ກອງປະຊຸມໃຫຍ່ ຄັ້ງທີ IV ໜ່ວຍພັກຮາກຖານກົມກິລາ ກົມໃຫຍ່ການເມືອງ ກະຊວງ ປກສ ຈັດຂຶ້ນໃນວັນທີ 15 ພະຈິກ 2019, ເປັນປະທານໂດຍ ສະຫາຍ ພັອ ທອງເພັດ ມະນີສະຫວັນ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມກິລາ, ເຂົ້າຮ່ວມໂດຍ ສະຫາຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງເລຂາຄະນະພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ, ພ້ອມທັງມີແຂກຮັບເຊີນ ແລະ ສະມາຊິກສົມບູນ-ສຳຮອງ ເຂົ້າຮ່ວມ.

ສະຫາຍ ພັທ ນາງ ໄລທອງ ໄຊຍະສອນ ຮອງເລຂາໜ່ວຍພັກຮາກຖານ ຮອງຫົວໜ້າກົມກິລາ ກ່າວວ່າ:

ໃນ 3 ປີຜ່ານມາ, ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບ ພາຍໃນໜ່ວຍພັກ ຢ່າງເປັນປົກກະຕິ, ເຮັດໃຫ້ພະນັກງານມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ ຈົນສາມາດຍາດໄດ້ຜົນງານໃນຫຼາຍດ້ານ ເຊິ່ງສະແດງອອກ ຄື:

ນຳພານັກກິລາ ເຂົ້າຮ່ວມແຂ່ງຂັນກິລາປະເພດຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ ຈໍານວນຫຼາຍຮ້ອຍຄັ້ງ, ສາມາດຍາດໄດ້ 8 ຫຼຽນຄຳ, 6 ຫຼຽນເງິນ, 7 ຫຼຽນທອງແດງ, ຍາດໄດ້ທີ 1 ໄດ້ 7 ລາງວັນ, ທີ 2 ໄດ້ 15 ລາງວັນ, ທີ 3 ໄດ້ 10 ລາງວັນ ແລະ ກິລາມວຍ ເອົາຊະນະຄູ່ຕໍ່ສູ້ໄດ້ 16 ຄັ້ງ.

ນອກຈາກນີ້, ຍັງໄດ້ນຳພານັກກິລາບານເຕະໃນແຕ່ລະລຸ້ນ ເຂົ້າຮ່ວມແຂງຂັນລາຍການຕ່າງໆ ສາມາດຍາດໄດ້ອັນດັບ 2 ບານເຕະລາວພຣີເມຍເມຍລີກ 2 ປີຊ້ອນ, ສ່ວນລຸ້ນສືບທອດ ຢູ 12-ຢູ 19 ໄດ້ອັນດັບ 1 ຈໍານວນ 2 ຄັ້ງ, ອັນດັບ 2 ໄດ້ 3 ຄັ້ງ ແລະ ອັນດັບ 3 ໄດ້ 2 ຄັ້ງ.

ໃນຕອນທ້າຍ, ກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາ ຄະນະໜ່ວຍພັກຮາກຖານ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ ເລືອກຕັ້ງ 5 ສະຫາຍ ເລືອກເອົາ 3 ສະຫາຍ, ຜ່ານການປ່ອນບັດ ເປັນເອກະສັນເລືອກເອົາ ສະຫາຍ ພັອ ທອງເພັດ ມະນີສະຫວັນ ເປັນເລຂາໜ່ວຍພັກຮາກຖານ, ສະຫາຍ ພັທ ນາງ ໄລທອງ ໄຊຍະສອນ ເປັນຮອງເລຂາ ແລະ ສະຫາຍ ພັທ ພອນສະຫວັນ ພິມມະເສນ ເປັນຜູ້ກວດກາ.