ມອບ-ຮັບການຕິດຕັ້ງກ້ອງວົງຈອນປິດ ໃນເທດສະບານແຂວງຜົ້ງສາລີ

ອາທິດຜ່ານມາ, ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບການຕິດຕັ້ງກ້ອງວົງຈອນປິດ ລະຫວ່າງພະແນກໂຍທາທິການ ແລະ ຂົນສົ່ງແຂວງ ກັບກອງບັນຊາການ ປກສ ແຂວງ. ຕາງໜ້າມອບໂດຍ ທ່ານ ບຸນທະວີ ສໍສຸກັນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພ້ອມດ້ວຍຄະນະ ແລະ ຕາງໜ້າຮັບໂດຍ ພັອ ຄຳເພັງ ເຈັ່ນຄຳເຫຼັກ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ.

ການຕິດຕັ້ງກ້ອງວົງຈອນປິດໃນ ຄັ້ງນີ້ ແມ່ນເລີ່ມແຕ່ວັນທີ 18 ເມສາ-8 ພຶດສະພາ 2019; ມາຮອດປັດຈຸບັນແມ່ນສໍາເລັດ 100%, ມີກ້ອງວົງຈອນປິດ ຈໍານວນ 12 ໜ່ວຍ ດ້ວຍລະບົບເຊື່ອມຕໍ່ອິນເຕີເນັດ ລວມມູນຄ່າ 189.000.000 ກີບ. ທັງນີ້, ເພື່ອເຮັດໃຫ້ການຄຸ້ມຄອງນໍາໃຊ້ຖືກຕ້ອງຕາມທີ່ຕັ້ງ, ສິດ ແລະ ພາລະບົດບາດໃຫ້ວຽກງານຄຸ້ມຄອງຄວາມປອດໄພໄດ້ຮັບປະສິດທິຜົນສູງ ໂດຍສະເພາະແມ່ນການຄຸ້ມຄອງການສັນຈອນພາຫະນະຕາມທ້ອງຖະໜົນຫັນເຂົ້າສູ່ລະບົບລະບຽບ ການສັນຈອນດີຂຶ້ນເທື່ອລະກ້າວ.

ໃນໂອກາດດັ່ງກ່າວ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຍັງໄດ້ນຳອຸປະກອນລ໋ອກຕີນລົດໃຫຍ່ຈຳນວນ 8 ຊຸດ ມາມອບໃຫ້ກອງບັນຊາການ ປກສ ແຂວງ ຕື່ມອີກ. ໃນພິທີ, ພັອ ຄຳເພັງ ເຈັ່ນຄຳເຫຼັກ ຍັງໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ທ່ານ ບຸນທະວີ ສໍສຸກັນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍຄະນະທີ່ເຫັນໄດ້ຄວາມໝາຍ-ຄວາມສຳຄັນ ແລະ ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ແລະ ຈະນຳເອົາເຄື່ອງດັ່ງກ່າວໝູນໃຊ້ເຂົ້າໃນວຽກງານການແກ້ໄຂວິຊາສະເພາະໃຫ້ມີປະສິດທິຜົນສູງຂຶ້ນເທື່ອລະກ້າວ.