ສອງພາກສ່ວນ ສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 133 ປີ

ເມືອງຫົງສາ ແລະ ບໍລິສັດໄຟຟ້າຫົງສາຈໍາກັດ ແຂວງໄຊຍະບູລີ ໄດ້ຈັດງານສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 133 ປີ ແລະ ການແຂ່ງຂັນສີມືແຮງານ ຄັ້ງທີ I ໃນວັນທີ 9 ພຶດສະພາຜ່ານມາ, ໂດຍການເຂົ້າຮວ່ມ ຂອງ ທ່ານ ນາງ ແພງຈັນ ແກ້ວມະນີວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ຄໍາເພັດ ພົມມະລາດ ເຈົ້າເມືອງໆຫົງສາ ແລະ ທ່ານ ຄະທາຍຸດ ຊູພູນ ອຳນວຍການໃຫຍ່ ບໍລິສັດໄຟຟ້າຫົງສາຈໍາກັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ຄໍາເພັດ ພົມມະລາດ ໄດ້ຍົກໃຫ້ເຫັນເຖິງປະຫວັດມູນເຊື້ອ ວັນສຳຄັນດັ່ງກ່າວ ເຊິ່ງທ່ານໄດ້ກ່າວວ່າ: ຍ້ອນຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການຕອບສະໜອງວັດຖຸ ແລະ ສິ່ງຂອງຕ່າງໆເຂົ້າໃນການຮັບໃຊ້ຊີວິດປະຈໍາວັນນັບມື້ສູງຂຶ້ນ, ບັນດາປະເທດ ໃນເວລານັ້ນ ບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ ຈຶ່ງນໍາພາປະເທດຂອງຕົນເຂົ້າສູ່ການຜະລິດແບບອຸດສາຫະກໍາ, ສ້າງໂຮງຈັກໂຮງງານຂຶ້ນຫຼາຍແຫ່ງ; ຈາກນັ້ນ ຈໍານວນກໍາມະກອນກໍມີການເຕີບໃຫຍ່ຂະຫຍາຍຕົວໄປພ້ອມໆກັບການຂະຫຍາຍຕົວການຜະລິດໃນສັງຄົມ; ກາຍເປັນປະເທດທຶນນິຍົມເຖິງທຸກວັນນີ້. ໂດຍ ເງື່ອນໄຂເກີດໃຫ້ມີວັນກໍາມະກອນສາກົນ, ຊົນຊັ້ນນາຍທຶນໄດ້ເພີ່ມທະວີບັງຄັບໃຫ້ກໍາມະກອນຕ້ອງອອກແຮງງານ ນັບມື້ໜັກໜ່ວງ, ອອກແຮງງານບໍ່ມີເວລາພັກຜ່ອນ, ມີຄວາມຫຍຸ້ງຍາກລໍາບາກ ແຕ່ຄ່າຕອບແທນທາງແຮງງານພັດຕໍ່າລົງ; ລະບົບການປ້ອງກັນໄພຂອງເຄື່ອງຈັກຍັງບໍ່ທັນມີ ເຊິ່ງມີຄວາມສ່ຽງສູງຕໍ່ຊີວິດ.

ມາຮອດວັນທີ 1 ພຶດສະພາ 1886 ເປັນເທື່ອທໍາອິດໃນປະເທດອາເມລິກາ ຢູ່ຕົວເມືອງຊີກາໂກ ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ຮຽກຮ້ອງໃຫ້ນາຍທຶນ ໂດຍໃຫ້ກໍາມະກອນຜູ້ໜຶ່ງເຮັດວຽກ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງ ພັກຜ່ອນ ແລະ 8 ຊົ່ວໂມງ ຮໍ່າຮຽນ, ນັບແຕ່ປີ 1945-1975 ໄດ້ພິສູດໃຫ້ ເຫັນເຖິງການປ່ຽນແປງຢ່າງແຂງແຮງ ທາງດ້ານປະລິມານ ແລະ ຄຸນນະພາບ ຂອງຊົນຊັ້ນກໍາມະກອນໂລກ; ພິເສດ ແມ່ນມີຜົນສະທ້ອນຂອງການປະຕິວັດວິທະຍາສາດເຕັກນິກ ແລະ ການຂະຫຍາຍຕົວຢ່າງກະໂດດຂັ້ນຂອງກໍາລັງ ການຜະລິດຈຶ່ງເຮັດໃຫ້ຊົນຊັ້ນກໍາມະກອນມີຄວາມທັນສະໄໝ ແລະ ມີການຂະຫຍາຍຕົວຢ່າງໄວວາ.

ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຊົມ ການແຂ່ງຂັນສີມືແຮງານ ເຊິ່ງປະກອບ ມີ 3 ປະເພດການແຂ່ງຂັນ ຄື: ປະເພດ ປະກອບອຸປະກອນໄຟຟ້າ, ປະເພດເຊື່ອມ-ຈອດໂລຫະ ແລະ ປະເພດພິມດີດ ( ພາສາລາວ ແລະ ພາສາອັງກິດ ) ຕື່ມອີກ.