ໃນໄລຍະຜ່ານມາ, ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນໃນຂອບເຂດທົ່ວປະເທດ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດຢ່າງຕັ້ງໜ້າໃນການແກ້ໄຂສະພາບການສັນຈອນແອອັດ ແລະ ອຸບັດຕິເຫດຕາມທ້ອງຖະໜົນ, ໃນສະພາບຄວາມເປັນຈິງ ກໍເຫັນວ່າສະພາບການສັນຈອນແມ່ນມີຄວາມສັບສົນພໍສົມຄວນ, ການເກີດອຸບັດຕິເຫດກໍມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະເດືອນ, ເຊິ່ງບັນຫາດັ່ງກ່າວພາກສ່ວນທີ່ກ່ຽວຂ້ອງຕ້ອງແກ້ໄຂຢ່າງຈິງຈັງ, ແກ້ຖືກຈຸດ, ຖືກເປົ້າໝາຍ ແລະ ຕ້ອງຈັດຕັ້ງປະຕິບັດວຽກງານຢ່າງເປັນປົກກະຕິ ເພື່ອຈະເຮັດໃຫ້ຫຼຸດຜ່ອນການຈະລາຈອນແອອດ ແລະ ອຸບັດຕິເຫດ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ສະພາບການຈະລາຈອນແອອັດ ມີສາເຫດມາຈາກການເພີ່ມຂຶ້ນຂອງຍານພາຫະນະ, ປັດຈຸບັນນະຄອນຫຼວງວຽງຈັນ ມີພາຫະນະຂຶ້ນທະບຽນປະມານ 800.000 ກວ່າຄັນ ໂດຍບໍ່ໄດ້ນັບເອົາຍານພາຫະນະລວມຂອງ ກຳລັງປະກອບອາວຸດ ປກຊ-ປກສ, ລົດເຂົ້າມາຈາກຕ່າງແຂວງ ແລະ ຕ່າງປະເທດທີ່ແລ່ນບໍລິການເຂົ້າ-ອອກນະຄອນຫຼວງວຽງຈັນ ໃນແຕ່ລະວັນ ເຮັດໃຫ້ຊົ່ວໂມງຮີບດ່ວນເກີດການຈະລາຈອນແອອັດສ່ວນຫຼາຍຢູ່ເສັ້ນທາງສາຍຫຼັກເຂົ້າ-ອອກເມືອງໃນຕອນເຊົ້າ ແລະ ຕອນແລງ, ປະຊາກອນຍົກຍ້າຍຖິ່ນ ຖານເຂົ້າມາຫາວຽກເຮັດງານທຳ ແລະ ດຳລົງຊີວິດໃນຕົວເມືອງໃຫຍ່ມີຈຳນວນເພີ່ມຂຶ້ນ, ທີ່ຢູ່ອາໄສກໍແພ່ລາມອອກໄປຊານເມືອງ ແຕ່ບ່ອນເຮັດວຽກແມ່ນຢູ່ໃນໃຈກາງເມືອງຄືເກົ່າ; ດັ່ງນັ້ນ, ຈຶ່ງມີການເຂົ້າ-ອອກໃນໂມງຮີບດ່ວນພ້ອມກັນ, ການຂະຫຍາຍຕົວຂອງຕົວເມືອງໄດ້ກະຈາຍອອກໄປທຸກທິດ ທາງ, ບາງຈຳນວນບໍ່ແຈ້ງ, ບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງກ່ຽວກັບການປຸກສ້າງ ເຮັດໃຫ້ການຄຸ້ມຄອງຜັງເມືອງມີຄວາມຫຍຸ້ງຍາກ, ບັນດາສຳນັກງານ-ອົງການ, ໂຮງຮຽນ-ໂຮງງານ, ຕະຫຼາດ ແລະ ສະຖານທີ່ບໍລິການຕ່າງໆນອນຢູ່ໃນເຂດຕົວເມືອງເປັນສ່ວນໃຫຍ່.

ນອກນັ້ນ, ການບໍລິການຂົນສົ່ງລົດໂດຍສານມວນຊົນຍັງບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ ແລະ ຍັງມີຂໍ້ຈຳກັດຫຼາຍດ້ານ ເຊັ່ນ: ທາງດ້ານຈຳນວນ, ຂະໜາດ ແລະ ຄຸນນະພາບ, ການເດີນລົດຍັງບໍ່ກວມທຸກພື້ນທີ່, ບໍ່ກົງເວລາ, ບໍ່ຈອດຕາມປ້າຍ, ຫຼາຍຄັ້ງຈອດບ່ອນຫ້າມຈອດ ແລະ ຈອດບ່ອນບໍ່ຄວນຈອດ ເຮັດໃຫ້ກີດຂວາງການສັນຈອນ, ຂາດລະບົບການຄວບຄຸມການຈັດສັນແບບທັນສະໄໝ ເຮັດໃຫ້ຜູ້ໃຊ້ບໍລິການບໍ່ນິຍົມຂັບຂີ່. ອີກບັນຫາໜຶ່ງ, ສູນບັນຊາການຈະລາຈອນ, ພື້ນຖານໄຟແດງມີຫຼາຍລະບົບທີ່ແຕກຕ່າງກັນ, ສ້າງຄວາມຫຍຸ້ງຍາກໃນຂອດການຄຸ້ມຄອງ ແລະ ສ້ອມແປງ.

ຄຽງຄູ່ກັນນັ້ນ, ພຶດຕິກຳຂອງນັກຂັບຂີ່ມີການລະເມີດກົດລະບຽບຈະລາຈອນຍັງມີຕົວເລກສູງ, ການຈອດລົດຕາມແຄມທາງບໍ່ເປັນລະບຽບ, ການເອົາແຄມທາງເປັນບ່ອນບໍລິການຮັບຝາກລົດເກັບເງິນ, ບັນດາຮ້ານຄ້າ, ຮ້ານອາຫານ, ໂຮງແຮມ ແລະ ຈຸດບໍລິການຕ່າງໆບໍ່ມີບ່ອນຈອດລົດ. ນອກຈາກນັ້ນ, ລານຈອດລົດສາທາລະນະໃນຕົວເມືອງຍັງມີໜ້ອຍ, ເນື້ອທີ່ຄັບແຄບບໍ່ພຽງພໍກັບຈຳນວນລົດ, ການ ຂາຍເຄື່ອງຊະຊາຍຕາມແຄມຖະໜົນຍັງເປັນການສ້າງບັນຫາໃຫ້ແກ່ການສັນຈອນແອອັດນຳອີກ, ການສ້າງທາງວົງວຽນ, ທາງຮ່ອມ, ທາງຊອຍຫຼາຍເສັ້ນຍັງບໍ່ໄປຕາມທີ່ກຳນົດໄວ້ ພ້ອມກັນນັ້ນ, ກໍຍັງບໍ່ພຽງພໍກັບການເພີ່ມຂຶ້ນຂອງຍານພາຫະນະ ແລະ ອີກບັນຫາໜຶ່ງ ກໍແມ່ນການເຜີຍແຜ່ລະບຽບກົດ ໝາຍທີ່ກ່ຽວຂ້ອງບໍ່ຕໍ່ເນື່ອງ ແລະ ການປະຕິບັດກົດລະບຽບຈະລາຈອນຂອງນັກຂັບຂີ່ຍັງບໍ່ໄດ້ດີເທົ່າທີ່ຄວນ, ບໍ່ມີຕຳຫຼວດຈະຈອນອາສາສະໝັກຕາມຄຸ້ມ ບ້ານຊ່ວຍ ເໝືອນກັບປະເທດອື່ນ.

ສາເຫດທີ່ພາໃຫ້ເກີດອຸບັດຕິເຫດເກີດຈາກ: ຜູ້ຂັບຂີ່, ສະພາບເຕັກນິກ ແລະ ສະພາບແວດລ້ອມ ພາຍຫຼັງຮູ້ສາເຫດທີ່ເກີດຂຶ້ນຊອກຫາວິທີສະກັດກັ້ນ ແລະ ແກ້ໄຂໃຫ້ເປັນຮູບປະທໍາຫຼາຍຂຶ້ນ, ໂດຍສະເພາະສາເຫດຫຼັກຂອງການເກີດອຸບັດຕິເຫດການດື່ມສິ່ງມຶນເມົາ ແລ້ວຂັບຂີ່ ແລະ ຂັບຂີ່ລົດໄວ ເຊິ່ງເປັນສາເຫດຫຼັກຂອງການເກີດອຸບັດຕິເຫດ ກໍຍັງບໍ່ທັນມີວິທີການແກ້ໄຂທີ່ແນ່ນອນ ເປັນຕົ້ນແມ່ນ ການກວດທາດເຫຼົ້າ ແລະ ຈັບຄວາມໄວ ມີແຕ່ບໍ່ຕໍ່ເນື່ອງ, ມີກົດໝາຍວ່າດ້ວຍທາດເຫຼົ້າກໍຍັງບໍ່ທັນໄດ້ ປະຕິບັດດີເທົ່າທີ່ຄວນ, ເຊິ່ງບັນຫາທັງໝົດ ມັນຕິດພັນກັບຫຼາຍພາກສ່ວນ; ສະນັ້ນ, ຄວນປະສານກັນໃຫ້ແໜ້ນແຟ້ນ ເພື່ອຫາທາງອອກຊ່ວຍກັນ ເພື່ອຫຼຸດຜ່ອນການເສຍຊີວິດຈາກອຸບັດຕິເຫດ.

ການແກ້ໄຂການສັນຈອນແອອັດ ແລະ ອຸບັດຕິເຫດໃນໄລຍະຜ່ານມາ, ພາກສ່ວນກ່ຽວຂ້ອງຈະຕ້ອງໄດ້ສຸມ ໃສ່ສືບຕໍ່ແກ້ໄຂຢ່າງຈິງຈັງ ເພື່ອຫຼີກລ່ຽງ ບັນຫາຈະລາຈອນແອອັດ ຈະຕ້ອງໄດ້ ຈັດຕັ້ງເພີ່ມກຳລັງເຈົ້າໜ້າທີ່ຕຳຫຼວດ ຈະລາຈອນໃສ່ຕາມຈຸດທາງ 3 ແຍກ 4 ແຍກ, ໜ້າໂຮງຮຽນສຳນັກງານ ເພື່ອ ລະບາຍລົດໃນເວລາຮີບດ່ວນ; ຄວບຄຸມການປຸກສ້າງໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບກົດໝາຍ, ກຳຈັດສິ່ງປຸກສ້າງທີ່ຜິດລະບຽບ ແລະ ລ່ວງລໍ້າເຂດສະຫງວນຂອງທາງ ເຊັ່ນ: ປຸກເທີບ, ເງີບຕ່າງໆ ແລະ ວາງເຄື່ອງຂາຍໃສ່ເຂດ ສະຫງວນທາງ; ຄົ້ນຄວ້າວາງແຜນກໍ່ ສ້າງບ່ອນຈອດລົດຢູ່ໃຈກາງຕົວເມືອງ, ເຂດໂຮງຮຽນ, ເຂດຕະຫຼາດ, ເຂດຊຸມຊົນໜາແໜ້ນ, ເຂດທາງຄົນຍ່າງ ເພື່ອ ບໍ່ໃຫ້ລົດຈອດຢູ່ແຄມທາງ, ປັບປຸງລະບົບສິ່ງອຳນວຍຄວາມສະດວກໃນການ ສັນຈອນ, ຕິດຕັ້ງປ້າຍສັນຍານຈະລາຈອນຕ້ອງໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຕົວຈິງ ໂດຍສະເພາະໂຄງການກໍ່ສ້າງທາງ ແລະ ສ້ອມແປງທາງ ກໍຕ້ອງມີວິຊາການຂົນສົ່ງ; ສ້າງລະບົບຄວບ ຄຸມການຈະລາຈອນ ໂດຍມີການເກັບ ກຳສະຖິຕິຢ່າງລະອຽດສືບຕໍ່ປັບປຸງລະບົບໄຟອຳນາດໃຫ້ຄ່ອງຕົວ ເພື່ອແກ້ໄຂສະພາບການສັນຈອນໃນຊົ່ວໂມງຮີບດ່ວນ; ລົງແກ້ໄຂລະບົບປ້າຍຈະລາຈອນທີ່ບໍ່ຖືກຕ້ອງ ແລະ ຍ້າຍປ້າຍຫ້າມຈອດບໍ່ໃຫ້ໃກ້ກັບໄຟແດງ; ລົງຕິດຕາມກວດກາການຂັບຂີ່ຂອງຜູ້ຂັບລົດ ແລະ ຈອດລົດບໍ່ຖືກຕ້ອງ, ບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ພ້ອມດຽວກັນນັ້ນ ກໍຕ້ອງ ສືບຕໍ່ກໍ່ສ້າງເສັ້ນທາງຕ່າງໆໃຫ້ສຳເລັດ ຕາມແຜນການທີ່ກຳນົດໄວ້, ເຊິ່ງແຜນທັງໝົດ ກໍຍັງມີຈໍານວນໜຶ່ງຍັງບໍ່ທັນເປັນຮູບປະທໍາ ຈຶ່ງໃຫ້ການແກ້ໄຂຈະລາຈອນແອອັດ ແລະ ອຸບັດຕິເຫດຕາມທ້ອງ ຖະໜົນຍັງບໍ່ທັນມີຄຸນນະພາບ.

ໂດຍ: ບຸນຖິນ