ໃນວັນທີ 9 ພຶດສະພາ 2018, ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ( ຄຕມຊ ) ຈັດກອງປະຊຸມປຶກສາຫາລືດ້ານເນື້ອໃນ ແລະ ພິທີການ ເພື່ອກຽມພ້ອມເປີດກອງປະຊຸມລະຫວ່າງລາວ-ຫວຽດນາມ ທີ່ຈະຈັດຂຶ້ນໃນທ້າຍເດືອນພຶດສະພານີ້, ໂດຍການເປັນປະທານຂອງ ພັອ ນາງ ລີວົງ ລາວລີ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ມີສະມາຊິກກອງເລຂາ ຄຕມຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງ ແລະ ແບ່ງຄວາມຮັບຜິດຊອບ ເປັນຕົ້ນແມ່ນຄະນະຮັບຜິດຊອບຊີ້ນໍາລວມ, ອະນຸກໍາມະການເນື້ອໃນ, ຜູ້ປະສານງານ, ອະນຸກໍາມະການ ແລະ ພິທີການ, ອະນຸກໍາມະການນໍາທ່ຽວ ແລະ ອະນຸກໍາມະການດ້ານງົບປະມານຈຸດປະສົງກໍເພື່ອປຶກສາຫາລືລາຍລະອຽດ ກ່ຽວກັບແຜນຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບກັນ. ຈາກນັ້ນ, ຈຶ່ງນໍາເນື້ອໃນດັ່ງກ່າວສະເໜີຂັ້ນເທິງເພື່ອອະນຸມັດ.

ກອງປະຊຸມດັ່ງກ່າວຈະຈັດຂຶ້ນໃນລະຫວ່າງວັນທີ 23-26 ພຶດສະພາ 2018 ທີ່ແຂວງຫຼວງພະບາງ ເພື່ອທົບການຈັດຕັ້ງປະຕິບັດສັນຍາ ປະຈໍາປີ 2017 ແລະ ວາງທິດທາງແຜນການ ປະຈໍາປີ 2018 ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ວ່າດ້ວຍ ການສະກັດກັ້ນ-ຕ້ານການຄ້າມະນຸດ ແລະ ປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ.