ໃນໄລຍະຜ່ານມາ, ຄະນະນໍາກົມຂະບວນການ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນຂອບເຂດທົ່ວປະເທດ ສາມາດຊຸກຍູ້ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຂັ້ນກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງ ໃນການເປີດຂະບວນການ 4 ບຸກໄດ້ 100% ແລະ ມາຮອດປັດຈຸບັນ, ສາມາດປະກາດເປັນ ຄຊປປລ 4 ບຸກ ແລ້ວ 25 ພາກສ່ວນ.

ທ່ານ ຢາງປາວ ປ່າເຢ່ວື້ ຮອງຫົວໜ້າກົມຂະບວນການ ໄດ້ສະຫຼຸບຜົນງານ ໃນສົກປີ 2016-2017 ໃນກອງປະຊຸມສະຫຼຸບວຽກງານຂະບວນການຊາວໜຸ່ມ ແລະ ຝຶກອົບຮົມວຽກງານຂະບວນການຊາວໜຸ່ມກາງ ສະໄໝທີ VII ຜູ້ແທນຊາວໜຸ່ມທົ່ວປະເທດ ໃນລະຫວ່າງວັນທີ 13-14 ມີນາ 2018 ໂດຍການເປັນປະທານຂອງ ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຂະບວນການ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ວ່າ: ກົມຂະບວນການ ໄດ້ສຸມໃສ່ຊຸກຍູ້ຈັດຕັ້ງ ປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນຂອບເຂດທົ່ວປະເທດ ສາມາດຊຸກຍູ້ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ຂັ້ນກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງ ໃນການເປີດຂະບວນການ 4 ບຸກ ໄດ້ 100%; ຮອດປັດຈຸບັນ, ສາມາດປະກາດເປັນ ຄຊປປລ 4 ບຸກ ໄດ້ແລ້ວ ຄື: ຂັ້ນແຂວງ ໄດ້ຈໍານວນ 3 ແຂວງ ເທົ່າກັບ 16,66%, ຂັ້ນເມືອງໄດ້ 94 ເມືອງ ເທົ່າກັບ 63,51%, ຂັ້ນອົງການ 10 ອົງການ ເທົ່າກັບ 47,61%, ກະຊວງໄດ້ 12 ກະຊວງ ເທົ່າກັບ 66,66% ສະເລ່ຍທົ່ວປະເທດສາມາດຮັບຮອງເປັນ ຄຊປປລ 4 ບຸກ ຂັ້ນແຂວງ, ກະຊວງ ແລະ ອົງການໄດ້ທັງໝົດ 25 ພາກສ່ວນ ໃນຈໍານວນ 57 ພາກສ່ວນ ເທົ່າກັບ 43,85%, ຕົວເລກນີ້ແມ່ນປະກາດຄັ້ງທີ 1, 2, 3 ໄດ້ທັງໝົດ 6 ເມືອງ ຈາກທັງໝົດ 148 ເມືອງ ເທົ່າກັບ 4,05%, ຂັ້ນກະຊວງໄດ້ 2 ກະຊວງ ຈາກ 18 ກະຊວງ ເທົ່າກັບ 11,11% ແລະ ຂັ້ນອົງການໄດ້ 3 ອົງການ ຈາກ 21 ອົງການ ເທົ່າກັບ 14,28%.

ສໍາລັບທິດທາງແຜນການໃນປີ 2018-2020, ກົມຂະບວນການ ຈະອອກແຮງສືບຕໍ່ສ້າງຂະບວນການຊາວໜຸ່ມ ດ້ວຍການເຕົ້າໂຮມເອົາຊາວໜຸ່ມລາວບັນດາເຜົ່າເຂົ້າຮ່ວມຂະບວນການສຶກສາອົບຮົມການເມືອງ-ແນວຄິດໃຫ້ໜັກແໜ້ນ, ມີນໍ້າໃຈຮັກຊາກອັນດູດດື່ມ ພ້ອມທັງສືບຕໍ່ຈັດຕັ້ງຜັນຂະຫຍາຍຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ແລະ ປະກາດເປັນ ຄຊປປລ 4 ບຸກ ຢູ່ຂັ້ນແຂວງ, ນວ ໃຫ້ໄດ້ 30% ຂອງຈໍານວນແຂວງ, ນວ ໃນຄັ້ງທີ 1; ຂັ້ນເມືອງໃຫ້ໄດ້ 90% ຂອງຈໍານວນເມືອງຄັ້ງທີ 1 ແລະ ຄັ້ງທີ 2-3 ໄດ້ 20%; ຂັ້ນກະຊວງ, ອົງການໄດ້ 80% ຂອງຈໍານວນກະຊວງ, ອົງການ ໃນຄັ້ງທີ 1 ແລະ ຄັ້ງທີ 2-3 ໄດ້ 30% ລວມທັງໝົດທົ່ວປະເທດທັງຂັ້ນແຂວງ, ນວ, ກະຊວງ, ອົງການໃຫ້ໄດ້ 60% ຂອງຄັ້ງທີ 1 ແລະ ຄັ້ງທີ 2-3 ໃຫ້ໄດ້ 20%.