ກອງບັນຊາການ ປກສ ແຂວງຈໍາປາສັກ ຈັດພິທີມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ພົຈວ ສີພັນ ວົງເຮືອງຄຳ ຫົວໜ້າກອງບັນຊາການ ປກສ ແຂວງຈໍາປາສັກ (ຜູ້ເກົ່າ) ແລະ ພັອ ຖາວອນ ບຸນກອງພິມ ຮັກສາການຫົວໜ້າ ປກສ ແຂວງ ໃນທ້າຍອາທິດທີ່ຜ່ານມາ, ໂດຍການເປັນປະທານຂອງ ທ່ານ ນິພອນ ວຽງປະເສີດ ຄະນະຈັດຕັ້ງ ແຂວງຈຳປາສັກ, ມີຄະນະນຳຂັ້ນແຂວງ, ຄະນະພັກ-ຄະນະກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງກອງບັນຊາການ ປກສ ແຂວງ ເຂົ້າຮວ່ມ.

ໃນພິທີ ພົຈວ ສີພັນ ວົງເຮືອງຄຳ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ (ຜູ້ເກົ່າ)ໄດ້ຂຶ້ນ ລາຍງານໃນການຊີ້ນໍາ-ບັນຊາໃນໄລຍະຜ່ານມາວ່າ:

ໃນໄລຍະດຳລົງຕໍາແໜ່ງໄດ້ເຄື່ອນໄຫວຊີ້ນຳໆພາ ຂອງຄະນະກອງບັນຊາການ ປກສ ແຂວງ ສາມາດຍາດໄດ້ຜົນງານຫຼາຍດ້ານ. ຈາກນັ້ນ, ໄດ້ມອບແຜນວຽກໃຫ້ຜູ້ຮັກສາການ, ຄະນະພັກ, ຄະນະກອງບັນຊາການ ປກສ ແຂວງ ຊຸດໃໝ່ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ໂດຍສະເພາະການນຳພາທາງດ້ານການເມືອງ-ແນວຄິດໃຫ້ກັບພະນັກງານສະມາຊິກພັກ; ຕະຫຼອດຮອດພະນັກງານ-ນັກຮົບ ຕິດພັນກັບການຊີ້ນຳໆພາວຽກງານວິຊາສະເພາະ ເພື່ອໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ຕອນທ້າຍ ກອງປະຊຸມທ່ານປະທານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະຫາຍຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກຜູ້ເກົ່າທີ່ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ສະຫາຍຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ຜູ້ໃໝ່ຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບໃຫ້ສູງ, ມີຄວາມສາມັກຄີພາຍໃນໝູ່ຄະນະ, ຮັບປະກັນທາງດ້ານແບບແຜນການນຳພາວິທີເຮັດວຽກສຶບຕໍ່ການຊີ້ນຳໆພາວຽກງານຮັກສາຄວາມສະຫງົບ. ຢູ່ແຂວງຈຳປາສັກ ໃຫ້ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ຮັບປະກັນໄດ້ຄວາມສະຫງົບທາງດ້ານການເມືອງຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເພື່ອເຮັດສຳເລັດໜ້າທີ່ຕາມການມອບໝາຍ.