ສະພາບລັກຊັບຂອງພົນລະເມືອງທີ່ເກີດຂຶ້ນໃນແຕ່ລະວັນ ສ່ວນໃຫຍ່ມັກຈະເກີດມາຈາກບັນຫາຢາເສບຕິດ ຫຼື ເຄີຍ ກະທຳຜິດໃນສະຖານນີ້ມາກ່ອນ, ເຊິ່ງສະແດງອອກໃນເວລາເຈົ້າໜ້າທີ່ຈັບຕົວຜູ້ຖືກຫາມາສອບ ຈະຮັບສາລະພາບ ວ່າຮ່ວມກັນເຄື່ອນໄຫວລັກຊັບຂອງພົນລະເມືອງ ເພື່ອໄປຂາຍເອົາເງິນໄປຊື້ຢາບ້າມາເສບ ດັ່ງຄະດີໃນວັນທີ 25 ເມ ສາ 2018 ການຈັດຕັ້ງບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັບຕົວຄົນຮ້າຍໄດ້ 2 ຄົນ ໃນຂະນະລັກ ລົດຈັກ ແລ້ວສົ່ງໃຫ້ກອງຄະດີເມືອງໄຊທານີ ດໍາເນີນການສອບສວນ ພວກກ່ຽວສາລະພາບວ່າ ບໍ່ມີເງິນຊື້ຢາບ້າ ຈຶ່ງ ອອກຫາລັກລົດຈັກ.

ພັຕ ບຸນມີ ແກ້ວພົມມາ ຮອງຫົວໜ້າພະແນກຕຳຫຼວດ ຫົວໜ້າໜ່ວຍງານສືບສວນ-ສອບສວນຄະດີອາຍາ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ສິງສໍາລານ ອາຍຸ 33 ປີ ຢູ່ບ້ານໂພຄໍາ ເມືອງໄຊທານີ ແລະ ທ້າວ ແຕງ ອາຍຸ 21 ປີ ຢູ່ບ້ານເໜືອ ເມືອງຫົວພັນ ແຂວງຫົວພັນ ພັກເຊົ່າຢູ່ບ້ານໂພນເຄັງ ເມືອງໄຊເສດຖາ ນະຄອນຫຼວງ ວຽງຈັນ ຜ່ານການສອບສວນ ທ້າວ ແຕ່ງ ສາລະພາບວ່າ: ຜ່ານມາເຄີຍຖືກເຈົ້າ ໜ້າທີ່ ປກສ ເມືອງໄຊທານີ ກັກ ຕົວມາແລ້ວ 1 ຄັ້ງ ໃນຂໍ້ຫາສໍ້ໂກງຊັບຂອງພົນລະເມືອງ ຖືກສານຕັດສິນຈໍາຄຸກ 9 ເດືອນ ພາຍຫຼັງພົ້ນໂທດອອກ  ມາ ກໍກັບໄປຢູ່ບ້ານ. ມາເດືອນເມສາ 2018, ຜູ້ກ່ຽວໄດ້ມາພັກເຊົາຢູ່ບ້ານໂພນເຄັງ ເມືອງໄຊເສດຖາ ພາຍຫຼັງມາ ພັກເຊົາຢູ່ທີ່ນັ້ນ ຜູ້ກ່ຽວໄດ້ເລີ່ມເສບຢາບ້າ, ເຊິ່ງເສບມື້ລະ 1-2 ເມັດ ຢາບ້າທີ່ນໍາມາເສບແມ່ນຊື້ນໍາໝູ່ຂອງ ທ້າວ ສິງສໍາລານ. ມາວັນທີ 24 ເມສາ 2018 ທ້າວ ສິງສໍາລານ ໄດ້ມາຊັກຊວນຜູ້ກ່ຽວໄປຊອກຫາລັກລົດຈັກ ໄດ້ລົດຈັກ 2 ຄັນ.

ທ້າວ ສິງສໍາລານ ສາລະພາບວ່າ: ໃນປີ 2012 ຜູ້ກ່ຽວຖືກເຈົ້າໜ້າທີ່ກັກຕົວໃນຂໍ້ຫາສໍ້ໂກງຊັບຂອງພົນລະເມືອງ ແລະ ລັກຊັບຂອງພົນລະເມືອງມາແລ້ວ 1 ຄັ້ງ ຖືກສານນະຄອນຫຼວງວຽງຈັນ ຕັດສິນຕັດອິດສະຫຼະພາບຈໍາຄຸກ 4 ປີ ກັບ 6 ເດືອນ. ພາຍຫຼັງພົ້ນໂທດອອກມາ ປີ 2017 ກໍກັບມາຫາລັກຊັບຂອງພົນລະເມືອງ ເປັນຄັ້ງທີ 2, ເຊິ່ງສະ ແດງອອກຄື: ໃນເດືອນກັນຍາ 2017 ຜູ້ກ່ຽວໄດ້ໄປລັກເອົາລົດຈັກ MSX ສີແດງດໍາ ແລ້ວນໍາໄປຂາຍຢູ່ເຂດບ້ານ ດອນໜູນ ເມືອງໄຊທານີ ໄດ້ເງິນ 30.000 ບາດ; ມາວັນທີ 24 ເມສາ 2018, ຜູ້ກ່ຽວໄດ້ຮ່ວມກັບ ທ້າວ ແຕງ ໄປລັກເອົາລົດຈັກເວບໂຄລາວ ເຂດບ້ານສະພັງຄະນົງ ເມືອງໄຊທານີ ແລ້ວໄປຂາຍຢູ່ເຂດບ້ານຮ່ອງແກ ເມືອງໄຊເສດ ຖາ ໄດ້ເງິນ 200.000 ກີບ ແລະ ວັນທີ 25 ເມສາ 2018, ເວລາປະມານ 12:00 ໂມງ ຜູ້ກ່ຽວກັບ ທ້າວ ສິງສໍາລານ ໄດ້ພາກັນຂີ່ລົດຈັກ ໄປຕາມທາງບ້ານໂພຄໍາ ໄດ້ເຫັນລົດຈັກເວບ 100 ສີດໍາ ຈອດໄວ້ຢູ່ຂ້າງຮ້ານຂາຍເຄື່ອງ ພ້ອມທັງ ສັງເກດເຫັນກະແຈລົດຄາໄວ້ ທ້າວ ສິງສໍາລານ ຈຶ່ງໄດ້ຍ່າງເຂົ້າໄປຕິດຈັກລົດຈັກ ແລ້ວຂີ່ອອກໄປແຕ່ເຈົ້າຂອງຮ້ານໄດ້ ເຫັນ ແລະ ຈື່ໜ້າ ຈຶ່ງໄດ້ໄປແຈ້ງອໍານາດການປົກຄອງບ້ານກັກຕົວໄດ້ລະຫວ່າງທາງ. ນອກນັ້ນ, ທ້າວ ສິງສໍາລານ ຍັງ ສາລະພາບອີກວ່າ: ຜູ້ກ່ຽວເສບຢາບ້າມາແຕ່ປີ 2010 ເປັນຕົ້ນມາ, ເສບມື້ລະ 1-2 ເມັດ ຢາບ້າທີ່ເອົາມາເສບແມ່ນ ຊື້ນໍາໄວລຸ້ນມົ້ວສຸມຢາເສບຕິດພາຍໃນບ້ານ. ຈາກນັ້ນ, ມາປີ 2012 ຖືກກັກຕົວກໍບໍ່ໄດ້ເສບ ເມື່ອຖືກປ່ອຍຕົວອອກ ມາ ກໍກັບມາເສບອີກຄັ້ງ.

ຜ່ານການສະຫຼຸບຕີລາຄາຂອງເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ສະຫຼຸບວ່າ: ພວກກ່ຽວໄດ້ເຈດຕະນາເຄື່ອນໄຫວລັກ ຊັບຂອງພົນລະເມືອງແທ້, ເຊິ່ງສະແດງອອກໃນທີ່ຜ່ານມາ ໄດ້ ມີການຮ່ວມກັນຊອກຫາລັກລົດ 2-3 ຄັ້ງ ແລະ ຖືກ ດໍາເນີນຄະດີມາກ່ອນແລ້ວ ແຕ່ບໍ່ມີການປ່ຽນແປງ. ດ້ວຍເຫດນີ້, ຈຶ່ງໄດ້ກັກຕົວໄວເພື່ອສືບສວນຂະຫຍາຍຜົນຫາຜູ້ ຮ່ວມຂະບວນການ ແລະ ນໍາເກັບກູ້ລົດຈັກມາຮັກສາໄວ້ ແລ້ວຕິດຕໍ່ຫາເຈົ້າຂອງເດີມມາຮັບເອົາ.

ມາວັນທີ 3 ພຶດສະພາ 2018, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ນໍາເອົາລົດຈັກເວບ 100 ຄັນດັ່ງກ່າວມາມອບຄືນ ໃຫ້ເຈົ້າຂອງເດີມ. ກ່າວມອບໂດຍ ພັຕ ບຸນມີ ແກ້ວພົມມາ ກ່າວຮັບ ທ້າວ ເຄນ ສີສຸວັນ ອາຍຸ 61 ປີ ຢູ່ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.