ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໄດ້ຈັດຝຶກອົບຮົມການຂັບຂີ່ຍານພາຫະນະ ແລະ ການນໍາ ໃຊ້ທາງຫຼວງ ໃຫ້ສະຫະພັນກໍາມະບານເມືອງ ໃນຂອບເຂດນະຄອນຫຼວງວຽງຈັນ ໃນວັນທີ 15 ພະຈິກ 2019, ເປັນປະທານໂດຍ ທ່ານ ທອງພິມ ວົງລະພາ ຮອງ ຫົວໜ້າກົມປົກປ້ອງແຮງງານ, ມີຫົວໜ້າ ພະແນກຄວາມປອດໄພແຮງງານ, ວິທະຍາກອນ, ແຂກຮັບເຊີນ, ຄະນະຮັບຜິດຊອບ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ຝຶກອົບຮົມການຂັບຂີ່ຍານພາຫະນະໃຫ້ກຳມະບານເມືອງ ໃນ ນວ
ຝຶກອົບຮົມການຂັບຂີ່ຍານພາຫະນະໃຫ້ກຳມະບານເມືອງ ໃນ ນວ

ທ່ານ ທອງພິມ ວົງລະພາ ກ່າວວ່າ:

ຈຸດປະສົງໃນການຈັດຝຶກອົບຮົມຄັ້ງນີ້ ແມ່ນເພື່ອໃຫ້ພະນັກງານສູນກາງກໍາມະບານລາວ, ສະຫະພັນກໍາມະບານເມືອງໃນນະຄອນຫຼວງວຽງຈັນ ເພື່ອຈະເປັນຄູຝຶກໃນຕໍ່ໜ້າ ແລະ ລົງໄປເຜີຍແຜ່ໃຫ້ພະນັກງານກໍາມະກອນໃນໂຮງຈັກ-ໂຮງ ງານ ຈໍານວນ 40 ແຫ່ງ ທົ່ວນະຄອນຫຼວງ ວຽງຈັນ, ເພື່ອເຮັດໃຫ້ເຂົາເຈົ້າຮູ້ຈັກການໃຊ້ລົດ-ໃຊ້ຖະໜົນຫຼວງ ທີ່ມີຄວາມຖືກຕ້ອງ, ປອດໄພ, ຮັບປະກັນການປະຕິບັດກົດລະບຽບຈະລາຈອນ, ຫຼຸດຄວາມສ່ຽງການເກີດອຸບັດຕິເຫດຕາມທ້ອງຖະໜົນ; ຄຽງຄູ່ກັນນີ້ ເພື່ອເປັນການເຜີຍແຜ່ກົດລະບຽບການສັນຈອນໃຫ້ພໍ່-ແມ່ປະຊາຊົນ ກໍຄືກໍາມະກອນໃນໂຮງຈັກ-ໂຮງງານຮັບຮູ້ເຂົ້າໃຈຕໍ່ກົດລະບຽບການດັ່ງກ່າວ, ຫຼຸດສຽງຈົ່ມວ່າຈາກປະຊາຊົນທີ່ມີຕໍ່ເຈົ້າໜ້າທີ່.

ການຝຶກອົບຮົມຄັ້ງນີ້ ນັກສໍາມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບກົດໝາຍລະບຽບການຈະລາຈອນທາງບົກ, ການຂັບຂີ່ຍານພາຫະນະ ແລະ ການນໍາໃຊ້ຖະໜົນຫຼວງ; ໃນນີ້ຈະໄດ້ຮັບຮູ້ກ່ຽວກັບປ້າຍຈະລາຈອນປະເພດຕ່າງໆ, ແລ້ວ ໃຫ້ນັກສໍາມະນາກອນແລກປ່ຽນຄໍາຄິດເຫັນກັບຜູ້ບັນລະຍາຍ, ໃນຕອນທ້າຍຈະໄດ້ປະຕິບັດຕົວຈິງ, ການຝຶກອົບຮົມດັ່ງກ່າວມີນັກສໍາມະນາກອນເຂົ້າຮ່ວມ ທັງໝົດ 27 ທ່ານ.