ກອງປະຊຸມໃຫຍ່ ຄັ້ງທີ 4 ຂອງຜູ້ແທນຊາວໜຸ່ມເມືອງທົ່ງມີໄຊ

ກອງປະຊຸມໃຫຍ່ ຄັ້ງທີ IV ຜູ້ແທນຊາວໜຸ່ມ ປະຊາຊົນປະຕິວັດລາວ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ໄຂຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 10-11 ພຶດສະພາ 2019 ທີ່ສະໂມສອນ ຂອງເມືອງ;  ໂດຍການເປັນປະທານຂອງທ່ານ ນາງ ບົວຊອນ ສຸກພົງ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມພອນ ໄຊດວງຕາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆທົ່ງມີໄຊ, ສະຫາຍ ໜູໄຊ ນໍກີຢາ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງໄຊຍະບູລີ ມີບັນດາແຂກ, ຜູ້ແທນທີ່ຕາງໜ້າໃຫ້ສະມາຊິກຊາວໜຸ່ມໃນທົ່ວເມືອງ ເຂົ້າຮ່ວມ.

ໃນໄລຍະຜ່ານມາ, ຄະນະຊາວໜຸ່ມແຕ່ລະຂັ້ນແມ່ນໄດ້ຢຶດໝັ້ນທັດສະນະຂອງພັກ ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ແນໃສ່ເຮັດໃຫ້ຊາວໜຸ່ມເຍົາວະຊົນ ໄດ້ຮັບຮູ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງຂອງຂັ້ນເທິງໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານ, ສະມາຊິກຊາວໜຸ່ມ, ເຍົາວະຊົນ, ໃນທົ່ວເມືອງໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ, ໃນ 5 ປີ ຜ່ານມາ ສາມາດສ້າງຕັ້ງຄະນະຊາວໜຸ່ມຮາກຖານໄດ້ 1 ຮາກຖານ, ຂະຫຍາຍໜ່ວຍຊາວໜຸ່ມໄດ້ 11 ໜ່ວຍ, ປັດຈຸບັນທົ່ວເມືອງມີໜ່ວຍຊາວໜຸ່ມທັງໝົດ 51 ໜ່ວຍ, ສ້າງຕັ້ງກອງອາສາສະໝັກຊາວໜຸ່ມຕະລຸມບອນໄດ້ 1 ກອງ, ມີສະມາຊິກ 236 ຄົນ ຍິງ 141 ຄົນໃນ 5 ປີ ຜ່ານມາ ຊາວໜຸ່ມໄດ້ຮັບຫຼຽນກາແຮງງານ 11 ສະຫາຍ, ໃບຍ້ອງຍໍລັດຖະບານ 57 ສະຫາຍ, ໃບຍ້ອງຍໍຂັ້ນສູນກາງ 85 ສະຫາຍ, ຮັບໃບຍ້ອງຍໍຂັ້ນແຂວງ 134 ສະຫາຍ ແລະ ຮັບໃບຍ້ອງຍໍຂັ້ນເມືອງ 163 ສະຫາຍ. ພ້ອມກັນນັ້ນກໍ່ຍັງໄດ້ຝຶກຝົນຄຸນສົມບັດ ສິນທໍາປະຕິວັດ ໃຫ້ເຍົາວະຊົນ, ອານຸຊົນໄດ້ເປີດຂະບວນການແຂ່ງຂັນ 3 ດີ 4 ຮູ້ໃນທົ່ວເມືອງສຳເລັດ.

ຜ່ານການປະເມີນເຫັນວ່າ ມີສະມາຊິກຊາວໜຸ່ມໄດ້ປະເພດແຂງ ຈໍານວນ 891 ສະຫາຍ, ປະເພດກາງ 89 ສະຫາຍ, ບໍ່ໄດ້ແບ່ງ 63 ສະຫາຍ. ປະເພດໜ່ວຍໄດ້ ປະເພດແຂງ 51 ໜ່ວຍ, ໄດ້ຮັບໃບຢັ້ງຢືນໜ່ວຍຊາວໜຸ່ມ 4 ບຸກ ແລ້ວ  48  ໜ່ວຍ ເທົ່າກັບ 94,11 %  ແລະ ໄດ້ປະກາດເປັນເມືອງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ 4 ບຸກ ໃນປີ 2015. ນອກຈາກນີ້ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຊຸດໃໝ່, ໄດ້ຕາມລະດັບຄາດໝາຍ.