ເຈົ້າໜ້າທີ່ໜ່ວຍງານຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ແຂວງໄຊຍະບູລີ ກັກຕົວຜູ້ຖືກຫາຄ້າຂາຍຢາເວບຕິດ 3 ຄົນ ຊື່ທ້າວ ບຸນມີ ອາຍຸ 26 ປີ ຢູ່ບ້ານໃຫຍ່ນາຫຼາ ແລະ ນາງ ຢາ ລັດສະໝີ ອາຍຸ 24 ປີ ຢູ່ບ້ານນາເມືອງ (ຜົວ-ເມຍ), ສ່ວນນ້ອງຜູ້ເປັນຜົວຊື່ນາງ ຈ່ອຍ ອາຍຸ 16 ປີ ຢູ່ບ້ານໃຫຍ່ນາຫຼາ ທັງ 3 ຄົນ ຂຶ້ນກັບເມືອງ-ແຂວງໄຊຍະບູລີ ພ້ອມກາງຢາບ້າຈຳນວນ 393 ເມັດ ແລະ ເງິນທີ່ພົວພັນໃນການຄ້າຂາຍຢາເສບຕິດ ຈຳນວນ 500.000 ກີບ, ລົດຈັກ 1 ຄັນ, ໂທລະສັບ 4 ເຄື່ອງ ໄປສອບສວນ.

ທ້າວ ບຸນມີ ສາລະພາບວ່າ ຜູ້ກ່ຽວກັບເມຍໄດ້ພົວພັນເສບຢາເສບຕິດ ປະເພດ ຢາບ້າມາແຕ່ປີ 2018 ເສບຄັ້ງລະ 1-2 ເມັດ ຢາບ້າເເມ່ນຊື້ນຳພັກພວກ ແລະ ໄວລຸ້ນທົ່ວໄປທີ່ຂາຍຢູ່ຕາມບ້ານ ແລະ ເທດສະບານເມືອງໄຊຍະບູລີ. ມາຮອດ ກາງ ປີ 2019, ຈຶ່ງເລີ່ມຄ້າຂາຍ ໂດຍຊື້ຢາບ້ານຳຄົນຮູ້ຈັກ ຢູ່ຕາມເທດສະບານເມືອງ ຊື້ຄັ້ງລະ 1-2 ຖົງ ຖົງລະ 200 ເມັດ, ເມື່ອໄດ້ຢາບ້າມາແລ້ວກໍເອົາໄປຂາຍໃຫ້ກັບໄວລຸ້ນທີ່ມົ້ວສຸມຢູ່ຕາມບ້ານ ແລະ ບ້ານ ໃກ້ຄຽງ.

ສ່ວນຜູ້ເປັນເມຍ ແລະ ນ້ອງຜົວ ໃຫ້ການຍອມຮັບວ່າ ໄດ້ຮ່ວມຄ້າຂາຍ ແລະ ເສບຢາເສບຕິດແທ້ ຕາມທີ່ທ້າວ ບຸນມີ ສາລະພາບ. ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ຈະໄດ້ສະຫຼຸບສຳນວນຄະດີສົ່ງໄອຍະການປະຊາຊົນ ເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.