ມອບປື້ມສຳມະໂນຄົວແບບໃໝ່ ໃຫ້ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ

0
2221

ໃນວັນທີ 14 ມັງກອນ 2019 ທີ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີຮັບປຶ້ມສຳມະໂນຄົວແບບໃໝ່ຈາກກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ເປັນກຽດເຂົ້າຮ່ວມຂອງ ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານມີ ທ່ານ ອິນປອງ ທຸມມາ ຮອງເຈົ້າເມືອງໆສີໂຄດຕະບອງ, ມີຮອງກອງບັນຊາການ ປກສ ເມືອງ, ຫົວໜ້າຫ້ອງ, ອຳນາດການ ປົກຄອງບ້ານ, ຂະແໜງການທີ່ກ່ຽວຂ້ອງ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ພິທີມອບ-ຮັບທະບຽນສຳມະໂນຄົວ

ພັຕ ສີທັດ ຄຳມະນີວົງ ຮອງພະແນກສຳມະໂນຄົວລາວ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ຮູ້ວ່າ:

ພັຕ ສີທັດ ຄຳມະນີວົງ ຮອງພະແນກສຳມະໂນຄົວລາວ

ຜ່ານການລົງຕິດຕາມ ແລະ ເກັບກໍາຂໍ້ມູນຕົວຈິງແຕ່ວັນທີ 20-30 ສິງຫາ 2018 ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອຫຼວງວຽງຈັນ ຜ່ານການກວດກາເອກະສານຕົວຈິງມີ 693 ຄອບຄົວ, ມີພົນລະເມືອງ 3.501 ຄົນ ຍິງ 1.807 ຄົນ, ໄດ້ກວດກາເອກະສານທີ່ຖືກຕ້ອງ ແລະ ພິມປື້ມທະບຽນສຳມະໂນຄົວອອກ ໄດ້ທັງໝົດ 678 ຄອບຄົວ, ມີພົນລະເມືອງ 1.678 ຄົນ ຍິງ 3.415 ຄົນ, ປະກອບເອກະສານເຮັດບັດປະຈຳຕົວມີ 844 ຄົນ ຍິງ 453 ຄົນ, ສາມາດພິມບັດອອກ ໄດ້ 739 ບັດ.

ມີຮອງກອງບັນຊາການ ປກສ ເມືອງ, ຫົວໜ້າຫ້ອງ, ອຳນາດການ ປົກຄອງບ້ານ, ຂະແໜງການທີ່ກ່ຽວຂ້ອງ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ

ການທົດລອງແກ້ໄຂສຳມະໂນຄົວກໍເພື່ອເຮັດໃຫ້ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ບຸກຄົນທີ່ມາເປັນໃພ້, ເປັນເຂີຍ, ເດັກເກີດໃໝ່ ແລະ ຍົກຍ້າຍມາ ດຳລົງຊີວິດຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ແບບບໍ່ຖືກຕ້ອງ ແລະ ບໍ່ທັນໄດ້ຈົດທະບຽນສຳມະໂນຄົວ ໄດ້ຮັບການແກ້ໄຂຈົດທະບຽນສຳມະໂນຄົວທີຖືກຕ້ອງຕາມທີ່ຢູ່ຕົວຈິງ, ເຮັດໃຫ້ການຄຸ້ມຄອງພົນລະເມືອງຫັນເຂົ້າສູ່ລະບຽບຫຼັກການສາມາດກຳໄດ້ການເຄື່ອນໄຫວປ່ຽນແປງຕ່າງໆເຊັ່ນ: ຄົນຫຼຸດ, ຄົນເພີ່ມ, ຄົນມີໜ້າຊົ່ວຄາວ ແລະ ສາມາດຈຳແນກໄດ້ບັນດາເປົ້າໝາຍຕ່າງໆພາຍໃນບ້ານ,  ໂດຍສະເພາະເຮັດໃຫ້ບ້ານຈັນສະຫວ່າງມີຜູ້ຂຶ້ນທະບຽນສຳມະໂນຄົວ ແລະ ອອກບັດປະຈຳຕົວໃຫ້ຖືກຕ້ອງຕາມລະບຽບຫຼັກການຫຼາຍຂຶ້ນ.

ຈັດພິທີຮັບປຶ້ມສຳມະໂນຄົວແບບໃໝ່ຈາກກົມຄຸ້ມຄອງພົນລະເມືອງ