ການຮັກສາລົດໃຫຍ່ ສຳລັບບາງຄົນອາດເບິ່ງເປັນເລື່ອງງ່າຍ ແລະ ບາງຄັ້ງອາດຄິດໄປເອງວ່າ ຂັບມາໄດ້ຕັ້ງດົນ ບໍ່ຕ້ອງເບິ່ງແຍງກໍບໍ່ເຫັນຈະເປັນຫຍັງ. ແຕ່ຄວາມຈິງແລ້ວ, ຄວາມຄິດແບບນີ້ຖືວ່າຜິດຢ່າງຮ້າຍແຮງ ເພາະວ່າມື້ໃດທີ່ມັນເກີດເປ່ເພຂຶ້ນມາ ຄວາມເສຍຫາຍອາດຈະບໍ່ແມ່ນມູນຄ່າໜ້ອຍໆຢ່າງແນ່ນອນ.

ເຄື່ອງອາໄຫຼ່ບາງຊະນິດ ເມື່ອເຖິງໄລຍະທີ່ກຳນົດ ກໍຄວນຈະຈັດການປ່ຽນໃໝ່ໃຫ້ຮຽບຮ້ອຍ, ບໍ່ຄວນລໍຖ້າຈົນວ່າມັນ ເປ່ເພ ເພື່ອໃຫ້ລົດໃຫຍ່ຂອງທ່ານຢູ່ໃນສະພາບພ້ອມໃຊ້ງານ ຫຼາຍທີ່ສຸດ.

ສຳລັບອາໄຫຼ່ທີ່ຕ້ອງປ່ຽນເລື້ອຍໆ ແລະ ປ່ຽນເປັນປະຈຳ ເມື່ອເຖິງໄລຍະເວລາທີ່ກຳນົດມີດັ່ງລຸ່ມນີ້:

  1. ນ້ຳມັນເຄື່ອງ ແລະ ໄສ້ກອງນ້ຳມັນເຄື່ອງ: ມີໜ້າທີ່ຊ່ວຍຫຼ່ໍລື່ນຊິ້ນສ່ວນຕ່າງໆ ທີ່ຢູ່ພາຍໃນເຄື່ອງຈັກ, ເຊິ່ງໄລ ຍະປ່ຽນຖ່າຍຈະຢູ່ທີ່ 5.000-10.000 ກິໂລແມັດ (ໄລຍະຂຶ້ນຢູ່ກັບປະເພດນ້ຳມັນທີ່ໃຊ້). ແຕ່ຖ້າຫາກພົບ ວ່ານ້ຳມັນເຄື່ອງປ່ຽນເປັນສີດຳ ທ່ານສາມາດປ່ຽນກ່ອນທີ່ມັນຈະເຖິງກຳນົດ ເພາະນ້ຳມັນເຄື່ອງເສື່ອມສະພາບ ແລ້ວ.
  2. ໝໍ້ໄຟ: ມີທັງແບບແຫ້ງ ແລະ ແບບປຽກ ໂດຍແບບແຫ້ງນັ້ນບໍ່ຈຳເປັນຕ້ອງໄດ້ຮັບການເບິ່ງແຍງຫຍັງຫຼາຍ ຕະຫຼອດອາຍຸການໃຊ້ງານ ແຕ່ລາຄາຈະແພງກວ່າ. ສ່ວນແບບປຽກ ລາຄາຖືກກວ່າ ແຕ່ຕ້ອງໄດ້ຮັບການ ເບິ່ງແຍງຫຼາຍກວ່າ ເພາະຕ້ອງເຕີມນ້ຳກັ່ນໃຫ້ຢູ່ໃນເກນທີ່ກຳນົດສະເໝີ. ຄວນກວດກາຢ່າງໜ້ອຍເດືອນລະ 1 ເທື່ອ ແລະ ອາຍຸການໃຊ້ງານໝໍ້ໄຟ ສ່ວນໃຫຍ່ຈະຢູ່ທີ່ 2-3 ປີ.
  3. ໄສ້ກອງອາກາດ: ເຮັດໜ້າທີ່ໃນການກອງເອົາສິ່ງສົກກະປົກໃນອາກາດ ກ່ອນທີ່ຈະເຂົ້າໄປໃນເຄື່ອງຈັກ ເພື່ອບໍ່ໃຫ້ ຂີ້ຝຸ່ນຫຼຸດລອດເຂົ້າໄປຂ້າງໃນ ຈົນເຮັດໃຫ້ເກີດການອຸດຕັນ ເຮັດໃຫ້ກຳລັງເຄື່ອງຈັກຫຼຸດລົງ, ການເຜົາໄໝ້ເຮັດໄດ້ ບໍ່ເຕັມທີ່ ແລະອື່ນໆ, ເຊິ່ງທ່ານສາມາດນຳໄສ້ກອງອາກາດອອກມາເປົ່າທຳຄວາມສະອາດໄດ້ທຸກໆ 3.000-5.000 ກິໂລແມັດ ແລະ ຄວນປ່ຽນໃໝ່ ເມື່ອໃຊ້ໄປຈົນເຖິງໄລຍະ 20.000 ກິໂລ ແມັດ ຫຼື 1 ປີ.
  4. ຝາເບຣກ: ຖືເປັນຊິ້ນສ່ວນສຳຄັນໃນການຢຸດ ຫຼື ຫ້າມລໍ້ ໄລຍະທີ່ຄວນປ່ຽນສ່ວນໃຫຍ່ຈະຢູ່ທີ່ 50.000- 70.000 ກິໂລແມັດ. ແຕ່ຖ້າໄດ້ຍິນສຽງດັງຂະນະຢຽບເບຣກສະແດງວ່າມີສັນຍານເຕືອນແລ້ວ ໃຫ້ຮີບຟ້າວ ຈັດການປ່ຽນໂດຍທັນທີ, ຖ້ານານປ່ຽນ ອາດເຮັດໃຫ້ຈານເບຣກເປັນຮອຍ ແລະ ເຮັດໃຫ້ລົດເປ່ເພ.
  5. ຫົວທຽນ: ຄວນປ່ຽນໃໝ່ເມື່ອເຖິງໄລຍະປະມານ 40.000 ກິໂລແມັດ ເພາະຖ້າມັນເສື່ອມສະພາບເມື່ອໃດ ເຄື່ອງຈັກຈະເຮັດວຽກໄດ້ບໍ່ເຕັມທີ່ ແລະ ອາດມີອາການສະດຸດ ຕາມມາອີກດ້ວຍ.
  6. ນ້ຳມັນເກຍ ແລະ ໄສ້ກອງນ້ຳມັນເກຍ: ຄວນປ່ຽນຖ່າຍເມື່ອແລ່ນລົດໄດ້ເຖິງໄລຍະ 20.000-40.000 ກິໂລ ແມັດ ນັບແຕ່ມື້ປ່ຽນນ້ຳມັນເຄື່ອງເພື່ອຍືດອາຍຸການໃຊ້ງານ ເພາະເກຍມີການເຄື່ອນທີ່ຕະຫຼອດເວລາ ຈຶ່ງເຮັດໃຫ້ມີການຫຼຸ້ຍຫ້ຽນ ແລະ ເສື່ອມສະພາບສູງ.
  7. ໄສ້ກອງນ້ຳມັນເຊື້ອໄຟ: ເຮັດໜ້າທີ່ປ້ອງກັນ ແລະ ດູດ ຈັບສິ່ງສົກກະປົກທີ່ມາຈາກນ້ຳມັນທີ່ທ່ານເຕີມ (ທັງເຄື່ອງຈັກແອັດຊັງ ແລະ ກາຊວນ), ເຊິ່ງຖ້າຫາກທ່ານປ່ອຍໃຫ້ໄສ້ກອງຕັນ ຈະເຮັດໃຫ້ການຕິດຈັກລົດຍາກ, ເຄື່ອງຈັກເລັ່ງບໍ່ຂຶ້ນ ແລະ ມີກຳລັງສົ່ງບໍ່ພໍ. ສ່ວນໄລຍະເວລາທີ່ຄວນປ່ຽນໃໝ່ຄື 2 ປີ ຫຼື ແລ່ນລົດນັບແຕ່ມື້ປ່ຽນ ໄດ້ 40.000 ກິໂລແມັດ (ແລ້ວແຕ່ຮຸ່ນລົດທີ່ໃຊ້).
  8. ຫຼອດໄຟ: ບໍ່ແມ່ນແຕ່ສະເພາະໄຟໜ້າ ຫຼື ໄຟທ້າຍ ເທົ່ານັ້ນ, ໄຟລ້ຽວ, ໄຟຕັດໝອກ, ໄຟຖອຍຫຼັງ ແລະອື່ນໆ ກໍບໍ່ຄວນເບິ່ງຂ້າມ, ຄວນກວດເຊັກເບິ່ງໃຫ້ດີວ່າ ໄຟລົດສ່ອງສະຫວ່າງຄົບທຸກດວງ ຫຼື ບໍ່. ຖ້າຫາກພົບວ່າດອກໄຟດວງໃດຂາດ ກໍຄວນຮີບຈັດການປ່ຽນທັນທີ.
  9. ໃບປັດນ້ຳຝົນ: ກ່ອນຈະເຂົ້າໜ້າຝົນໃນແຕ່ລະປີຄວນຈັດການປ່ຽນໃໝ່ໃຫ້ຮຽບຮ້ອຍ ເພາະໃບປັດນ້ຳຝົນຈະ ເສື່ອມສະພາບໄວກວ່າສ່ວນອື່ນໆ ເນື່ອງຈາກຖືກແສງແດດຫຼາຍທີ່ສຸດ ຈົນເຮັດໃຫ້ໃບປັດແຂງ, ປັດບໍ່ສະອາດເທົ່າ ເກົ່າ ຫຼື ປັດນ້ຳອອກໄດ້ບໍ່ໝົດ ແລະອື່ນໆ.
  10. ສາຍພານທາມມິ່ງ: ຖືເປັນສາຍພານຫຼັກຂອງເຄື່ອງຈັກບາງຮຸ່ນ. ເມື່ອແລ່ນລົດໃກ້ເຖິງໄລຍະ 100.000 ກິໂລ ແມັດ ຄວນປ່ຽນໃໝ່ທັນທີ ເພາະວ່າຖ້າຫາກສາຍພານທາມມິ່ງຂາດຂຶ້ນມາ ເຄື່ອງຈັກຂອງທ່ານເສຍຫາຍ ຮຸນແຮງແນ່ນອນ.