ບາງອຸບັດຕິເຫດທີ່ເກີດຂຶ້ນຈາກການ ລະເມີດກົດ ຈະລາຈອນ
ບາງອຸບັດຕິເຫດທີ່ເກີດຂຶ້ນຈາກການ ລະເມີດກົດ ຈະລາຈອນ

ເດືອນຕຸລາ 2019 ທີ່ຜ່ານມາ, ການເກີດອຸບັດຕິເຫດຢູ່ນະຄອນຫຼວງວຽງຈັນ ບໍ່ມີທ່າອ່ຽງທີ່ຈະຫຼຸດລົງ ເນື່ອງຈາກວ່າຍັງມີຜູ້ຂັບຂີ່ຈໍານວນບໍ່ໜ້ອຍ ລະເມີດກົດ ລະບຽບຈະລາຈອນທີ່ວາງອອກ, ຄຽງຄູ່ກັນນີ້ ການບັງຄັບໃຊ້ກົດໝາຍຍັງບໍ່ທັນດີເທົ່າທີ່ຄວນ; ເຮັດໃຫ້ເດືອນດັ່ງກ່າວມີອຸບັດຕິເຫດເກີດຂຶ້ນທັງໝົດ 89 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 50 ຄັນ, ສົມຄວນ 110 ຄົນ, ໃຊ້ການບໍ່ໄດ້ 3 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 31 ຄົນ, ສົມຄວນ 104 ຄົນ, ສາຫັດ 16 ຄົນ ແລະ ເສຍຊີວິດ 16 ຄົນ, ທຽບໃສ່ເດືອນຜ່ານ ມາ ຄົນເສຍຊີວິດເພີ່ມຂຶ້ນ 6 ຄົນ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາ ຈອນ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ສະພາບການໃຊ້ລົດ-ໃຊ້ຖະໜົນໃນໂມງຮີບດ່ວນ ຍັງສືບຕໍ່ແອອັດຢູ່ຕາມບັນດາເສັ້ນທາງສາຍຫຼັກ ເປັນຕົ້ນແມ່ນຢູ່ 3 ແຍກ, 4 ແຍກ, ທາງວົງວຽນ, ທາງຄົບ ແລະ ຢູ່ໜ້າສໍານັກງານ-ອົງການ ຕ່າງໆ ເຮັດໃຫ້ລົດເຄື່ອນຕົວໄດ້ຊ້າ; ອັນເປັນສາເຫດພາໃຫ້ລົດຕິດຂັດອັ່ງອໍ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ທຽວທາງ ລວມທັງມີການຈອດລົດ, ຂາຍເຄື່ອງ, ຈອດລົດຊະຊາຍຕາມແຄມທາງ ເປັນການກີດຂວາງການສັນຈອນ ເຮັດໃຫ້ການສັນຈອນແອອັດ.

ໃນການປະຕິບັດໜ້າທີ່ຂອງຕໍາຫຼວດຈະລາຈອນ ໄດ້ເຮັດຕາມແຜນຂອງກອງບັນຊາການ ໄດ້ຄືພະແນກວາງອອກ, ໃນແຕ່ລະວັນກໍຈັດຕັ້ງກໍາລັງປະຈໍາຈຸດ, ປະຈໍາປ້ອມ ແລະ ສະຖານທີ່ຕ່າງໆທີ່ມີຄວາມແອອັດ ເພື່ອຕິດຕາມສະພາບການສັນຈອນ ແລະ ເຮັດໜ້າທີ່ລະບາຍການສັນຈອນໃຫ້ມີຄວາມຄ່ອງຕົວ; ນອກນັ້ນ, ກໍໄດ້ເຄື່ອນໄຫວເຮັດໜ້າທີ່ໂຄສະນາເຜີຍແຜ່ລະບຽບກົດຈະລາຈອນ-ກົດໝາຍເປັນປະຈໍາ ເພື່ອເຮັດໃຫ້ຜູ້ຂັບຂີ່ຮູ້ໄດ້ລະບຽບ, ຫຼັກການໃຊ້ລົດ-ໃຊ້ຖະໜົນໃຫ້ ມີຄວາມປອດໄພ, ແຕ່ການເຮັດວຽກ ງານໂຄສະນາ ກໍປຽບເໝືອນເທນໍ້າລົງໃສ່ ດິນຊາຍ ຍາກທີ່ຈະເຫັນຜົນໃນທັນທີ ຕະຫຼອດຮອດການບັງຄັບໃຊ້ກົດໝາຍ ໂດຍສະເພາະມຶນເມົາແລ້ວຂັບຂີ່ ຈະຖືກປັບໃໝ 20 ເທົ່າ ມາເຖິງປັດຈຸບັນ ຍັງບໍ່ທັນເຫັນການຈັດຕັ້ງປະຕິບັດເປັນຮູບ ປະທໍາເທື່ອ.

ສໍາລັບຂະແໜງໂຍທາທິການ ແລະ ຂົນສົ່ງການປັບປຸງການສັນຈອນ, ລະບົບຄວາມປອດໄພຕາມເສັ້ນທາງຍັງບໍ່ ທັນໄດ້ດີເທົ່າທີ່ຄວນ, ເສັ້ນທາງບາງຈຸດມີໄຟສະຫວ່າງແຕ່ບໍ່ເປີດນໍາໃຊ້, ບາງຈຸດ ຍັງມືດ, ເປັນບວກ, ເປັນຂຸມ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນ ແລະ ມີຄວາມສ່ຽງສູງທີ່ຈະພາໃຫ້ເກີດອຸບັດຕິເຫດ; ຢ່າງໃດກໍຕາມໃນການແກ້ໄຂບັນຫາອຸບັດຕິເຫດ ຖ້າມີການສຸມໃສ່ແກ້ ໄຂຢ່າງຈິງຈັງ ການມີສ່ວນຮ່ວມໃນການປະຕິບັດລະບຽບຂອງຜູ້ຂັບຂີ່, ການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ລວມໄປເຖິງການສ້າງຖະໜົນຢູ່ໃນລະດັບມາດຕະຖານການເກີດອຸບັດຕິເຫດກໍອາດຈະຫຼຸດລົງໄດ້.

ໃນຕໍ່ໜ້າ, ພະແນກຕໍາຫຼວດຈະລາຈອນເນັ້ນຕໍາຫຼວດເມືອງ ເອົາໃຈໃສ່ໃນການແກ້ໄຂຈະລາຈອນແອອັດ ແລະ ສະກັດກັ້ນບັນຫາອຸບັດຕິເຫດໃຫ້ຫຼຸດໜ້ອຍຖອຍລົງ ໂດຍເອົາໃຈໃສ່ໂຄສະນາລະບຽບການສັນຈອນເປັນຫຼັກ ເພື່ອກະຕຸກຊຸກຍູ້ໃຫ້ເປົ້າໝາຍຜູ້ທີ່ໃຊ້ລົດ-ໃຊ້ຖະ ໜົນຮັບຮູ້ ແລະ ເຂົ້າໃຈຕໍ່ກົດໝາຍກົດສົ່ງທາງບົກ, ກົດໝາຍຈະລາຈອນ ໄປພ້ອມກັບການປະຕິບັດຄໍາສັ່ງຕາມເລກທີ 829/ປກສ ຄວບຄູ່ກັບການນໍາໃຊ້ກົດໝາຍ ແລະ ມາດຕະການອື່ນໆຕໍ່ຜູ້ທີ່ຝ່າຝືນ ພ້ອມທັງປະສານກັບຂະແໜງ ຍທຂ ເພື່ອແກ້ໄຂບັນຫາຮ່ວມກັນ.