ພິທີມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານໃຫ້ໜ່ວຍພັກອົງການກວດສອບປະຈຳພາກກາງ ພ້ອມທັງມອບໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2017 ໄດ້ຈັດຂຶ້ນໃນວັນທີ 8 ພຶດສະພາ 2018, ເປັນປະທານ ແລະ ມອບໃບຢັ້ງຢືນໂດຍສະຫາຍ ອໍາໄພວັນ ພັນທະວົງ ຄະນະປະຈໍາພັກນະຄອນຫຼວງວຽງຈັນ ເລຂາໜ່ວຍພັກອົງການກວດສອບປະຈໍາພາກກາງ, ມີຄະນະພັກ-ຄະນະນໍາ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

ສະຫາຍ ວົງພະກອນ ໄຊສິດທິເດດ ຮອງເລຂາໜ່ວຍພັກອົງການກວດສອບປະຈໍາພາກກາງ ໄດ້ຜ່ານມະຕິຕົກລົງຂອງຄະນະ ປະຈໍາພັກນະຄອນຫຼວງວຽງຈັນ ສະບັບເລກທີ 0367/ຄພ.ນວ ລົງວັນທີ 3 ເມສາ 2018 ວ່າດ້ວຍ ການມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ປະຈໍາປີ 2017 ໃຫ້ແກ່ໜ່ວຍພັກອົງການກວດສອບປະຈໍາພາກກາງ ແລະ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການມອບໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2017; ໃນນີ້, ໄດ້ຮັບໃບຍ້ອງຍໍ ຈໍານວນ 1 ກົມກອງ, ບຸກຄົນ ຈໍານວນ 28 ທ່ານ ແລະ ໄດ້ຮັບໃບຊົມເຊີຍ ຈໍານວນ 8 ທ່ານ.

ໃນພິທີ ສະຫາຍ ອໍາໄພວັນ ພັນທະວົງ ກໍໄດ້ໃຫ້ທິດຊີ້ນໍາຄະນະພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນອົງການກວດສອບປະຈໍາພາກກາງ ຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນສໍາເລັດຂຶ້ນກວ່າເກົ່າ, ພ້ອມຮັກສາມູນເຊື້ອໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານໃຫ້ໄດ້ຕະຫຼອດໄປ.