ຄະນະພັກຮາກຖານ ປກສ ເມືອງພະລານໄຊ ຈັດກອງປະຊຸມໃຫຍ່ ຄັ້ງທີ 3

ຄະນະຮາກຖານພັກກອງບັນຊາການ ປກສ ເມືອງພະລານໄຊ ແຂວງສະຫວັນນະເຂດ ຈັດກອງປະຊຸມໃຫຍ່ ຄັ້ງທີ III ໂດຍການເຂົ້າຮ່ວມຂອງສະຫາຍ ກົງແກ້ວ ມີວໍລະຈັກ ກຳມະການພັກ ແຂວງ ເລຂາພັກເມືອງ ເຈົ້າເມືອງໆພະລານໄຊ, ມີສະຫາຍ ພັອ ລຳຄູນ ວໍລະວົງ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ແຂກຮັບເຊີນເຂົ້າຮ່ວມ.

ສະຫາຍ ພັທ ແຕງອ່ອນ ໄຊຍະລາດ ຮອງເລຂາໜ່ວຍພັກ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ກ່າວວ່າ:

ຕະຫຼອດໄລຍະ 5 ປີ ຜ່ານມາ, ຄະນະພັກຮາກຖານ ປກສ ເມືອງ ໄດ້ຖືເອົາວຽກງານການເມືອງ-ນຳພາແນວຄິດເປັນຫຼັກ ເຮັດໃຫ້ຖັນແຖວພະນັກງານ-ສະມາຊິກພັກ, ພະນັກງານ-ນັກຮົບ ຂອງຮາກຖານພັກການກອງບັນຊາການ ປກສ ເມືອງ ມີທັດສະນະຫຼັກໜັ້ນການເມືອງໜັກແໜ້ນ, ມີຄວາມບຸກບືນຫ້າວຫັນ, ຍືດໜັ້ນອຸດົມການຂອງພັກ, ມີຫຼັກໜັ້ນຊົນຊັ້ນ, ຄຸນທາດການເມືອງໜັກແໜ້ນ, ຮັບຮູ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ກົດລະບຽບ ແລະ ມະຕິຄຳສັ່ງຕ່າງໆ. ໃນນັ້ນ, ຄະນະພັກຮາກຖານ ປກສ ເມືອງ ປະກອບມີ 4 ໜ່ວຍພັກທີ່ຂຶ້ນກັບ ຄື: ມີໜ່ວຍພັກແຂງຮູ້ນຳພາຮອບດ້ານ ມີ 3 ໜ່ວຍ ແລະ ກຳລັງສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັ້ກແໜ້ນ 1 ໜ່ວຍ, ນະໂຍບາຍຍ້ອງຍໍປະເພດຫຼຽນໄຊ, ຫຼຽນກາ, ໃບຍ້ອງຍໍ ແລະ ໃບສັນລະເສີນຕ່າງໆໄດ້ທັງໝົດ 556 ສະຫາຍ ຍິງ 11 ສະຫາຍ, ນະໂຍບາຍເລື່ອນຊັ້ນໃຫ້ ນາຍ ແລະ ພົນຕຳຫຼວດມີ 120 ສະຫາຍ ຍິງ 5 ສະຫາຍ.

ພ້ອມກັນນັ້ນ, ກອງປະຊຸມກໍໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ແລະ ປ່ອນບັດທາບທາມ ເອົາຜູ້ແທນສົມບູນ-ສຳຮອງ ເຂົ້າຮ່ວມ ກອງປະຊຸມໃຫຍ່ຂອງເມືອງຕື່ມອີກ ກອງປະຊຸມດັ່ງກ່າວ ແມ່ນຈັດຂຶ້ນໃນທ້າຍເດືອນມີນານີ້.