ກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງກອງບັນຊາການທະຫານ ແຂວງຫົວພັນ ແລະ ກອງບັນຊາການທະ ຫານ ແຂວງແທ່ງຮວ່າ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 2 ພຶດສະພາ 2018 ຢູ່ຫ້ອງປະຊຸມຂອງກອງບັນຊາການທະຫານແຂວງຫົວພັນ, ຝ່າຍທະຫານແຂວງຫົວພັນ ນໍາໂດຍ ພັອ ສຸລິນພອນ ຄໍາພະຈັນ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງຫົວພັນຫົວ ໜ້າຄະນະປະຕິບັດງານພິເສດ ແຂວງຫົວພັນ ແລະ ຝ່າຍແຂວງແທ່ງຮວ່າ ນໍາໂດຍພັອ ໂດ້ວັນມິ້ງ ຫົວໜ້າການເມືອງກອງບັນຊາການທະຫານແຂວງແທ່ງຮວ່າ ຮອງຫົວໜ້າຄະນະຊີ້ນໍາ 1237 ແຂວງແທ່ງຮ່ວາ ສສ ຫວຽດນາມ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ, ຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນຖອດຖອນບົດຮຽນກ່ຽວກັບການຊອກຄົ້ນອັດຖິໃນລະດູແລ້ງ ສົກປີ 2017-2018 ທີ່ສອງ ແຂວງໄດ້ຮ່ວມມືກັນຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດຖະ ບານລາວ ແລະ ຫວຽດນາມ ໂດຍໄດ້ມອບໃຫ້ສອງຄະນະປະຕິບັດງານຮ່ວມມື ລະຫວ່າງແຂວງຫົວພັນ-ແຂວງ ແທ່ງຮ່ວາ ຈັດຕັ້ງປະຕິບັດຊອກຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະລະຊີວິດໃນປາງສົງ ຄາມຢູ່ບົນດິນແດນແຂວງຫົວພັນ ເພື່ອກັບຄືນປະເທດຢ່າງສົມກຽດ; ຜ່ານການຈັດຕັ້ງປະຕິບັດຂອງໜ່ວຍຂຸດຄົ້ນໃນລະດູແລ້ງສົກປີນີ້ເຫັນວ່າ: ໄດ້ເອົາໃຈໃສ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນ ແຂວງ ແລະ ອໍານາດການປົກຄອງທ້ອງຖິ່ນໃນ 10 ເມືອງທົ່ວແຂວງຫົວພັນ ເພື່ອອໍານວຍຄວາມສະດວກໃນການເກັບກໍາການສະໜອງຂໍ້ມູນສະຖານທີ່ຝັງອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ແຕ່ລະຈຸດທີ່ເຄີຍໄດ້ຮ່ວມເຄື່ອນໄຫວສູ້ຮົບໃນປາງສົງຄາມຢູ່ບົນດິນແດນແຂວງຫົວພັນ; ຜ່ານການຊອກຫາຂໍ້ມູນ ແລະ ຂຸດຄົ້ນສົກປີນີ້ສາມາດຂຸດຄົ້ນໄດ້ຈໍານວນ 23 ອັດຖິ ແລະ ໃນວັນທີ 3 ພຶດສະພາ 2018 ໄດ້ຈັດພິທີມອບ-ສົ່ງອັດຖິກັບຄືນປະເທດຢ່າງສົມກຽດ.
ສໍາລັບທິດທາງແຜນການໃນຕໍ່ໜ້ານີ້, ທັງສອງຝ່າຍຍັງຈະສືບຕໍ່ຮ່ວມມືປະສານສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ເພື່ອຊ່ວຍໃຫ້ກອງປະຕິບັດງານໄດ້ຂຸດຄົ້ນຕາມຄາດໝາຍທີ່ກໍານົດ, ຄາດວ່າຕົ້ນເດືອນຕຸລາ ປີນີ້ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດຊອກຫາຂຸດຄົ້ນຈົນຮອດເດືອນເມສາ 2019 ໃຫ້ໄດ້ຈັດພິທີມອບ-ສົ່ງ.
ໂອກາດດັ່ງກ່າວ, ທັງສອງຝ່າຍຍັງໄດ້ລົງນາມເຊັນບົດບັນທຶກຊ່ວຍຈໍາ ເພື່ອເປັນການຮ່ວມມືປະສານສົມທົບເຮັດວຽກງານນີ້ສະດວກເໝາະສົມໃນທຸກດ້ານ ພ້ອມທັງຜັດປ່ຽນມອບຂອງຂວັນທີ່ລະນຶກເຊິ່ງກັນແລະກັນ.