ວັນທີ 8 ພຶດສະພາ 2018, ສະຫະພັນກຳມະບານກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາວັນກຳມະກອນສາກົນ ຄົບຮອບ 132 ປີ (1 ພຶດສະພາ 1886-1 ພຶດສະພາ 2018) ເພື່ອໃຫ້ບັນດາສະມາຊິກກຳມະບານທົ່ວກົມໃຫຍ່ໄດ້ຮັບຮູ້ເຖິງມູນເຊື້ອສຳຄັນດັ່ງກ່າວ ແລ້ວນຳໄປເສີມຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ໃຫ້ອອກຜົນ.

ພັທ ບຸນມີ ລາດຊະລິດ ຮັກສາການປະທານສະພັນກຳມະບານກົມໃຫຍ່ພະລາທິການ ໄດ້ປາຖະກະຖາໃຫ້ຮູ້ວ່າ: ວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດໃນປະເທດສະຫະລັດອາເມລິກາ ຢູ່ຕົວເມືອງຊິກາໂກ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: ( ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮຽນ ) ໃນມື້ນັ້ນໄດ້ມີກໍາມະກອນນັດຢຸດງານເຖິງ 5.000 ແຫ່ງ ໃນຕົວເມືອງໃຫຍ່ຂອງປະເທດສະຫາລັດອາເມລິກາ ເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະອື່ນໆ; ມີຜູ້ເຂົ້າຮ່ວມ 340.000 ຄົນ, ເຊິ່ງພວກເຂົາໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນໃນມື້ໜຶ່ງ 8 ຊົ່ວໂມງ; ຂະບວນການດັ່ງກ່າວແມ່ນຖືກພວກນາຍທຶນ ສົມທົບກັບເຈົ້າໜ້າທີ່ຍິງປືນກວາດໃສ່ ເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ, ຈາກເຫດການຂອງວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກຳມະກອນຢູ່ທະວີບເອີຣົບ ແລະ ທະວີບອາເມຣິກາ, ເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໂລກ ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍສຳຄັນອັນໃຫຍ່ຫຼວງຂອງຊົນຊັ້ນກຳມະກອນໃນຂະບວນການຕໍ່ສູ້ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ;ຕໍ່ໜ້າສະພາບການຄືແນວນັ້ນ, ວັນທີ 14 ກໍລະກົດ 1889 ກອງປະຊຸມພັກຄອມມູນິດສາກົນ ຄັ້ງທີ 2 ໄດ້ໄຂຂຶ້ນທີ່ນະຄອນຫຼວງປາຣີ (ປະເທດຝຣັ່ງ), ມີຜູ້ເຂົ້າຮ່ວມກອງປະຊູມ 393 ຄົນ ມາຈາກ 22 ປະເທດ. ກອງປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນ ຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄຳຂວັນມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນ ວັນກຳມະກອນສາກົນ ນັບແຕ່ນັ້ນມາ ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ.

ໂອກາດດຽວກັນ, ຍັງໄດ້ດຳເນີນການປ່ອນບັດຢັ່ງຫາງສຽງ ຄັ້ງທີ 2 ທາບທາມບຸກຄະລາກອນທີ່ຈະສະໝັກເຂົ້າມາເປັນຄະນະບໍລິຫານງານສະຫະພັນກຳມະບານຊຸດໃໝ່ ຂອງສະຫະພັນກຳມະບານກົມໃຫຍ່ພະລາທິການ ໃນນັ້ນມີຄະນະສະຫະພັນກຳມະບານຊຸດເກົ່າ ເຂົ້າສະໝັກ 6 ສະຫາຍ ຂີດອອກຈຳນວນທໍ່ໃດກະໄດ້ ແລະ ຜູ້ເຂົ້າສະໝັກໃໝ່ 16 ສະຫາຍ (ຂີດອອກ 5 ສະຫາຍ).