ອາທິດຜ່ານມາ, ຫ້ອງວ່າການປົກຄອງແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ ຄຊປປລ ( 14 ເມສາ 1955-14 ເມສາ 2018) ເພື່ອໃຫ້ບັນດາສະຫາຍໃນອົງການຈັດຕັ້ງມະຫາຊົນແຂວງ ຕະຫຼອດຮອດພະນັກງານ-ລັດຖະກອນທົ່ວຫ້ອງວ່າການແຂວງ ຮັບຮູ້ເຖິງມູນເຊື້ອຂອງວັນສຳຄັນດັ່ງກ່າວ.

ໂດຍແມ່ນທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ເຈົ້າແຂວງຜົ້ງສາລີ ໄດ້ປາຖະກະຖາໃຫ້ຮູ້ວ່າ: ຕະຫຼອດໄລຍະ 63 ປີ ນັບແຕ່ໄດ້ຮັບການສ້າງຕັ້ງເປັນຕົ້ນມາ, ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຕ່ລະຂັ້ນໄດ້ເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຕົນ, ຜັນຂະຫຍາຍຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ແລະ ຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນຢ່າງກວ້າງຂວາງ ເຊິ່ງຢັ້ງຢືນໃຫ້ເຫັນວ່າໃນ 1 ປີຜ່ານມາ ຄະນະໜ່ວຍຊາວໜຸ່ມ, ໜ່ວຍຊາວໜຸ່ມຫຼາຍໜ່ວຍໄດ້ຮັບນາມມະຍົດເປັນໜ່ວຍຊາວໜຸ່ມ 4 ບຸກ ແລະ ກອງເຍົາວະຊົນດີເດັ່ນ ແລະອື່ນໆ.

ນອກຈາກນີ້, ຄະນະພັກ ຄະນະຊາວໜຸ່ມແຕ່ລະຂັ້ນກໍບໍ່ໄດ້ຫຼຸດລະໃນການໂຄສະນາສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ, ເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ມີນ້ຳໃຈຮັກຊາດຢ່າງສູງສົ່ງຮູ້ໄດ້ເຖິງວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ, ຮູ້ເຖິງມູນເຊື້ອຂອງຊາດ, ຂອງບັນພະບຸລຸດກໍຄືຊາວໜຸ່ມຮຸ່ນກ່ອນ, ຊາວໜຸ່ມ-ເຍົາວະຊົນຈຳນວນຫຼາຍ ໄດ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ຊອກຮູ້ສະແຫວງຫາດ້ານດີ ເພື່ອນຳພາພັດທະນາຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດ.

ໂອກາດດຽວກັນ, ທ່ານຍັງໄດ້ຊີ້ນຳໃຫ້ພະນັກງານ-ລັດຖະກອນ ແລະ ຄະນະຊາວໜຸ່ມແຕ່ລະຂັ້ນ ຈົ່ງເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ, ນຳເອົາແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ມູນເຊື້ອອັນດີງາມຂອງພັກ-ຂອງຊາດລົງເຜີຍແຜ່ເຊື່ອມຊຶມ ເຮັດໃຫ້ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນຮັບຮູ້ເຂົ້າໃຈຢ່າງໜັກແໜ້ນ ເພື່ອພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ, ຕື່ນຕົວປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຮັ່ງມີເຂັ້ມແຂງ, ຮຸ່ງເຮື່ອງສີວິໄລ ແລະ ຍຸຕິທຳດັ່ງຄຳຂວັນທີ່ວ່າ: “ບ່ອນໃດຍາກຊາວໜຸ່ມບຸກບ່ອນໃດທຸກ ຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການ ຊາວໜຸ່ມຂານອາສາ”.