ອັດຕະປື

ກອງບັນຊາການ ປກສ ແຂວງອັດຕະປື ແລະ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີເຜີຍແຜ່ກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ( ສະບັບປັບປຸງ ) ໃນທ້າຍເດືອນຜ່ານມາ ໂດຍການເຂົ້າຮ່ວມຂອງ ພັອ ກຽງຄຳ ອິນແພງທະວົງ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ; ສໍາລັບ ປກສ ແຂວງອັດຕາປື ເຜີຍແຜ່ໂດຍ ພົຈວ ທອງຈັນ ຈັນທະພົງ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ແລະ ປກສ ແຂວງສະຫວັນນະເຂດ ເຜີຍແຜ່ໂດຍ ພັອ ກຽງຄຳ ອິນແພງທະວົງ.

ອັດຕະປື

ທັງສອງທ່ານໄດ້ຍົກໃຫ້ເຫັນວ່າ: ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ( ສະບັບປັບປຸງ ) ປະກອບມີ IX ພາກ, 6 ໝວດ ແລະ 55 ມາດຕາ. ໃນນັ້ນ, ປັບປຸງ 64 ມາດຕາ, ສ້າງໃໝ່ 6 ມາດຕາ ແລະ ຍັງຮັກສາເດີມ 3 ມາດຕາ, ເຊິ່ງໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອຮັບປະກັນໃຫ້ກຳລັງ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊໍານານທາງດ້ານວິຊາສະເພາະ, ມີແບບແຜນວິທີເຮັດວຽກທີ່ກ້າວໜ້າ ແລະ ທັນສະໄໝ ແນໃສ່ເຮັດສຳເລັດໜ້າທີ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ມີການພັດທະນາຍິ່ງຂຶ້ນ.

ສະຫວັນນະເຂດ

ໃນພາກທີ 03, ມາດຕາ 21 (ປັບປຸງ) ໄດ້ລະບຸໄວ້ວ່າ: ເຫຼົ່າວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ປະກອບມີ ເຫຼົ່າວິຊາສະເພາະສັນຕິບານ, ເຫຼົ່າວິຊາສະເພາະຕຳຫຼວດ, ເຫຼົ່າວິຊາສະເພາະການເມືອງ, ເຫຼົ່າວິຊາສະເພາະເສນາທິການ, ເຫຼົ່າວິຊາສະເພາະພະລາທິການ, ເຫຼົ່າວິຊາສະເພາະສືບຂ່າວຍຸດທະສາດ, ເລົ່າວິສາສະເພາະຄຸມຂັງດັດສ້າງ, ເຫຼົ່າວິຊາສະເພາະຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ເຫຼົ່າວິຊາສະເພາະປ້ອງກັນເຄື່ອນທີ່, ເຫຼົ່າວິຊາສະເພາະປ້ອງກັນທີ່ຕັ້ງ, ເຫຼົ່າວິຊາສະເພາະປ້ອງກັນສູນກາງ ແລະ ປ້ອງກັນຄວາມສະຫງົບເຄິ່ງອາຊີບ.

ສະຫວັນນະເຂດ