ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບໜ້າທີ່ ຫົວໜ້າຫ້ອງການເມືອງ ປກສ ແຂວງ ເມື່ອບໍ່ດົນມານີ້ ເພື່ອປັບປຸງກົງຈັກການຈັດຕັ້ງ ແຕ່ລະຂັ້ນ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງ ໃນປັດຈຸບັນ; ໂດຍມີ ພັອ ສຸດທະສົມ ບຸນນະສິງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ບັນດາຄະນະຫ້ອງການເມືອງ, ຄະນະຫ້ອງອ້ອມຂ້າງ, ແຂກຮັບເຊີນ ແລະ ພະນັກງານຫຼັກແຫຼ່ງພາຍໃນຫ້ອງການເມືອງ ເຂົ້າຮ່ວມ.

ໃນພິທີ, ພັທ ບຸນເລີດ ຄະທຸມພົມ ຫົວໜ້າຫ້ອງການເມືອງ ປກສ ແຂວງ (ຜູ້ເກົ່າ) ໄດ້ລາຍງານຜົນງານການເຄື່ອນໄຫວ ໃນການຊີ້ນຳໆພາບັນດາວຽກງານວິຊາສະເພາະຕ່າງໆ, ອຸປະກອນເຄື່ອງຮັບໃຊ້ຫ້ອງການປະເພດຕ່າງໆ ແລະ ດ້ານວຽກງານນຳພາການເມືອງ-ແນວຄິດອື່ນໆ ທີ່ມີຜົນສຳເລັດ ຕະຫຼອດໄລຍະຜ່ານມາ.

ຈາກນັ້ນ, ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ພັທ ບຸນເລີດ ຄະທຸມພົມ ຫົວໜ້າຫ້ອງການເມືອງ ປກສ ແຂວງ (ຜູ້ເກົ່າ) ແລະ ພັທ ຄຳຜາຍ ຄູນລາດສຸວັນນະວົງ ຮັກສາການ ຫົວໜ້າຫົວໜ້າຫ້ອງການເມືອງ ປກສ ແຂວງ (ຜູ້ໃໝ່) ໃຫ້ສືບຕໍ່ຊີ້ນຳໆພາ ຫ້ອງການເມືອງ ປກສ ແຂວງ ໃຫ້ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ.

ໂອກາດນີ້, ພັອ ສຸດທະສົມ ບຸນນະສິງ ໄດ້ເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການໂຍກຍ້າຍ ແລະ ແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ ຈົ່ງຍົກສູງຄຸນທາດການເມືອງ, ຄວາມຮູ້, ຄວາມສາມາດ ໃນການຊີ້ນໍາ-ບັນຊາ, ມີຄວາມເປັນເອກະພາບສູງຕໍ່ການນໍາພາຂອງພັກ-ລັດ, ພ້ອມກັນບຸກບືນ ເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າ ທີ່ການຈັດຕັ້ງພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້.