ນັບແຕ່ມີຄຳສັ່ງເລກທີ 15/ນຍ ພໍ່ຄ້າໄມ້ຍິ່ງຫາວິທີທີ່ແນບນຽນຂຶ້ນ ເພື່ອລັກລອບຂົນສົ່ງໄມ້ໃຫ້ລອດພົ້ນສາຍຕາເຈົ້າໜ້າທີ່ບ້ານເມືອງ ບໍ່ວ່າຈະບຸກນ້ຳລຸນຕົມ ແປຮູບພາຫະນະສາລະພັດ ດັ່ງກໍລະນີຂ່າວນີ້ລົງທຶນຂົນໄມ້ທາງເຮືອ ເມື່ອຖືກໄລ່ຕ້ອນກໍ່ເອົາໂຕລົບໜີປະຂອງກາງໄມ້ 100 ກວ່າທ່ອນໃຫ້ເບິ່ງຕາງໜ້າ.

ໃນວັນທີ 17 ພຶດສະພາ 2019 ຜ່ານມາ, ເຈົ້າໜ້າທີ່ທະຫານຊາຍແດນ 324 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ອອກກວດກາລາດຕະເວນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ເຊິ່ງນຳໂດຍ ຮ້ອຍໂທ ຄອນພະວັນ ສຸກມາວັນ ຫົວໜ້າໜູ່ ພ້ອມດ້ວຍອ້າຍນ້ອງອີກ 3 ຄົນ. ພໍຮອດເວລາ 5 ໂມງແລງ ໄດ້ເຫັນເຮືອຈັກຂະໜາດໃຫຍ່ 1 ລໍາ ຄວາມແຮງ 4 ສູບ ແລ່ນລຽບຕາມລຳນໍ້າຂອງມາຈາກຕອນໃຕ້ ທີ່ບັນທຸກໄມ້ຜິດກົດໝາຍເຕັມລຳ.

ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກວດເຮືອຈັກລຳດັ່ງກ່າວ ພົບວ່າ ມີໄມ້ຂະຍຸງມີຈຳນວນ 195 ທ່ອນ, ສ່ວນເຈົ້າຂອງຜູ້ຂັບເຮືອແມ່ນໄດ້ເອົາຕົວຫຼົບໜີໄປໄດ້. ຈາກນັ້ນນັ້ນ, ທາງເຈົ້າໜ້າທີ່ທະຫານຊາຍແດນ 324 ຈຶ່ງໄດ້ລາຍງານຫາຄະນະພັກ-ຄະນະບັນຊາກົມກອງ ແລ້ວລາຍງານຕໍ່ໃຫ້ຄະນະບັນຊາກອງບັນຊາການທະຫານແຂວງສະຫວັນນະເຂດ ເພື່ອລົງກວດກາຕົວຈິງ.

ພັອ ຂັນທະລີ ທາທິລາດ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງກວດກາເບິ່ງໄມ້ຕົວຈິງ ແລະ ເຫັນວ່າເປັນມູນຄວາມຈິງແທ້. ດັ່ງນັ້ນ, ທາງເຈົ້າໜ້າທີ່ກອງບັນຊາການທະຫານແຂວງສະຫວັນະເຂດ ຈຶ່ງໄດ້ເຮັດບົດບັນທຶກໃນການຢຶດໄມ້ໃນຄັ້ງນີ້ໄວ້ເປັນຫຼັກຖານ ແລະ ສະເໜີຂັ້ນເທິງເພື່ອແກ້ໄຂຕໍ່ໄປ. ສ່ວນຄົນຮ້າຍທີ່ລັກລອບຂົນສົ່ງໄມ້ຂະຍຸງນັ້ນ ເຈົ້າໜ້າທີ່ກຳລັງສືບຫາເບາະແສ ແລະ ຕິດຕາມນຳຈັບກຸມຜູ້ກ່ຽວມາລົງໂທດຕາມກົດໝາຍຕໍ່ໄປ.