ໃນວັນທີ 8 ພຶດສະພາຜ່ານມາ, ພັທ ໄຊຍະວົງ ແກ້ວສຸລິວົງ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ຜູ້ຊີ້ນຳຄ້າຍຄຸມຂັງໂພນຕ້ອງ ແລະ ພັທ ວັນພອນ ບ່າວແພງສີ ຫົວໜ້າຄ້າຍຄຸມຂັງໂພນຕ້ອງ ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ພ້ອມຄະນະ ໄດ້ຕ້ອນຮັບການມາຢ້ຽມຢາມຂອງ ພັອ ບຸນຊູ ພົງສະຫວັດມີໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ແລະ ພັທ ບົວທອງ ບໍລິບານ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ແຂວງວຽງຈັນ ພ້ອມດ້ວຍຄະນະ.

ການຕ້ອນຮັບໃນຄັ້ງນີ້, ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃຫ້ກັນຊາບ; ໂດຍສະເພາະ ພັທ ວັນພອນ ບ່າວແພງສີ ໄດ້ລາຍງານໃຫ້ຮູ້ວ່າ: ຄະນະຄ້າຍຄຸມຂັງໂພນຕ້ອງ ໄດ້ເອົາໃຈໃສ່ສຶກສາອົບຮົມຄຸ້ມຄອງນັກໂທດ-ຕ້ອງຫາເປັນປົກກະຕິ ເພື່ອເຮັດໃຫ້ນັກໂທດ-ຕ້ອງຫາແຕ່ລະຄົນເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຂອງກຳລັງ ປກສ ຢ່າງເຂັ້ມງວດ ແລະ ຍັງໄດ້ຊີ້ນຳ-ນຳພານັກໂທດ-ຕ້ອງຫາຕັ້ງໜ້າເຮັດການຜະລິດຝຶກວິຊາຊີບເປັນປະຈຳ ເຊັ່ນ: ສານຕິບເຂົ້າ, ແກະສະລັກ, ປູກຝັງ, ຜະລິດນ້ຳດື່ມ ແລະ ຜະລິດດິນບັອກ ເຮັດໃຫ້ເຂົາເຈົ້າມີຄວາມຮູ້-ຄວາມສາມາດ, ຊຳນິຊຳນານດ້ານວິຊາອາຊີບຕິດຕົວເມື່ອເວລາພົ້ນໂທດ ທັງເປັນການແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນກວ່າເກົ່າ ແລະ ຍັງເປັນການສ້າງລາຍຮັບເຂົ້າຄ້າຍກໍຄືກົມຕຳຫຼວດຄຸມຂັງ-ດັດສ້າງ ໃຫ້ມີຄວາມເຂັ້ມແຂງຢ່າງຕໍ່ເນື່ອງ; ນອກນັ້ນ, ພະນັກງານພາຍໃນຄ້າຍຍັງໄດ້ເອົາໃຈໃສ່ກວດກາ ແລະ ປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ເພື່ອຮັບປະກັນໃຫ້ຄ້າຍມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ.

ຫຼັງຈາກນັ້ນ, ທັງສອງຄ້າຍຄຸມຂັງໂພນຕ້ອງ ແລະ ຄ້າຍຄຸມຂັງ-ດັດສ້າງ ແຂວງວຽງຈັນ ຍັງໄດ້ສ້າງຂະບວນການກິລາເຕະບານ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງ ພະນັກງານທັງສອງຝ່າຍໃຫ້ມີສຸຂະພາບແຂງແຮງ ແລະ ຫ້າວຫັນໃນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ສຳເລັດ.