ເບິ່ງຄືວ່າເປັນຂ່າວທີ່ບໍ່ໜ້າເຊື່ອ ແຕ່ວ່າແມ່ນຄວາມຈິງ, ເປັນຂ່າວທີ່ເກີດຂຶ້ນໃນກາງນະຄອນຫຼວງຂອງປະເທດລັດເຊຍ ເມື່ອເຈົ້າໜ້າທີ່ກວດກາເຄື່ອງຕົກຄ້າງເມື່ອ 10 ປີກ່ອນ ທີ່ຄ້າງໃນສາງເຄື່ອງສະໜາມບິນມົດສະກູ ປະກົດວ່າແກັດເຄື່ອງດັ່ງກ່າວແມ່ນເງິນຕາຕ່າງປະເທດ ປະມານ 20 ຕື້ເອີໂຣ.

ຕາມການບັນທຶກຂອງເຈົ້າໜ້າທີ່ຮັກສາສາງເຄື່ອງໃຫ້ຮູ້ວ່າ: ເຄື່ອງດັ່ງກ່າວແມ່ນນຳເຂົ້າມາຮັກສາໄວ້ໃນສາງເຄື່ອງຂອງສະໜາມບິນ Sheremetyevo ນະຄອນຫຼວງມົດສະກູ ປະເທດລັດເຊຍ ເມື່ອວັນທີ 7 ສິງຫາ 2007, ເຊິ່ງມີຊື່ເຈົ້າຂອງເຄື່ອງແມ່ນ ທ້າວ Farzin Koroorian Motlagh ມາຈາກທ່າເຮືອ Frankfurt ທີ່ແມ່ນ້ຳ Main ປະເທດເຢຍລະມັນ ຝາກມາປະເທດລັດເຊຍ ແຕ່ບໍ່ລະບຸຊື່ຄົນຮັບ.

ຫຼັງຈາກເວລາຜ່ານໄປດົນນານ ກໍບໍ່ມີໃຜອອກມາສະແດງຮັບເອົາເຄື່ອງດັ່ງກ່າວ ແລະ ກໍບໍ່ທີທ່າທີວ່າຈະໄດ້ຄ່າຮັບຝາກສາງເຄື່ອງຂອງສະໜາມບິນ ເຊິ່ງແກັດເຄື່ອງຈຳນວນຫຼາຍໄດ້ກິນເນື້ອທີ່ຂອງສາງເຄື່ອງ; ດັ່ງນັ້ນ, ຄະນະນຳກົມພາສີສະໜາມບິນ Sheremetyevo ຈຶ່ງອອກຄຳສັ່ງອະນຸຍາດໃຫ້ພະນັກງານ ແກະແກັດເຄື່ອງດັ່ງກ່າວ ເພື່ອກວດກາວ່າແມ່ນເຄື່ອງປະເພດໃດ ຈຶ່ງຈະມີວິທີການເກັບຮັກສາໄດ້ແກ່ຍາວກວ່າເກົ່າອີກ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບການຂອງກົດໝາຍ.

ເມື່ອເຈົ້າໜ້າທີ່ແກະເຊືອກທີ່ໃຊມັດຫຸ້ມແກັດ ແລະ ເປີດເບິ່ງທາງໃນທຸກຄົນທີ່ເຂົ້າຮ່ວມຄັ້ງນີ້ຕ້ອງຕາຄ້າງ ເພາະ ວ່າໃນແກັດດັ່ງກ່າວ ແມ່ນບັນຈຸເງິນປະເພດເຈ້ຍທີ່ຫາກໍ່ຜະລິດຍັງມີກິ່ນມຶກ, ກິ່ນຫອມຂອງເງິນຢູ່ ເງິນທັງໝົດແມ່ນຖືກມັດມີໂລໂກ້ຂອງທະນາຄານ Deutsche Bank Group ເຊິ່ງເປັນກຸ່ມທະນາຄານທີ່ໃຫຍ່ທີ່ສຸດໃນປະເທດລັດເຊຍ ເຊິ່ງມີສະຖານທີ່ຕັ້ງຢູ່ເມືອງ Frankfurt.

ຜ່ານການນັບຂອງເຈົ້າໜ້າທີ່ ເງິນມີທັງໝົດແມ່ນ 20 ຕື້ເອີໂຣ ຖືກບັນຈຸໃສ່ແກັດນ້ອຍຈຳນວນ 200 ແກັດ ແຕ່ລະແກັດມີນ້ຳໜັກ 1 ໂຕນ ມີເງິນໃນແຕ່ລະແກັດແມ່ນ 100 ລ້ານເອີໂຣ; ໃນນັ້ນ, ຈຳນວນເງິນໃບ 500 ເອີໂຣ ມີ 400 ລ້ານ; ແຕ່ເຖິງຢ່າງໃດກໍຕາມ, ການຕົກລົງຂອງທະນາຄານກາງເອີຣົບ ECB ໄດ້ຖະແຫຼງການໃນທ້າຍເດືອນພຶດສະພາ 2016 ວ່າ: ເພື່ອຈຸດປະສົງສະກັດກັ້ນ ແລະ ຕ້ານກຸ່ມກໍ່ອາຊະຍາກຳ, ການຟອກເງິນ, ການສໍ້ລາດບັງຫຼວງ. ສະນັ້ນ, ECB ຈຶ່ງສັ່ງຢຸດພິມເງິນໃບ 500 ເອີໂຣ ແລະ ຮອດທ້າຍປີນີ້ ແມ່ນຈະສັ່ງຢຸດນຳໃຊ້ເງິນໃບ 500 ເອີໂຣ ອອກສູ່ທ້ອງຕະຫຼາດຢ່າງຖາວອນ.

ຈຳນວນແກັດບັນຈຸເງິນເຫຼົ່ານີ້ ແມ່ນຖືກຝາກມາໄລເລ່ຍກັນຈາກສາຍການບິນແຕ່ເມືອງ Frankfurt ຫາ ນະຄອນຫຼວງມົດສະກູ ແລະ ຖືກຮັບຝາກໃນສາງເຄື່ອງທີ່ສະໜາມບິນ ແລະ ເຈົ້າໜ້າທີ່ສະໜາມບິນໄດ້ໃຊ້ໄມ້ອັດຊະນິດແຂງ ເກືອບ 200 ແຜ່ນ ຕີປິດ ເພື່ອປ້ອງກັນນ້ຳຝົນ ຫຼື ຝຸ່ນຄວັນຕ່າງໆ.

ເຂົ້າຮ່ວມການກວດກາຄັ້ງນີ້ ມີທ່ານ Vadim Lyalin ຊ່ຽວຊານທີ່ກຳລັງປະຕິບັດໜ້າທີ່ກົມໃຫຍ່ພາສີລັດເຊຍ ທ່ານກ່າວວ່າ: ພຽງແຕ່ຮູບແບບການຝາກເຄື່ອງບໍ່ລະບຸຊື່ຜູ້ຮັບ ມັນກໍແມ່ນປະກົດການທີ່ແປກແລ້ວ ເຊິ່ງເລື່ອງນີ້ເຊື່ອວ່າ ຕ້ອງມີເງື່ອນງຳຢ່າງແນ່ນອນ.

ເມື່ອມີການກະຈາຍຂ່າວອອກໄປ ສື່ຂ່າວ ແລະ ປະຊາຊົນໃນສັງຄົມຕ່າງກໍຄາດກະກັນຕ່າງໆນາໆ ບາງສື່ຂ່າວກໍເວົ້າວ່າ: ເປັນເງິນຊັບສົມບັດຂອງມະຫາເສດຖີເອົາມາຝາກໄວ້, ບາງຄົນກໍເວົ້າວ່າເປັນເງິນຂອງອະດີດປະທານາທິບໍດີທີ່ເອົາຕົວຫຼົບໜີຈາກການໄລ່ລ່າ ເຊັ່ນ: ທ່ານ Saddam Hussein (1937-2006) ອະດີດປະທານາທິບໍດີປະເທດອີຣັກ, ທ່ານ Libya Muammar Gaddafi (1942-2011) ອະດີດປະທານາທິບໍດີປະເທດລີເບຍ ຫຼື ອາດເປັນເງິນທີ່ກ່ຽວຂ້ອງກັບຂະບວນການຟອກເງິນທີ່ປິດລັບຂອງກຸ່ມມາເຟຍສາກົນຂະໜາດໃຫຍ່ໃດໜຶ່ງເປັນເຈົ້າຂອງ.

ເຖິງຢ່າງໃດກໍຕາມ, ໄລຍະຜ່ານມາ ຍ້ອນຮູ້ວ່າຈຳນວນແກັດເຄື່ອງດັ່ງກ່າວ ບໍ່ມີໃຜມາສະແດງຕົວວ່າ ເປັນເຈົ້າຂອງດັ່ງທີ່ກ່າວຂ້າງເທິງ; ເຈົ້າໜ້າທີ່ເຮັດວຽກກ່ຽວກັບການເກັບຮັກສາ ແລະ ຮັບສົ່ງເຄື່ອງໃນສະໜາມບິນ Sheremetyevo ໄດ້ລາຍງານເພີ່ມເຕີມວ່າ ຜ່ານມາກໍເຄີຍມີຄົນນຳໃຊ້ເອກະສານປອມ ມາສະເໜີເອົາສິນຄ້າເຫຼົ່ານີ້ ຫວັງຕົວະເອົາ ແຕ່ກໍຖືກເຈົ້າໜ້າທີ່ພາສີນະຄອນມົດສະກູ ກວດຮູ້ ແລະ ສະກັດກັ້ນໄດ້ທັນ.

ຕາມການສະເໜີຂອງກົມພາສີ ນະຄອນມົດສະກູ, ອົງການຕິດຕາມເປົ້າໝາຍເຂດນອກໃນປະເທດລັດເຊຍ (SRV) ສາມາດສືບຮູ້ ແລະ ຢັ້ງຢືນໄດ້ຜູ້ຝາກສິນຄ້າທັງໝົດແມ່ນ ທ້າວ F. Motlagh ອາຍຸ 45 ປີ ສັນຊາດອີຣານ ຜູ້ກ່ຽວເຄີຍເຮັດວຽກທີ່ທະນາຄານກາງຂອງບັນດາປະເທດຣາດຊະອານາຈັກອາຣັບເອກະພາບ (UAE) ທີ່ນະຄອນຫຼວງອາບູດາບິ, ປັດຈຸບັນກຳລັງຖືກເຈົ້າໜ້າທີ່ຕິດຕາມຈັບຕົວ ໃນຂໍ້ຫາຕົ້ມຕຸນຊັບແບບມີ ລະບົບທີ່ພົວພັນເຖິງເງິນທີ່ຫາຍສາບສູນເກືອບ 14 ຕື້ປອນ (ສະກຸນເງິນປະເທດອັງກິດ).

ນັ້ນອາດເປັນສາເຫດທີ່ເຮັດໃຫ້ ທ້າວ F. Motlagh ບໍ່ສາມາດປະກົດຕົວອອກມາຍອມຮັບເອົາເງິນທີ່ຝາກມາໄວ້ ລວມເຖິງສິນຄ້າທີ່ເປັນເງິນສົດໜັກ 200 ໂຕນ ອາດຈະນອນໃນຈຳນວນເງິນທີ່ຜູ້ກ່ຽວຕົ້ມຕຸນມາໄດ້ຈາກຫຼາຍພາກສ່ວນທະນາຄານທີ່ແຕກຕ່າງກັນ. ຂໍ້ທີ່ໜ້າເອົາໃຈໃສ່ນັ້ນ ເມືອງ Frankfurt ທີ່ຈິງແລ້ວກໍແມ່ນເມືອງທີ່ເປັນສູນກາງການເງິນຂອງປະເທດເຢຍລະມັນ ແລະ ເປັນພື້ນຖານເສດຖະກິດໃຫຍ່ທີສຸດໃນສະຫະພາບເອີຣົບ (EU). ສະນັ້ນ, ອາດເປັນໄປໄດ້ທີ່ຈະສາມາດມີເງິນໃຫ້ກັບການບໍລິການຂະໜາດໃຫຍ່ດັ່ງ ກ່າວນີ້ໄດ້ແນ່ນອນ.

ສ່ວນສະມາຄົມທະນາຄານ Deutsche Bank Group ທີ່ຈິງແລ້ວກໍແມ່ນກຸ່ມທະນາຄານຂະໜາດໃຫຍ່ ເຮັດໜ້າທີ່ບໍລິການດ້ານການເງິນຂະໜາດໃຫຍ່ໃນທົ່ວໂລກ, ພ້ອມດຽວກັນນີ້ ກໍແມ່ນຈຸດຮັບຊື້-ຂາຍ-ແລກປ່ຽນເງິນຕາໃນທົ່ວໂລກເຊັ່ນກັນ; ພຽງແຕ່ຄິດໄລ່ໃນປີ 2017 ຜ່ານມາ ກຸ່ມທະນາຄານດັ່ງກ່າວ ແມ່ນມີເງິນຕາກວມ 21% ເຊິ່ງພຽງພໍກັບການແລກປ່ຽນເງິນຕາໃຫ້ທັງ 5 ທະວີບໃນໂລກ.

ຕາມການສະຫຼຸບຂອງອົງການການເງິນ ໃຫ້ຮູ້ວ່າ: ເງິນຈຳນວນ 20 ຕື້ເອີໂຣ ແມ່ນເງິນທີ່ທຽບເທົ່າກັບອັດຕາລວມຍອດຜະລິດຕະພັນ (GDP) ຂອງຫຼາຍປະເທດເຊັ່ນ Estonia, Sip, Afghanistan ຫຼື Nepal. ສະເພາະປະເທດລັດເຊຍ ຕົວເລກເງິນດັ່ງກ່າວແມ່ນສູງທົບເຄິ່ງຂອງນະໂຍບາຍວຽກງານການສຶກສາສົກປີ 2017-2018 ຫຼື ເວົ້າແບບງ່າຍໆ ເງິນທີ່ຖືກຝາກໄວ້ໃນສາງເຄື່ອງສະໜາມບິນ Sheremetyevo ນະຄອນຫຼວງມົດສະກູ ຍັງຫຼາຍກວ່າຈຳນວນຊັບຂອງມະຫາເສດຖີ Leonid Mikhelson ເຈົ້າຂອງກິດຈະການ Novatek ກໍຄືເຈົ້າຂອງບໍລິສັດອຸດສາຫະກຳນ້ຳມັນເຊື້ອໄຟ ແລະ ແກັດ ໃຫຍ່ທີ່ສຸດໃນລັດເຊຍ ແລະ ຖືກສື່ອາເມລິກາ ຈັດອັນດັບວ່າລວຍທີ່ສຸດໃນປະເທດລັດເຊຍ ປັດຈຸບັນ ດ້ວຍຊັບສິນລວມທັງໝົດ 18,4 ຕື້ໂດລາສະຫະລັດ ຫຼື ປະມານ 15 ຕື້ເອີໂຣ.

ຕາມລະບຽບຂອງພາສີສາກົນຕໍ່ກັບຈຳນວນສິນຄ້າທີ່ມີນ້ຳໜັກ ຫຼື ຈຳນວນຫຼາຍ, ທາງການລັດເຊຍ ແມ່ນມີສິດພຽງແຕ່ເກັບເງິນຄ່າຝາກສາງເຄື່ອງເທົ່ານັ້ນ ແຕ່ຖ້າເປັນເວລາແກ່ຍາວກາຍ 15 ປີ ທີ່ຍັງບໍ່ມີບຸກຄົນໃດອອກມາສະແດງຕົນເປັນເຈົ້າຂອງ ກໍຖືວ່າສິນຄ້າ ຫຼື ຊັບສິນດັ່ງກ່າວຈະຖືກຢຶດເປັນຂອງລັດ.