ທ່ານ ດຣ ນາງ ຊູເກດ ອໍານວຍການໂຄງການວິນຣອກ ( Winrock ) ສາກົນ ຕ້ານການຄ້າມະນຸດ ປະຈໍາ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະ ພັອ ປອ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ທັງເປັນຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ພ້ອມຄະນະ ໃນວັນທີ 9 ພຶດສະພາ 2018 ເພື່ອຫາລືຮ່ວມກັນໃນໂຄງການຫຼຸດຜ່ອນຄວາມສ່ຽງຂອງການຄ້າມະນຸດໃນ ສປປ ລາວ.

ເປົ້າໝາຍຂອງການຫາລືຮ່ວມກັນໃນໂຄງການດັ່ງກ່າວ ເພື່ອເປັນການຫຼຸດຜ່ອນຄວາມສ່ຽງຂອງ ການຄ້າມະນຸດໃນກຸ່ມເປົ້າໝາຍຢູ່ ສປປ ລາວ, ໂດຍການສະໜັບສະໜູນການຝຶກອົບຮົມວິຊາຊີບແນໃສ່ເພີ່ມທັກສະຄວາມສາມາດ ແລະ ອີງໃສ່ຄວາມຕ້ອງການຂອງຕະຫຼາດ, ຂະຫຍາຍການຮ່ວມມືກັບພາກເອກະຊົນຕອບສະໜອງໂອກາດການຈ້າງງານແກ່ກຸ່ມເປົ້າໝາຍທີ່ມີຄວາມສ່ຽງ, ໂດຍເລີ່ມຈາກຜູ້ລອດຊີວິດຈາກການຄ້າມະນຸດ ເພື່ອປ້ອງກັນບໍ່ໃຫ້ເຂົາເຈົ້າຕົກເປັນຜູ້ຖືກເຄາະຮ້າຍຊໍ້າອີກ, ໂດຍຮ່ວມມືກັບລັດຖະບານ ສປປ ລາວ ອີງໃສ່ກົດໝາຍລາວ, ນະໂຍບາຍ ແລະ ໂຄງການຕ່າງໆ; ພ້ອມດຽວກັນນັ້ນ, ກໍຕອບສະໜອງການບໍລິການທີ່ມີຄຸນນະພາບສູງໃຫ້ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ເຊິ່ງໂຄງການດັ່ງກ່າວຈະເລີ່ມຈັດຕັ້ງປະຕິບັດເມື່ອໄດ້ຮັບອະນຸຍາດ ໃນປີ 2018-2022 ເປັນໄລຍະເວລາ 5 ປີ, ງົບປະມານໃນການຈັດຕັ້ງປະຕິບັດໂຄງການແມ່ນ 2.305.970 ໂດລາ.

ໂຄງການຫຼຸດຜ່ອນຄວາມສ່ຽງຂອງ ການຄ້າມະນຸດ ໃນ ສປປ ລາວ ຈະຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ, ໃນຕໍ່ໜ້າອາດຈະຂະຫຍາຍໄປແຂວງອື່ນໆ ໂດຍການປຶກສາຫາລືກັບລັດຖະບານ.