ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຊປປລ) ໄດ້ຖະແຫຼງກ່ຽວກັບສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກ, ວັນສ້າງຕັ້ງຄະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ຄົບຮອບ 63 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ຂອງສູນກາງຊາວໜຸ່ມ ປະຊາຊົນ ປະຕິວັັດລາວ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.

ທ່ານ ນວນທອງ ສຸວັນວິໄຊ ຫົວໜ້າຫ້ອງການສູນກາງ ຊປປລ ກ່າວວ່າ: ເພື່ອເປັນການປະກອບສ່ວນສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ, ຂອງພັກ ແລະ ຂະແໜງການຕ່າງໆໃຫ້ມີຄວາມໝາຍສຳຄັນເລິກເຊິ່ງ, ມີບັນຍາກາດຟົດຟື້ນມ່ວນຊື່ນ, ມີຜົນສຳເລັດຂອງໜ້າທີ່ວຽກງານຕົວຈິງໃນການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດໃຫ້ນັບມື້-ນັບເຕີບໃຫຍ່ຂະຫຍາຍຕົວ. ເຊິ່ງຄະນະບໍລິຫານງານສູນກາງ ຊປປລ ໄດ້ກຳນົດປີ 2018 ນີ້ ເປັນປີແຫ່ງຂະບວນການຂອງຊາວໜຸ່ມອີກວາລະໜຶ່ງ, ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສາມຂັ້ນຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ, ດ້ວຍການຍູ້ແຮງຂະ ບວນການແຂ່ງຂັນປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາຕິດພັນກັບຂໍ້ແຂ່ງຂັນຮັກຊາດ-ພັດທະນາທີ່ພັກ ແລະ ລັດວາງອອກ.

ຄະນະເລຂາທິການສູນກາງ ຊປປລ ໄດ້ກຳນົດ 4 ຂະບວນການ ເປັນຕົ້ນແມ່ນຂະບວນການສຶກສາອົບຮົມມູນເຊື້ອ, ປະຫວັດສາດ ມີ 5 ກິດຈະກຳປະກອບດ້ວຍ: ການປາຖະກະຖາເລົ່າມູນເຊື້ອຂອງພັກ, ຂອງຊາວໜຸ່ມ ແລະ ກອງທັບ, ຈັດຊົມຮູບເຫງົາພິມເອກະສານການຕໍ່ສູ້ປົດປ່ອຍຊາດ, ການທັດສະນະສຶກສາຫໍພິພິທະພັນ, ການອອກແຮງງານອະນາໄມອານຸສອນສະຖານທ່ານຜູ້ນຳ, ການຢ້ຽມຂໍ່ານັບການນຳພັກ-ລັດ; ຂະບວນການຕອບບຸນແທນຄຸນມີ 3 ກິດຈະກຳປະກອບມີຄື: ປຸກລະດົມວັດຖຸປັດໃຈ, ຂອງຂວັນ, ຂອງ ທີ່ລະນຶກຝາກໃຫ້ເພື່ອນຊາວໜຸ່ມທີ່ຢູ່ແນວໜ້າ, ເຂດທຸລະກັນດານ, ຢ້ຽມຢາມຖາມຂ່າວສຸຂະພາບນັກຮົບປະຕິວັດບຳນານຜູ້ເສຍອົງຄະ, ຈັດພິທີວາງກະຕ່າດອກໄມ້ອານຸສາວະລີ, ອະນຸສອນສະຖານທ່ານຜູ້ນຳ ແລະ ວິລະຊົນສີທອງ; ຂະບວນການກິລາ-ສິນລະປະມີ 4 ກິດຈະກຳເຊັ່ນ: ຈັດແຂ່ງຂັນກິລາບານເຕະຊິງຂັນ ເລຂາຄະນະບໍລິຫານງານສູນກາງ ຊປປລ ຊີງຂັນ ເລຂາຄະນະພັກສູນກາງ ຊປປລ, ຂະບວນການອອກແຮງງານມີ: ອະນາໄມເສັ້ນທາງຕາມຕົວເມືອງ ຢູ່ນະຄອນຫຼວງວຽງຈັນ ວັນປູກຕົ້ນໄມ້ຢູ່ວັງເຍົາວະຊົນໃນໂອກາດວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ຂະບວນການໂຄສະນາເຜີຍແຜ່ກົດໝາຍ ແລະ ຄວາມຮູ້ທົ່ວໄປຢູ່ບັນດາເມືອງຂອງ ນະຄອນຫຼວງວຽງຈັນ ມີ 2 ກິດຈະກຳຄື: ຄາລະວານຊາວໜຸ່ມສູ່ດິນແດນບັນພະບຸລຸດອົງແກ້ວ-ອົງກົມມະດຳ, ກິດຈະກຳສ້ອມແປງໂຮງຮຽນ 1 ແຂວງ 1 ຫລັງ (ນະຄອນຫຼວງ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ).

ບັນດາກິດຈະກຳດັ່ງກ່າວນີ້, ແມ່ນຈະໄດ້ມີການເຂົ້າຮ່ວມປະກອບສ່ວນຈັດຕັ້ງປະຕິບັດຂອງບັນດາ ຄຊປປລ, ສະມະຊິກ ຊປປລ ກະຊວງ, ອົງການ, ນະຄອນຫຼວງ, ການປະກອບສ່ວນຂອງການຈັດຕັ້ງພັກ-ລັດອົງການປົກຄອງທ້ອງຖິ່ນ ແລະ ພໍ່-ແມ່ປະຊາຊົນຊາວ ນະຄອນຫຼວງວຽງຈັນ, ສຳລັບຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ແມ່ນຄະນະເລຂາທິການສູນກາງ ຊປປລ ຈະມີແຈ້ງການແນະນຳຕ່າງໆ.