ກະຊວງ ປກສ ໄດ້ປິດຂະບວນການແຂ່ງຂັນກິລາຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 58 ປີ (5 ເມສາ 1961-5 ເມສາ 2019) ໃນວັນທີ 1 ເມສາ 2019 ເຂົ້າຮ່ວມໂດຍ ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ທັງເປັນຂະນະຮັບຜິດຊອບຊີ້ນຳລວມງານສະ ຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 58 ປີ, ມີຄະນະນຳກະຊວງ, ຄະນະຮັບຜິດຊອບ, ນັກກິລາຈາກ 18 ກົມກອງອ້ອມຂ້າງກະຊວງ, ປກສ ນວ ແລະ ມວນຊົນເຂົ້າຮ່ວມ.

ພັອ ແສນອາໄລ ບົວອາພອນ ຫົວໜ້າກົມກິລາ ຮອງຄະນະຮັບຜິດຊອບຈັດການແຂ່ງຂັນກິລາ ໄດ້ຂຶ້ນລາຍງານ ຜົນສໍາເລັດການແຂ່ງຂັນວ່າ: ການເເຂ່ງຂັນໃນຄັ້ງນີ້ໄດ້ບັນຈຸກິລາເຂົ້າຮ່ວມທັງໝົດ 8 ປະເພດ ຄື: ກິລາບານເຕະ, ບານສົ່ງ, ຍິງປືນ, ກະຕໍ້, ເປຕັງ, ນຸ່ງເຄື່ອງ ແບບ-ມ້າງ ແລະ ປະກອບປືນ AK ໄວ, ດຶງເຊືອກ ແລະ ກິລາແລ່ນໄຖ່ ໂດຍເລີ່ມເປີດການແຂ່ງຂັນມາແຕ່ວັນທີ 22 ມີນາ 2019 ເປັນຕົ້ນມາ; ຜ່ານການແຂ່ງຂັນກິລາແຕ່ລະປະເພດສາມາດສະຫຼຸບໄດ້ ຄື: ບານເຕະລະດັບການນໍາຊະນະເລີດ ໄດ້ແກ່ທີມການນໍາກະຊວງປ້ອງກັນຄວາມສະຫງົບ, ຮອງຊະນະເລີດທີມບານເຕະການນໍາກະຊວງແຜນການ ແລະ ການລົງທຶນ, ບານເຕະລະດັບອາວຸດໂສ ຊະນະ ເລີດ ແມ່ນກອງບັນຊາການ ປກສ ນະຄອນຫຼວງ, ຮອງຊະນະເລີດແມ່ນກົມໃຫຍ່ຕໍາຫຼວດ, ອັນດັບ 3 ແມ່ນ ກົມໃຫຍ່ສັນຕິບານ, ບານເຕະຊາວໜຸ່ມ ທົ່ວໄປຊະນະເລີດແມ່ນ ວສປ, ຮອງຊະນະເລີດແມ່ນ ວຕປ, ອັນດັບ 3 ກອງບັນຊາການ ປກສ ນະຄອນຫຼວງ.

ສ່ວນກິລານຸ່ງເຄື່ອງເເບບໄວ-ມ້າງປະກອບ ປືນ AK ປະເພດບຸກຄົນຍິງທົ່ວໄປ ຊະນະເລີດແມ່ນ ສທ ນາງ ດາລາເພັດ ກອງບັນຊາການປ້ອງກັນເຄື່ອນທີ, ຮອງຊະນະເລີດແມ່ນ ຮທ ນາງ ເເຕ່ວ ເພັດມະນີ ກົມຄຸ້ມຄອງສໍາມະໂນຄົວ-ກໍ່ສ້າງຮາກຖານ, ອັນດັບ 3 ສອ ນາງ ອໍາພອນ ກົມໃຫຍ່ການເມືອງ ປກສ; ປະເພດບຸກຄົນຊາຍທົ່ວໄປ ຊະນະເລີດແມ່ນ ຮອ ສົມພອນ ວັນນາ ກົມໃຫຍ່ການເມືອງ ປກສ, ຮອງຊະນະເລິດແມ່ນ ຮທ ໂປຍ ທໍາມະວົງ ປກສ ນະຄອນຫຼວງ, ອັນດັບ ທີ 3 ແມ່ນ ຮຕ ໂສພາ ພົນອາສາ ກົມຕໍາຫຼວດ ຄຸມຂັງ-ດັດສ້າງ.

ກິລາເເລ່ນໄຖ່ ປະເພດບຸກຄົນຍິງ ທົ່ວໄປ ຊະນະເລີດ ແມ່ນ ຮທ ນາງ ລັດ ຕະນະ ອິງໂນວອມ ກົມຕໍາຫຼວດຄຸມຂັງ-ດັດສ້າງ, ຮອງຊະນະເລີດ ແມ່ນ ວທ ນາງ ລັດ ສະໝີ ໄຊຍະວົງ ວຕປ, ອັນ ດັບ 3 ແມ່ນ ສທ ນາງ ພາພອນ ທິບ ຄູນທອງ ກອງບັນ ຊາການປ້ອງກັນ ເຄື່ອນທີ່; ປະເພດບຸກ ຄົນຊາຍທົ່ວໄປ ຊະນະເລີດ ແມ່ນ ຮຕ ສຸລິໄຊ ສິງສະ ຫວັດ ກົມໃຫຍ່ການເມືອງ ປກສ, ຮອງ ຊະນະເລີດ ແມ່ນ ວທ ພຸດສະຫວັນ ສິດ ທິເດດ ວຕປ, ອັນດັບທີ 3 ແມ່ນຮທ ຕ້າ ພີມມະທອງ ກົມ 504; ກິລາຍິງ ປືນລຸ້ນ ທົ່ວໄປ ຊະນະເລີດ ແມ່ນ ຮອ ສີອໍາ ພອນ ດວງ ມະນີ ວຕປ, ຮອງ ຊະນະເລີດ ແມ່ນ ຮອ ຄໍາສຸກ ກົມຄຸ້ມ ຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກ ຖານ, ອັນດັບທີ 3 ແມ່ນ ຮທ ນາງ ມະນີວອນ ວົງໄຊ ກົມໃຫຍ່ການເມືອງ ປກສ.

ກິລາດຶງເຊືອກ ທີມປະສົມຍິງ-ຊາຍທົ່ວໄປ ຊະນະເລີດແມ່ນກອງບັນຊາການປ້ອງກັນສູນກາງ, ຮອງຊະນະເລີດ ແມ່ນກົມ 504, ອັນດັບ 3 ແມ່ນກອງບັນຊາການປ້ອງກັນເຄື່ອນທີ່; ກິລາເປຕັງຍິງ-ຊາຍ ທົ່ວໄປ ປະເພດຄູ່ຍິງ ຊະນະເລີດ ແມ່ນກົມໃຫຍ່ການເມືອງ ປກສ, ຮອງຊະນະເລີດ ວຕປ, ອັນດັບ 3 ແມ່ນ ກົມໃຫຍ່ການເມືອງ ປກສ; ປະເພດຄູ່ຊາຍ ຊະນະເລີດແມ່ນ ວຕປ, ຮອງຊະນະເລີດ ແມ່ນກົມ 504, ອັນ ດັບທີ 3 ວຕປ; ປະເພດທີມຊຸດຍິງ ຊະນະເລີດແມ່ນກົມໃຫຍ່ການເມືອງ ປກສ, ຮອງຊະນະເລີດແມ່ນກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ອັນດັບທີ 3 ແມ່ນ ກົມໃຫຍ່ຕໍາຫຼວດ, ປະເພດທີມຊຸດ ຊາຍ ຊະນະເລີດແມ່ນກົມຕໍາຫຼວດຄຸມຂັງ-ດັດສ້າງ, ຮອງຊະນະເລີດແມ່ນກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ອັນດັບທີ 3 ແມ່ນກົມ 504.

ກິລາກະຕໍ້ທີມດ່ຽວຊາຍທົ່ວໄປ ຊະນະເລີດ ແມ່ນກົມ 504, ຮອງຊະນະເລີດ ແມ່ນ ວສປ, ອັນດັບທີ 3 ແມ່ນ ວຕປ; ກິລາບານສົ່ງທີມຍິງ-ຊາຍທົ່ວໄປ: ບານສົ່ງທີມຍິງ ຊະນະເລີດແມ່ນກົມໃຫຍ່ພະລາທິການ, ຮອງຊະນະ ເລີດແມ່ນກົມໃຫຍ່ການເມືອງ ປກສ, ອັນດັບທີ 3 ແມ່ນກົມໃຫຍ່ສັນຕິບານ; ບານສົ່ງທີມຊາຍ ຊະນະເລີດ ແມ່ນກົມໃຫຍ່ການເມືອງ ປກສ, ຮອງຊະນະເລີດ ແມ່ນ ວຕປ, ອັນດັບ 3 ແມ່ນກົມຕໍາຫຼວດຄຸມຂັງ-ດັດສ້າງ.

ໃຫ້ກຽດມອບລາງວັນແຕ່ລະປະເພດປະກອບມີ: ລາງວັນຊະນະເລີດມອບໂດຍ ພົຈວ ອາລູ ວາລີຊື ຫົວໜ້າ ກົມໃຫຍ່ການເມືອງ ປກສ, ລາງວັນຮອງຊະນະເລີດ ມອບໂດຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ ການເມືອງ ປກສ ແລະ ອັນດັບ 3 ມອບ ໂດຍ ພັອ ແສນອາໄລ ບົວອາພອນ.