ສູນຝຶກອົບຮົມແນວລາວສ້າງຊາດ ໄດ້ຈັດຝຶກອົບຮົມວຽກງານແນວລາວສ້າງຊາດ ໃຫ້ຄະນະກໍາມະການແນວລາວສ້າງຊາດຂັ້ນສູນກາງ ແລະ ທ້ອງຖິ່ນ ຂຶ້ນໃນວັນທີ 8-10 ພຶດສະພາ 2018 ໂດຍການເປັນປະທານຂອງ ທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ທັງເປັນຜູ້ຊີ້ນໍາສູນດັ່ງກ່າວ, ມີຄະນະກໍາມະການແນວລາວສ້າງຊາດ ບັນດາແຂວງ, ອົງການ, ຫ້ອງການຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ທ່ານ ນາງ ຄໍາຈັນ ພົມແສງສະຫວັນ ກ່າວເປີດຊຸດຝຶກອົບຮົມ ວ່າ: ການເປີດຝຶກອົບຮົມຄັ້ງນີ້ ເປັນໄລຍະເວລາສັ້ນ, ການເອື້ອອໍານວຍເງື່ອນໄຂຕ່າງໆອາດຈະບໍ່ຕອບສະໜອງໄດ້ດີຕາມແຜນການ, ແຕ່ເຖິງຢ່າງໃດກໍຕາມບັນດາແຂກ, ນັກສໍາມະນາກອນທຸກທ່ານ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບຂອງຕົນ ແລະ ເສີມຂະຫຍາຍສະຕິປັນຍາ, ໃນການຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາຄິດຄໍາເຫັນລວມທັງການປະຕິບັດໂມງເວລາທີ່ໄດ້ກໍານົດໄວ້ ເພື່ອເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ທຸກປະການ.

ການຝຶກອົບຮົມນັກສຳມະນາກອນຈະໄດ້ຮຽນຮູ້ເອກະສານທັດສະນະຂອງພັກ, ນະໂຍບາຍຂອງລັດຕໍ່ແນວລາວສ້າງຊາດ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງແນວລາວສ້າງຊາດ, ຄວາມຮູ້ພື້ນຖານກ່ຽວກັບວຽກງານຊົນເຜົ່າ, ຄວາມຮູ້ພື້ນຖານກ່ຽວກັບວຽກງານສາສະໜາ, ເອກະສານກ່ຽວກັບວຽກງານຊັ້ນຄົນ ແລະ ການຈັດຕັ້ງທາງສັງຄົມ, ເອກະສານກ່ຽວກັບການສ້າງບ້ານສາມັກຄີປອງດອງ, ລັດຖະບັນຍັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການອະໄພຍະໂທດ, ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາ ແລະ ເອກະສານກ່ຽວກັບວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ.