ລັດຖະມົນຕີ ປກສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນ ສສ ຫວຽດນາມ

0
1398

ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ພົຈວ ໂດເລຈີ ຫົວໜ້າກົມວິທະຍາສາດ, ຍຸດທະສາດ ແລະ ປະຫວັດສາດ ກະຊວງຕຳຫຼວດ ສສ ຫວຽດນາມ ພ້ອມຄະນະ ໃນວັນທີ 19 ພະຈິກ 2019 ໃນໂອກາດທີ່ເດີນທາງມາພົບປະແລກປ່ຽນບົດຮຽນກັບ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ.

ໂອກາດທີ່ເຂົ້າພົບຄັ້ງນີ້, ພົຈວ ໂດເລຈີ ໄດ້ລາຍງານໃຫ້ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຮັບຊາບກ່ຽວກັບ ການພົບປະແລກປ່ຽນບົດຮຽນກັບ ກົມຄົ້ນວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ລາວ ມີຜົນສຳເລັດຕາມຄາດໝາຍ ໂດຍປະຕິບັດຕາມແຜນການຮ່ວມມື ປະຈຳປີ 2019 ຂອງ 2 ກະຊວງ ໂດຍສະເພາະແມ່ນ ການຈັດຕັ້ງຄົ້ນຄວ້າຮຽບຮຽງປະຫວັດສາດ ຄະນະຊ່ຽວຊານ ກະຊວງຕຳຫຼວດ ສສ ຫວຽດນາມ ຢູ່ ສປປ ລາວ ປີ 1961-2016.

ພ້ອມດຽວກັນນີ້, ພົທ ວິໄລ ຫຼ້າຄຳຟອງ ກໍໄດ້ສະແດງຄວາມຕ້ອນຮັບ ຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ຜົນສຳເລັດ ໃນການພົບປະແລກປ່ຽນບົດຮຽນເຊິ່ງກັນແລະກັນ ໃນຄັ້ງນີ້ ແລະ ໃຫ້ສືບຕໍ່ພົວພັນຮ່ວມມືປຶກສາຫາລື ແລກປ່ຽນບົດຮຽນເຊິ່ງກັນແລະກັນ ໃນການຄົ້ນຄວ້າຮຽບຮຽງປະຫວັດສາດ ຄະນະຊ່ຽວຊານ ກະຊວງຕຳຫຼວດ ຫວຽດນາມ ຢູ່ ສປປ ລາວ ໃຫ້ປະສົບຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.

ນອກນີ້, ກໍເພື່ອເປັນການເສີມຂະຫຍາຍສາຍພົວພັນຮ່ວມມື, ຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ 2 ພັກ 2 ຊາດ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະແມ່ນ 2 ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ກະຊວງຕຳຫຼວດ ຫວຽດນາມ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນໃນການຕໍ່ສູ້, ຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອພາລະກິດປົດປ່ອຍຊາດ ແລະ ພາລະກິດສ້າງສາພັດທະນາປະເທດຊາດ ຂອງ 2 ປະເທດ.