ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ກໍລະກົດ ນີ້ວ່າ: ໂຄງການອາຫານໂລກ (WFP) ແລະ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO), ເຊິ່ງເປັນໜ່ວຍງານຈັດການດ້ານອາຫານ ແລະ ໂພຊະນາການຂອງສະຫະປະຊາຊາດ (UN) ອອກລາຍງານວ່າ ພາວະອຶດຫິວຂອງປະຊາກອນໂລກ ຍັງຢູ່ໃນຂັ້ນວິກິດ ໂດຍສະຖິຕິໃນປີ 2018 ຢູ່ທີ່ 821 ລ້ານຄົນທົ່ວໂລກ ເພີ່ມຂຶ້ນ 10 ລ້ານຄົນຈາກສະຖິຕິຂອງປີ 2017, ເຊິ່ງຢູ່ທີ່ 811 ລ້ານຄົນ. ເນື່ອງຈາກວ່າສະຖານະການຂາດແຄນອາຫານໃນໂລກ ເພີ່ມຄວາມຮ້າຍແຮງຂຶ້ນຕັ້ງແຕ່ປີ 2015 ຫຼັງຫຼຸດລົງໄປຫຼາຍສິບປີ ຈຶ່ງມີທ່າອ່ຽງວ່າ ໂລກ ບໍ່ສາມາດບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ (Substainable Development Goals) ພາຍໃນປີ 2030 ໃນຂໍ້ທີ່ 2 ຄື: ການຈັດການຄວາມອຶດຫິວ.

ລາຍງານຂອງໂຄງການອາຫານໂລກ ໃຫ້ຮູ້ວ່າ ຄວາມອຶດຫິວ ແລະ ຄວາມທຸກຍາກລຳບາກຂອງປະຊາຊົນໃນຫຼາຍພື້ນທີ່ໃນການເຂົ້າເຖິງແຫຼ່ງອາຫານກາຍເປັນບັນຫາຫຍຸ້ງຍາກຂຶ້ນ ເມື່ອກຸ່ມຫົວຮຸນແຮງໃຊ້ບັນຫາມະນຸດ ສະທຳດັ່ງກ່າວເປັນເຄື່ອງມືໃນການຄວບຄຸມປະຊາຊົນໃຫ້ຢູ່ພາຍໃຕ້ການປົກຄອງ ແລະ ຕໍ່ລອງໃນການຈ້າງສະ ມາຊິກໃໝ່ນຳອີກ ໂດຍທ່າອ່ຽງດັ່ງກ່າວພົບຫຼາຍທີ່ສຸດໃນທະວິບອາຟຣິກກາ, ເຊິ່ງມີປະຊາກອນໄດ້ຮັບຜົນກະທົບຈາກວິກິດດ້ານອາຫານຄັ້ງນີ້ປະມານ 20% ຮອງລົງມາຄືທະວີບອາຊີ ປະມານ 12% ຕາມດ້ວຍອາເມລິກາ ລາຕິນ ແລະ ຄາລິບຽນ ເກືອບ 7% ລວມທັງໝົດແລ້ວຫຼາຍກວ່າ 2.000 ລ້ານຄົນ.

ແນວໃດກໍຕາມ, ເຂດພາກພື້ນທີ່ພັດທະນາແລ້ວ ເຊໍັ່ນ: ອາເມລິກາເໜືອ ແລະ ເອີຣົບ ຍັງປະເຊີນກັບບັນຫາຄວາມບໍ່ປອດໄພ ຫຼື ຄວາມໝັ້ນຄົງທາງອາຫານ ໂດຍຍັງມີຫຼາຍປະເທດຕ້ອງແກ້ໄຂບັນຫາທີ່ປະຊາຊົນໄດ້ຮັບປະທານອາຫານທີ່ບໍ່ປອດໄພ. ນອກຈາກນີ້, ໂຄງການອາຫານໂລກ ຍັງສະແດງຄວາມກັງວົນອີກວ່າ ພາວະຂາດແຄນອາຫານໃນໂລກມີທ່າອ່ຽງຮ້າຍແຮງຂຶ້ນເລື້ອຍໆ, ເຊິ່ງຈະສົ່ງຜົນກະທົບຕໍ່ການຈະເລີນເຕີບໂຕຂອງປະຊາ ກອນເດັກນ້ອຍປະມານ 149 ລ້ານຄົນ.