ກວດລົດເມ ພົບລົດຈັກຖືກລັກ ກຽມສົ່ງຕ່າງແຂວງ ກ່ອນຄືນເຈົ້າຂອງເດີມ

0
1396

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ປະຈໍາປ້ອມຄິວລົດສາຍເໜືອ ໄດ້ກວດກາລົດເມຄັນໜຶ່ງ ພົບລົດຈັກ 2 ຄັນທີ່ຖືກລັກ ກໍາລັງກຽມສົ່ງຕ່າງແຂວງ ເຈົ້າໜ້າທີ່ຈຶ່ງໄດ້ສອບຖາມ ແຕ່ຜູ້ຂັບຂີ່ບໍ່ຮູ້ຄົນຝາກ ແລະ ບໍ່ມີເອກະສານ ຈຶ່ງກັກລົດທັງສອງຄັນໄວ້ສືບສວນ.

ພັທ ບຸນມາກ ສູນດາໄລ ຮອງຫົວໜ້າພະແນກຕໍາຫຼວດ ໃຫ້ຮູ້ວ່າ:

ພັທ ບຸນມາກ ສູນດາໄລ ຮອງຫົວໜ້າພະແນກຕໍາຫຼວດ

ໃນຄັ້ງວັນທີ 28 ມີນາ 2019, ເຈົ້າໜ້າທີ່ຕໍາຫຼວດ ປະຈໍາປ້ອມຄິວລົດເມສາຍເໜືອ ໄດ້ກວດກາລົດເມທີ່ກໍາລັງເດີນທາງໄປ ເມືອງຂວາ-ເມືອງໃໝ່ ແຂວງຜົ້ງສາລີ, ຜ່ານການກວດກາລົດເມ ພົບເຫັນລົດຈັກຮອນດາ ຈໍານວນ 2 ຄັນ ບໍ່ມີປ້າຍທະບຽນ. ຈາກນັ້ນ, ໄດ້ສອບຖາມຜູ້ຂັບລົດ ຈຶ່ງຮູ້ວ່າ ລົດທັງສອງຄັນມີຄົນຝາກໄປ ແຂວງອຸດົມໄຊ, ບໍ່ຮູ້ຊື່ຄົນ ແລະ ບໍ່ມີເອກະສານລົດ, ເຈົ້າໜ້າທີ່ ຈຶ່ງກັກລົດດັ່ງກ່າວໄວ້.

ຜ່ານການກວດກາກົງໂຕນຕົວຈິງ ລົດຮອນດາເວບ 100 ຄັນທີ 1 ໝາຍເລກທະບຽນ ດບ 6906 ກໍາແພງນະຄອນ ເປັນລົດຂອງ ນາງ ໄກ່ ຢູ່ບ້ານສີເກີດ ເມືອງນາຊາຍທອງ, ລົດຖືກລັກຢູ່ເຮືອນ ໃນວັນທີ 21 ມີນາ 2019 ແລະ ຄັນທີ 2 ໝາຍເລກທະບຽນ ດພ 2346 ກໍາແພງນະຄອນ ເປັນລົດຂອງ ນາງ ຄໍາມະນີ ຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ, ລົດຖືກລັກ ໃນວັນທີ 17 ມີນາ 2019 ເຊິ່ງຈອດໄວ້ຢູ່ບຶງທາດຫຼວງ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ປະຈໍາປ້ອມຄິວລົດສາຍເໜືອ

ຕໍ່ມາໃນຄັ້ງວັນທີ 16 ພຶດສະພາ 2019, ພະແນກຕໍາຫຼວດຈະລາຈອນ ໄດ້ມອບລົດທັງສອງຄັນ ໃຫ້ເຈົ້າຂອງເດີມ ໂດຍການມອບຂອງ ພັທ ບຸນມາກ ສູນດາໄລ ພ້ອມທັງຝາກເຕືອນມາຍັງພໍ່-ແມ່ປະຊາຊົນ ໃຫ້ມີສະຕິລະວັງຕົວຮັກສາຊັບສິນ ໂດຍສະເພາະບັນຫາລົດຈັກເສຍ ແມ່ນມີທ່າອ່ຽງສູງ.

ຕໍ່ກັບຜູ້ຂັບຂີ່ລົດເມ, ເຈົ້າໜ້າທີ່ ໄດ້ນໍາຕົວສຶກສາອົບຮົມໃຫ້ເຂົ້າໃຈຕໍ່ລະບຽບກົດໝາຍວາງອອກ ແລະ ຝາກເຕືອນໄປຍັງຜູ້ຂົນສົ່ງໂດຍສານທຸກຄົນ ໃນກໍລະນີມີການຝາກລົດ ຕ້ອງກວດກາຄວາມຖືກຕ້ອງທຸກຄັ້ງກ່ອນຮັບຝາກ.