ໃນວັນທີ 16 ພຶດສະພາ 2019, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນ ປກສ ກ່ຽວກັບ ຄະດີຄົນຮ້າຍເຂົ້າໄປລັກເອົາເງິນ ຈໍານວນ 26 ລ້ານກີບ ຢູ່ໃນລົດໂຕໂຢຕາຣີໂວ້ ຢູ່ເຂດບ້ານພະຂາວ ເມືອງໄຊທານີ.

ພັທ ພຸດທະວົງ ດິດຍະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໄດ້ຖະແຫຼງ ວ່າ:

ໃນເວລາ 13:30 ໂມງ ຂອງວັນທີ 13 ພຶດສະພາ 2019, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກ ທ້າວ ກົງໃຈ ອາຍຸ 27 ປີ ອາຊີບຄ້າ-ຂາຍ ຢູ່ບ້ານວຽງແກ້ວ ເມືອງໄຊທານີ ວ່າ:

ພັທ ພຸດທະວົງ ດິດຍະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ
ພັທ ພຸດທະວົງ ດິດຍະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ

ເວລາ 11:25 ໂມງ ຂອງວັນດຽວກັນ, ຜູ້ກ່ຽວໄດ້ຂັບຂີ່ລົດກະບະຣີໂວ້ ສີຂາວ ໝາຍເລກທະບຽນ ກວ 3538 ກໍາແພງນະຄອນ ໄປຈອດໄວ້ຢູ່ແຄມທາງຖະໜົນໄກສອນ ເຂດບ້ານພະຂາວ ເມືອງໄຊທານີ ແລ້ວຜູ້ກ່ຽວກໍໄດ້ເຂົ້າໄປຮ້ານອາຫານ ເພື່ອກິນເຂົ້າທ່ຽງ ໃຊ້ເວລາປະມານ 15 ນາທີ ແລ້ວອອກມາຂຶ້ນລົດ ເພື່ອຈະກັບບ້ານ ແຕ່ພາຍຫຼັງມາຮອດລົດ ຈຶ່ງຮູ້ວ່າ ປະຕູລົດບໍ່ໄດ້ລອກ.

ຈາກນັ້ນ, ຈຶ່ງໄດ້ກວດກາເບິ່ງຊັບສິນທີ່ໄດ້ປະໄວ້ຢູ່ພາຍໃນລົດ ຄື: ເງິນຈໍານວນ 24 ລ້ານກີບ ແລະ ເງິນບາດ 8.000 ບາດ ແມ່ນໄດ້ສູນຫາຍໄປແລ້ວ.

ພາຍຫຼັງທາງເຈົ້າໜ້າທີ່ ໄດ້ຮັບແຈ້ງຄວາມແລ້ວ ກໍໄດ້ລົງກວດກາສະຖານທີ່ເກີດເຫດຕົວຈິງ ແລະ ກໍໄດ້ຂໍຄວາມຮ່ວມມືນໍາບັນດາຮ້ານຄ້າຕ່າງໆຢູ່ບໍລິເວນໃກ້ຄຽງ, ພວກເຮົາຈຶ່ງສາມາດເຫັນເປົ້າໝາຍຜູ້ຕ້ອງສົງໃສຈໍານວນ 2 ຄົນ ເປັນເພດຊາຍນຸ່ງຖືຄ້າຍຄືຄົນຕ່າງປະ ເທດ ຍ່າງເລາະສັງເກດເບິ່ງລົດຄັນດັ່ງກ່າວຢູ່ ແລະ ເຫັນວ່າ ບໍ່ມີເຈົ້າຂອງລົດ ຈຶ່ງໄດ້ເປີດປະຕູເຂົ້າໄປໃນລົດ ໃຊ້ເວລາປະມານ 2 ນາທີ. ຈາກນັ້ນ, ຄົນຮ້າຍທັງສອງ ຈຶ່ງໄດ້ລົງຈາກລົດຂອງຜູ້ຖືກເສຍຫາຍ ແລ້ວເອົາຕົວຫຼົບໜີ, ພໍຮູ້ຂໍ້ມູນແລ້ວ ເຈົ້າໜ້າທີ່ພວກເຮົາ ຈຶ່ງໄດ້ຕິດຕາມນໍາຊອກຄົ້ນຫາເປົ້າໝາຍທີ່ເຫັນຢູ່ໃນພາບກ້ອງວົງຈອນປິດ ເພື່ອນໍາຕົວມາສືບສວນ-ສອບສວນ.

ຕົກມາຮອດເວລາ 21:00 ໂມງ ຂອງວັນທີ 14 ພຶດສະພາ 2019, ເຈົ້າໜ້າທີ່ ຈຶ່ງພົບເຫັນເປົ້າໝາຍຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານໜອງສະໂນ ເມືອງສີໂຄດຕະບອງ ຈຶ່ງໄດ້ສົມທົບກັບ ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ແລະ ເຈົ້າໜ້າທີ່ ປກສ ເມືອງສີໂຄດ ເຂົ້າກັກຕົວພວກກ່ຽວຈໍານວນ 3 ຄົນ ແລະ ໄດ້ກວດຄົ້ນຫ້ອງພັກ ພົບເຫັນອຸປະກອນເຄື່ອງຕັດສັນຍານລີໂມດລົດໃຫຍ່ ຈໍານວນ 3 ເຄື່ອງ.

ຜ່ານການສືບສວນ-ສອບສວນ ຈຶ່ງຮູ້ວ່າ:

ຜູ້ກໍເຫດຊື່ ທ້າວ ວາງຄາຍແຢນ ອາຍຸ 42 ປີ, ທ້າວ ຢວນເຕີເວີນ ອາຍຸ 45 ປີ ແລະ ທ້າວ ຫ່ວງອ່ານເຢີນ ອາຍຸ 35 ປີ ທັງ 3 ເປັນກໍາມະກອນ ມາຈາກ ສປ ຈີນD

ທ້າວ ວາງຄາຍແຢນ ອາຍຸ 42 ປີ, ທ້າວ ຢວນເຕີເວີນ ອາຍຸ 45 ປີ ແລະ ທ້າວ ຫ່ວງອ່ານເຢີນ ອາຍຸ 35 ປີ
ທ້າວ ວາງຄາຍແຢນ ອາຍຸ 42 ປີ, ທ້າວ ຢວນເຕີເວີນ ອາຍຸ 45 ປີ ແລະ ທ້າວ ຫ່ວງອ່ານເຢີນ ອາຍຸ 35 ປີ

ເຊິ່ງທັງ 3 ຮັບສາລະພາບວ່າ:

ກ່ອນທີ່ຈະລົງມືກໍ່ເຫດ ໃນວັນທີ 11 ພຶດສະພາ 2019 ໄດ້ໄປເຊົ່າລົດຮຸນໄດສາມາຟາ ໝາຍເລກທະບຽນ ກຄ 8946 ກຳແພງນະຄອນ ເພື່ອນໍາມາເຄື່ອນໄຫວລັກຊັບ; ຈົນມາຮອດວັນທີ 13 ພຶດສະພາ 2019 ໄດ້ຂີ່ລົດມາຕາມເສັ້ນທາງໄກສອນ ຈຶ່ງພົບເຫັນເປົ້າໝາຍຂີ່ລົດຣີໂວ້ ມາຈອດຢູ່ແຄມທາງໜ້າຮ້ານອາຫານ ເຂດບ້ານພະຂາວ.

Visual Composer Website Builder

ຈາກນັ້ນ, ທ້າວ ຫ່ວງອ່ານເຢີນ ແລະ ທ້າວ ຢວນເຕີເວີນ ກໍໄດ້ລົງຈາກລົດແລ້ວໄດ້ຕັດສັນຍານລີໂມດລະບົບລ໋ອກປະຕູລົດ ແລ້ວສັງເກດສະຖານະການຈົນບໍ່ມີຄົນ ທ້າວ ຢວນເຕີເວີນ ກໍຂຶ້ນໄປເອົາເງິນຢູ່ໃນລົດ ແລ້ວລົບໜີໄປຢູ່ໂຮງແຮມທີ່ເຊົ່າໄວ້ ຢູ່ເຂດບ້ານນາຄໍາ ເມືອງສີໂຄດຕະບອງ ແລ້ວຈຶ່ງຍ້າຍບ່ອນພັກໄປຢູ່ບ່ອນໃໝ່ ເຂດບ້ານໜອງສະໂນ ແລະ ນໍາເອົາເງິນຈໍານວນດັ່ງກ່າວ ໄປແລກເປັນເງິນຢວນ ແລ້ວນໍາເຂົ້າຝາກບັນຊີທະນາຄານ ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄດ້.

ທັງ 3 ຮັບສາລະພາບຕື່ມອີກວ່າ:

ໃນໄລຍະຜ່ານມາ, ເຄີຍເຄື່ອນໄຫວໃນຮູບການດຽວກັນນີ້ ຢູ່ ສປ ຈີນ ມາແລ້ວຫຼາຍຄັ້ງ ແຕ່ບໍ່ເຄີຍຖືກເຈົ້າໜ້າທີ່ຈັບໄດ້ຈັກເທື່ອ.

ປັດຈຸບັນ, ເຈົ້າໜ້າທີ່ ກໍາລັງດໍາເນີນຄະດີດັ່ງກ່າວຕາມລະບຽບກົດໝາຍ, ສ່ວນເງິນທີ່ພວກກ່ຽວລັກມານັ້ນ ເຈົ້າໜ້າທີ່ ກໍາລັງປະສານກັບທະນາຄານ ເພື່ອເກັບກູ້ຊັບສິນຄືນມາໃຫ້ກັບເຈົ້າຂອງເດີມ ໃຫ້ຄົບຕາມຈໍານວນ.