ໃນວັນທີ 8 ເມສາ 2018, ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງປະທຸມພອນ ແຂວງ ຈໍາປາສັກ ໄດ້ເຂົ້າຈັບກຸມກຸ່ມແກ້ງຄ້າຂາຍຢາເສບຕິດໄດ້ 6 ຄົນ ພ້ອມຂອງກາງຢາບ້າ 4.000 ເມັດ ໃນຂະນະນັດ ແບ່ງຢາບ້າໃຫ້ກັນໄປຈໍາໜ່າຍຢູ່ເຂດບ້ານທ່າຮູ້ ເມືອງປະທຸມພອນ.
ເຈົ້າໜ້າທີ່ ປກສ ເມືອງປະທຸມພອນ ໃຫ້ຮູ້ວ່າ: ໃນວັນທີ 8 ເມສາ 2018, ເວລາປະມານ 10:00 ໂມງ ໄດ້ຮັບການ ລາຍງານຈາກພົນລະເມືອງດີວ່າ: ໄດ້ມີກຸ່ມເປົ້າໝາຍເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ຈຸດທາງເຂົ້າເຂດບ້ານທ່າຮູ້ ເມືອງປະທຸມພອນ ແຂວງຈຳປາສັກ; ດັ່ງນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ຈັດກໍາລັງຕິດຕາມເປົ້າໝາຍ. ຜ່ານ ການຕິດຕາມ, ເຫັນວ່າເປົ້າໝາຍມີການເຄື່ອນໄຫວນັດຂາຍຢາເສບຕິດແທ້. ຈາກນັ້ນ, ໄດ້ປະສານສົບທົບກັບພາກ ສ່ວນທີ່ກ່ຽວຂ້ອງວາງແຜນມ້າງຄະດີດັ່ງກ່າວ, ສາມາດກັກຕົວກຸ່ມຄ້າຂາຍຢາເສບຕິດໄດ້ຈຳນວນ 6 ຄົນ ພ້ອມຢຶດ ຂອງກາງຢາບ້າໄດ້ຈຳນວນ 2 ມັດ ກັບ 76 ເມັດ ເທົ່າກັບ 4.076 ເມັດ, ລົດຈັກ 4 ຄັນ ແລະ ໂທລະສັບ 5 ໜ່ວຍ. ໃນນັ້ນ, ມີ ທ້າວ ກຸ ອາຍຸ 25 ປີ, ທ້າວ ນ້ອຍ ອາຍຸ 33 ປີ, ທັງ 2 ຄົນຢູ່ບ້ານພົມມະລຶ ເມືອງປະທຸມພອນ, ທ້າວ ສີເມືອງ ອາຍຸ 17 ປີ, ທ້າວ ເດຊາ ອາຍຸ 33 ປີ ທັງ 2 ຢູ່ບ້ານສະໂນດ ເມືອງປະທຸມພອນ ແລະ ທ້າວ ລອງ ອາຍຸ 17 ປີ, ທ້າວ ເສິກ ອາຍຸ 15 ປີ ທັງ 2 ຢູ່ບ້ານຂຽດໂງ້ງ ເມືອງປະທຸມພອນ ທັງ 6 ຄົນ ຢູ່ແຂວງຈຳປາສັກ.
ຜ່ານການສອບສວນເບື້້ອງຕົ້ນ, ພວກກ່ຽວສາລະພາບວ່າ: ຢາບ້າຈໍານວນດັ່ງ ກ່າວເປັນຂອງພວກກ່ຽວແທ້, ເຊິ່ງ ຮ່ວມກັນຊື້-ຂາຍຢາບ້າມາແລ້ວຫຼາຍຄັ້ງ. ໃນວັນທີ 8 ເມສາ 2018, ໄດ້ໂທລະສັບນັບພົບກັນຢູ່ເຂດບ້ານທ່າຮູ້ ເມືອງ ປະທຸມພອນ ເພື່ອແບ່ງປັນຢາບ້າກັນໄປຈໍາໜ່າຍຕາມເຄືອຂ່າຍໃຜລາວ, ໃນຂະນະທີ່ແບ່ງປັນຢູ່ນັ້ນ ຖືກເຈົ້າໜ້າທີ່ ກັກຕົວກ່ອນ ພ້ອມຂອງກາງຈໍານວນດັ່ງກ່າວ. ປັດຈຸບັນ, ເຈົ້າໜ້າທີ່ກໍາລັງ ເລັ່ງຕິດຕາມຈັບຕົວເຄືອຂ່າຍກຸ່ມແກ້ງ ດັ່ງກ່າວທີ່ຖືກຊັດທອດຕື່ມອີກ ເພື່ອນຳໄປດໍາເນີນຄະດີຕາມກົດໝາຍ.
ຢ່າງໃດກໍຕາມ, ເພື່ອຮ່ວມກັນສະກັດກັ້ນ ແລະ ຕ້ານບັນຫາດັ່ງກ່າວນີ້ ຂໍຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນທຸກຊັ້ນຄົນ ຕ້ອງມີສ່ວນຮ່ວມເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ຊ່ວຍເປັນຫູ-ເປັນຕາໃຫ້ແກ່ເຈົ້າໜ້າທີ່, ກໍລະນີພົບເຫັນ ກຸ່ມຄົນ ບໍ່ດີເຄື່ອນໄຫວຄ້າຂາຍຢາເສບຕິດແມ່ນໃຫ້ຮີບຟ້າວແຈ້ງຕໍ່ເຈົ້າໜ້າທີ່ ຫຼື ອໍານາດການປົກຄອງບ້ານ ເພື່ອ ເຂົ້າແກ້ໄຂໃຫ້ທັນເວລາ. ອີກຢ່າງໜຶ່ງ, ຜູ້ປົກຄອງຕ້ອງເອົາໃຈໃສ່ໃນການຕິດຕາມຢ່າງໃກ້ຊິດ ສຶກສາອົບຮົມລູກ- ຫຼານຂອງຕົວເອງ ເພື່ອໃຫ້ເຂົາເຈົ້າຮັບຮູ້ພິດໄພຂອງຢາເສບຕິດ.