ວັນທີ 14 ມີນາ 2018, ສາມປະເທດລາວ, ຣາຊະອານາຈັກກໍາປູເຈຍ ແລະ ສສ ຫວຽດນາມ ຮ່ວມກັນຈັດກອງປະຊຸມສະຫຼຸບບັ້ນແກ້ໄຂການຄ້າມະນຸດລຽບຕາມຊາຍແດນ ຂຶ້ນທີ່ແຂວງຈໍາປາສັກ ສປປ ລາວ ເພື່ອແນໃສ່ເຮັດໃຫ້ເຈົ້າໜ້າທີ່ຂອງແຕ່ລະປະເທດມີຄວາມເປັນເອກະພາບ ໃນການເກັບກຳເປົ້າໝາຍ, ຂຶ້ນບັນຊີເປົ້າໝາຍ ແລະ ການດໍາເນີນຄະດີລຽບຕາມຊາຍແດນ ໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ; ເຂົ້າຮ່ວມ ໂດຍ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ມີຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ 3 ປະເທດ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ທັງ 3 ປະເທດ ໄດ້ມີການຜັດປ່ຽນກັນລາຍງານການຈັດຕັ້ງປະຕິບັດບັ້ນແກ້ໄຂການຄ້າມະນຸດໃນໄລຍະຜ່ານມາ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນບ່ອນອີງໃນການຈັດຕັ້ງປະຕິບັດຕາມລັດຖະບານໄດ້ຮັບຮອງແຜນງານໃນລະຫວ່າງປີ 2017-2020 ວ່າດ້ວຍການຕ້ານການຄ້າມະນຸດທັງນໍາໄປປັບປຸງກົງຈັກການຈັດຕັ້ງ ຂອງຄະນະກຳມະການຕ້ານການຄ້າມະນຸດ ແລະ ບັນດານິຕິກຳ ເປັນຕົ້ນແມ່ນດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການຕ້ານການຄ້າມະນຸດ (ລະດັບຊາດ, ຂັ້ນແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ) ໄດ້ມີຄວາມເປັນເອກະພາບ, ບັນດາເນື້ອໃນ, ຫຼັກການເກັບກຳເປົ້າໝາຍ, ຂຶ້ນບັນຊີເປົ້າໝາຍ ແລະ ການດໍາເນີນຄະດີລຽບຕາມຊາຍແດນ ໃຫ້ມີປະສິດທິຜົນ.

ທັງສາມປະເທດມີເສັ້ນຊາຍແດນຕິດຈອດກັນທາງບົກ ແລະ ທາງນ້ຳ ປະຊາຊົນໄດ້ໄປມາຫາສູ່ກັນ ເພື່ອຄ້າຂາຍ, ທ່ອງທ່ຽວ, ລົງທຶນ ແລະ ແຕ່ງດອງ; ແຕ່ຈາກສະພາບດັ່ງກ່າວ, ຍັງມີກຸ່ມຄົນບໍ່ດີຈຳນວນໜຶ່ງໄດ້ສົມຮູ້ຮ່ວມຄິດກັນສວຍໃຊ້ຄວາມຮູ້ຈັກລຶ້ງເຄີຍ, ຕົວະຍົວະຫຼອກລວງຊາວໜຸ່ມ-ຍິງສາວທີ່ອາໄສຢູ່ຕາມຕົວເມືອງເຂດຊາຍແດນ ເພື່ອໄປຂາຍຕໍ່ອີກປະເທດໜຶ່ງ ເພື່ອຫາຜົນປະໂຫຍດສ່ວນຕົວຍ້ອນເຫັນໄດ້ຜົນຮ້າຍຂອງການຄ້າມະນຸດ ລັດຖະບານສາມປະເທດ ໄດ້ເຂົ້າເປັນພາຄີຂອງສົນທິສັນຍາສາກົນ ໂດຍສະເພາະແມ່ນສັນຍາວ່າດ້ວຍການປາບປາມ ແລະ ລົງໂທດການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ (ປາລາໂມ), ສົນທິສັນຍາອາຊຽນວ່າດ້ວຍການຕ້ານການຄ້າມະນຸດ, ເປັນສະມາຊິກອາຊຽນ, ຂະບວນການຄອມມິດ.

ໃນຕໍ່ໜ້າ, 3 ປະເທດ ຈະສືບຕໍ່ຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ໂດຍຈະເລັ່ງໃສ່ເຂດທີ່ມີກຸ່ມສ່ຽງຂອງການຄ້າມະນຸດ, ເຂດລຽບຕາມຊາຍແດນໃຫ້ຫຼາຍຂຶ້ນ; ສືບຕໍ່ຈັດຕັ້ງເຜີຍແຜ່ບົດບັນທຶກການຮ່ວມມືສາມຝ່າຍໃຫ້ບັນດາແຂວງ, ເມືອງລຽບຕາມຊາຍແດນ; ສືບຕໍ່ເຮັດວຽກງານການສືບສວນ-ສອບສວນຂັ້ນພື້ນຖານ, ຂຶ້ນບັນຊີເປົ້າໝາຍ, ຄັດຈ້ອນເປົ້່າໝາຍທີ່ສົງໄສກະທຳຜິດໃນສະຖານການຄ້າມະນຸດ ເພື່ອມີມາດຕະການປ້ອງກັນສະກັດກັ້ນ ແລະ ແກ້ໄຂໃຫ້ທັນເວລາ.