ວັນທີ 19 ມິຖຸນາ 2019, ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນກອງປະຊຸມວິທະຍາຄານຕໍາຫຼວດຈີນ-ອາຊຽນ ແລະ ບັນດາປະເທດອ້ອມຂ້າງ ສປ ຈີນ ຄັ້ງທີ III ນໍາໂດຍ ທ່ານ ຫຼິວ ກົງຫົວ ອໍານວຍການວິທະຍາຄານຕໍາຫຼວດຢູນນານ ແຫ່ງ ສປ ຈີນ ເນື່ອງໃນໂອກາດທີ່ເດີນ ທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໃນລະຫວ່າງ ວັນທີ 17-20 ມິຖຸນານີ້, ຢູ່ທີ່ນະຄອນຫຼວງວຽງຈັນ.

ທ່ານ ຫຼິວ ກົງຫົວ ກ່າວວ່າ: ການທີ່ຄະນະຜູ້ແທນກອງປະຊຸມວິທະຍາຄານຕໍາຫຼວດ ຈີນ-ອາຊຽນ ແລະ ບັນດາປະເທດອ້ອມຂ້າງ ສປ ຈີນ ເຂົ້າຢ້ຽມຂໍ່ານັບ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ ແຫ່ງ ສປປ ລາວ ຄັ້ງນີ້ ແມ່ນເປັນການຜູກແໜ້ນຄວາມສາມັກຄີຂອງວິທະຍາຄານຕໍາຫຼວດ ສປ ຈີນ-ອາຊຽນ ແລະ ບັນດາປະເທດອ້ອມຂ້າງ ສປ ຈີນ ທີ່ມີຕໍ່ກະຊວງ ປກສ ລາວ; ເຊິ່ງຜ່ານມາ, ບັນດາວິທະຍາຄານຂອງ ພວກເຮົາໄດ້ໃຫ້ການຊ່ວຍເຫຼືອ ເຊິ່ງກັນແລະກັນ ໂດຍຕະຫຼອດ ມາ; ເຊິ່ງໃນຕໍ່ໜ້ານີ້, ບັນດາວິ ທະຍາຄານຕໍາຫຼວດ ຈີນ-ອາຊຽນ ແລະ ບັນດາປະເທດອ້ອມຂ້າງ ສປ ຈີນ ໄດ້ເປັນເອກະສັນກັນຢຶດໝັ້ນອຸດົມການດຽວກັນ ໃນຫົວຂໍ້: ຮ່ວມກັນຄົ້ນຄວ້າ, ຮ່ວມກັນສຶກສາ, ຮ່ວມກັນກໍ່ສ້າງ ແລະ ຮ່ວມກັນແບ່ງປັນຜົນປະໂຫຍດ ແນໃສ່ ເຮັດໃຫ້ບັນດາວິທະຍາຄານຂອງແຕ່ລະປະເທດມີຄວາມເຂັ້ມແຂງໃນທຸກໆດ້ານ; ນອກຈາກນີ້, ຄະນະຂອງພວກເຮົາຍັງມອບໝາຍໃຫ້ແຕ່ລະປະເທດແຕ່ງຕັ້ງກອງເລຂາຂອງຕົນຂຶ້ນ ເພື່ອເຮັດໜ້າທີ່ປະສານງານຮ່ວມກັນລະຫວ່າງວິທະຍານຕໍາຫຼວດ ຈີນ-ອາຊຽນ ແລະ ບັນດາປະເທດອ້ອມຂ້າງ ສປ ຈີນ; ເຊິ່ງຄາດວ່າກອງປະຊຸມດັ່ງກ່າວຈະມີຂຶ້ນອີກຄັ້ງໃນປີ 2021 ຢູ່ທີ່ປະເທດກໍາປູເຈຍ.

ໂອກາດດຽວກັນ, ພົຕ ປອ ສົມຫວັງ ທໍາມະສິດ ກໍໄດ້ສະແດງຄວາມຍິນດີທີ່ຄະນະຜູ້ແທນກອງປະຊຸມວິທະຍາຄານຕໍາຫຼວດ ຈີນ -ອາຊຽນ ແລະ ບັນດາປະເທດອ້ອມຂ້າງ ສປ ຈີນ ຄັ້ງທີ III ທີ່ ເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ແລະ ສະແດງຄວາມຊົມເຊີຍທີ່ກອງປະຊຸມດັ່ງກ່າວມີຜົນສໍາເລັດຢ່າງຈົບງາມ ແລະ ຫວັງຢ່າງຍິ່ງວ່າ ກອງປະຊຸມດັ່ງກ່າວນີ້ຈະເປັນໝາກຜົນທີ່ດີ ແລະ ໃຫຍ່ຫຼວງໃນການເສີມສ້າງໃຫ້ແກ່ການພັດທະນາລະບົບການສຶກສາຂອງວິ ທະຍາຄານຕໍາຫຼວດບັນດາປະເທດອາຊຽນ ແລະ ບັນດາປະເທດອ້ອມຂ້າງ ສປ ຈີນ ເຮັດໃຫ້ລະບົບການສຶກສາຂອງວິທະຍາຄານຕໍາຫຼວດແຕ່ລະປະເທດມີຄຸນນະພາບສູງສາມາດກໍ່ສ້າງກໍາລັງຕໍາຫຼວດໃຫ້ມີຄວາມຮູ້-ຄວາມ ສາມາດທຽບເທົ່າກັບສາກົນ.

ໂອກາດດຽວກັນ, ບັນດາຄະນະຜູ້ແທນກອງປະຊຸມວິທະຍາຄານຕໍາຫຼວດ ຈີນ-ອາຊຽນ ແລະ ບັນດາປະເທດອ້ອມຂ້າງ ສປ ຈີນ ຄັ້ງທີ III ກໍໄດ້ເຂົ້າຢ້ຽມຊົມພຣະທາດຫຼວງວຽງຈັນ ແລະ ສະໜາມຍິງປືນ 5 ເມສາ.