ວັນທີ 2 ເມສາ 2019, ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ ໄດ້ຕາງໜ້າໃຫ້ຄະນະນຳກະຊວງ ປກສ ພ້ອມດ້ວຍຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງກະຊວງ ປກສ ຮັບການອວຍພອນຈາກພາກສ່ວນຕ່າງໆອ້ອມຂ້າງສູນກາງ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ( 5 ເມສາ 1961-5 ເມສາ 2019 ).

ໃນການຕ້ອນຮັບການອວຍພອນຄັ້ງນີ້, ລວມມີພາກສ່ວນ ຄື: ສູນກາງສະຫະພັນແມ່ຍິງລາວ ນຳໂດຍ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ; ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ນຳ ໂດຍ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ; ອົງ ການການແດງລາວ ນຳໂດຍ ທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ.

ແຕ່ລະພາກສ່ວນໄດ້ນຳເອົາກະຕ່າຂອງຂວັນ ແລະ ກະຕ່າດອກໄມ້ເຂົ້າອວຍພອນໄຊອັນປະເສີດແກ່ຄະນະນຳກະ ຊວງ ປກສ ຕະຫຼອດຮອດຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງກະຊວງ ປກສ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ຊີ້ນຳ-ນຳພາກຳລັງປ້ອງກັນຄວາມສະຫງົບປະຕິບັດ ພາລະກິດທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ໃນການຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບ-ປອດໄພ; ພ້ອມນີ້, ຍັງອວຍພອນໃຫ້ພະນັກງານ-ນັກຮົບທົ່ວ ກຳລັງ ປກສ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ເປັນກຳລັງແຮງໃນການປະຕິບັດໜ້າທີ່ຕາມຂົງເຂດວຽກງານວິຊາສະເພາະໃຫ້ມີຜົນສຳເລັດ. ໂອກາດດຽວກັນ, ສູນກາງສະຫະພັນແມ່ຍິງລາວ ຍັງໄດ້ມອບເງິນຈຳນວນ 5.000.000 ກີບ ໃຫ້ກະຊວງ ປກສ ເພື່ອປະກອບສ່ວນສົມທົບທຶນເຂົ້າໃນຂະບວນການຕ່າງໆທີ່ຈັດຂຶ້ນໃນໂອກາດວັນສຳຄັນດັ່ງກ່າວ.

ພົຕ ສິນທະວົງ ໄຊຍະກອນ ໄດ້ຕາງໜ້າໃຫ້ຄະນະນຳກະຊວງ ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວກຳລັງ ປກສ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ພາກສ່ວນທີ່ເຂົ້າອວຍພອນຄັ້ງນີ້ ທີ່ເຫັນຄວາມສຳຄັນຂອງວັນສ້າງ ຕັ້ງກຳລັງ ປກສ ແລະ ເວລາໃດກໍໃຫ້ການປະກອບສ່ວນສະໜັບສະໜູນກຳລັງ ປກສ ຕະຫຼອດມາ, ພ້ອມທັງອວຍພອນໄຊໃຫ້ແຕ່ລະພາກສ່ວນ ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານມີຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ.