ວັນທີ 12 ມີນາ 2018 ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫຼວງນໍ້າທາ ສາມາດກັກຕົວຜູ້ຖືກຫາຄ້າ-ຂາຍຢາເສບຕິດ ( ຢາບ້າ ) ໄດ້ 1 ຄົນ ພ້ອມຂອງກາງ 50 ມັດ ເທົ່າກັບ 100.000 ເມັດ.

ເຈົ້າໜ້າທີ່ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນວັນທີ 11 ມີນາ 2018 ໄດ້ສືບຮູ້ມີກຸ່ມຄົນບໍ່ດີຈຳນວນໜຶ່ງເຄື່ອນໄຫວລັກລອບຄ້າ-ຂາຍຢາເສບຕິດຢູ່ເຂດບ້ານສົມປານໃຕ້ ຫາ ບ້ານຊຽງກົກ ເມືອງ ລອງ ແຂວງຫຼວງນໍ້າທາ, ຜ່ານການລົງຕິດຕາມເປົ້າໝາຍມາຮອດວັນທີ 12 ມີນາ 2018 ເວລາປະມານ 13:30 ໂມງ ພົບເຫັນເປົ້າໝາຍມີການເຄື່ອນໄຫວ; ຈຶ່ງໄດ້ສະກັດກັ້ນເປົ້າໝາຍຊື່ ທ້າວ ຢາໂຕ ອາຍຸ 31 ປີ ຢູ່ບ້ານປຸງຊາຍ ເມືອງລອງ ແຂວງຫຼວງນໍ້າທາ, ຜ່ານການກວດຄົ້ນພົບຢາບ້າ ຈຳນວນ 50 ມັດ ເທົ່າກັບ 100.000 ເມັດ ຊຸກເຊື່ອງຢູ່ໃນກະເປົາທີ່ຢູ່ທ້າຍລົດຈັກຂອງຜູ້ກ່ຽວ.

ຜ່ານການສືບສວນ-ສອບສວນຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວໄດ້ຮັບເອົາມາຈາກຜູ້ຄ້າຂາຍໃນປະເທດມຽນມາ ເພື່ອຈະນຳມາຂາຍຕໍ່ແຕ່ບໍ່ສໍາເລັດ; ປັດຈຸບັນເຈົ້າໜ້າທີ່ໄດ້ສືບຕໍ່ຂະຫຍາຍຜົນດໍາເນີນຄະດີ.