂົ້າມາຍຶດຄອງລາວເປັນຫົວເມືອງຂຶ້ນ, ປະຊາຊົນລາວ ຖືກກົດຂີຂູດຮີດ ຢ່າງໜັກໜ່ວງ ແລະ ປ່າເຖື່ອນ; ຈາກນັ້ນ, ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ພ້ອມກັນລຸກຂຶ້ນຕໍ່ຕ້ານແອກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ ຢ່າງອົງອາດກ້າຫານເປັນຂະບວນກວ້າງຂວາງ ແລະ ຕໍ່ເນື່ອງ, ມາຮອດປີ 1934 ອົງຄະນະພັກແຄວ້ນລາວ ກໍໄດ້ຮັບການສ້າງຕັ້ງຂຶ້ນ, ເມື່ອມີພັກນຳພາການຕໍ່ສູ້ ຂອງປະຊາຊົນນັບມື້ແມ່ນໄດ້ຮັບໄຊຊະນະເປັນກ້າວໆ, ພັກເຮົາໄດ້ເດັດດ່ຽວນໍາພາປວງຊົນລຸກຮືຂຶ້ນຍຶດອຳນາດ, ຍາດເອົາອຳນາດການປົກຄອງໃນທົ່ວປະເທດພວກລ່າເມືອງຂຶ້ນຝຣັ່ງ ແລ້ວປະກາດຄວາມເປັນເອກະລາດຂອງປະເທດລາວຕໍ່ໂລກ ເມື່ອວັນທີ 12 ຕຸ ລາ 1945.

ທ່ານໄດ້ຍົກໃຫ້ຮູ້ເຖິງການກຳ ເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໂດຍແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານພາຍໃຕ້ຄັນທຸງປະຕິວັດ ແລະ ຄວາມໄວ້ເນື້ອເຊື່ອໃຈເປັນກຳລັງທີ່ຢືນຢູ່ແຖວໜ້າໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ຮັບປະກັນຄວາມໝັ້ນຄົງຂອງຊາດ, ສະກັດກັ້ນຕ້ານກົນອຸບາຍມ້າງເພ, ແບ່ງແຍກສ້າງຄວາມປັ່ນປວນ ກໍ່ຄວາມບໍ່ສະຫງົບ ແລະ  ການປະຕິບັດໜ້າທີ່ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການປ້ອງກັນຜູ້ນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນກອງປະຊຸມລະດັບຊາດ-ລະດັບສາກົນ ໃຫ້ມີຄວາມປອດໄພ; ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກຳລັງປະກອບອາວຸດຂອງພັກ ທີ່ໄດ້ສືບທອດມູນເຊື້ອອັນພິລະອາດຫານບໍ່ຍອມຈຳນົນ, ຍາມໃດກໍເດັດດ່ຽວໜຽວແໜັ້ນ ມີຄວາມອາດຫານບໍ່ຫວັ່ນໄຫວ, ບໍ່ຄອນແຄນຕໍ່ຂໍ້ອຸປະສັກໃດໆ, ມີໄຫວພິບເພື່ອຕີເອົາຊະນະສັດຕູ ຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ຍິ່ງສູ້ຮົບກໍຍິ່ງມີໄຊຊະນະເປັນກ້າວໆ ສາມາດຕີເອົາຊະນະຈັກກະພັດ ແລະ ປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນໃນປີ 1975 ແລະ ໄດ້ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງເຖິງປັດຈຸ ບັນ.

ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສຳຄັນ ເຊິ່ງເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງໃນການທວງເອົາສິດສະເໝີພາບ ປະຊາທິປະໄຕ ຄືນສູ່ປະເທດຊາດ ແລະ ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ເງິນເດືອນເທົ່າກັນ, ຕ້ອງມີ ລະບອບປ້ອງກັນສຸຂະພາບຕໍ່ແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບ ຂອງໂລກ”.

ໂອກາດດຽວກັນ, ໃນພິທີຍັງໄດ້ເຜີຍເອກະສານຄຳສັ່ງຂອງ ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ເລກທີ 02/ຄພປກສ, ລົງວັນທີ 2 ພະຈິກ 2018 ວ່າດ້ວຍການກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ, ຄຳສັ່ງແນະນຳຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ເລກທີ 03/ຄພປກສ, ລົງວັນທີ 12 ພະຈິກ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃນທົ່ວກຳລັງປ້ອງກັນຄວາມສະຫງົບ, ມະຕິຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ເລກ ທີ 38-39/ຄພປກສ, ລົງວັນທີ 2 ພະຈິກ 2018 ແລະ ມະຕິຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ເລກທີ 39/ຄພປກສ, ລົງວັນທີ 2 ພະຈິກ 2018 ວ່າດ້ວຍມາດຖານຂອງພະນັກງານນຳພາ-ບັນຊາໃນກຳລັງ ປກສ ວ່າດ້ວຍການຂຶ້ນແຜນກຳນົດພະນັກງານນຳພາ-ບັນຊາ ໃນກຳລັງ ປກສ ເພື່ອໃຫ້ແຕ່ລະສະຫາຍໄດ້ຮັບຮູ້ເນື້ອໃນເອກະສານດັ່ງກ່າວ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຕົນໃຫ້ໄດ້ຮັບ ໝາກຜົນສູງສຸດ.