ໜ້າຫຼັກ Tags ແຂວງຊຽງຂວາງ

Tag: ແຂວງຊຽງຂວາງ

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແຂວງຊຽງຂວາງ

ອາທິດແລ້ວນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຊຽງຂວາງ; ໃຫ້ການຕ້ອນຮັບໂດຍທ່ານ ປອ ຄໍາປາວ ມົວ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະພະເເນກການເງິນ ຕະຫຼອດຮອດພະນັກງານຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ. ທ່ານ ຄໍາພູມີ ບົວລະພີມ ຫົວໜ້າພະເເນກການເງິນແຂວງຊຽງຂວາງ ໄດ້ຂຶ້ນລາຍງານສະພາບການຈັດຕັ້ງແຜນງົບປະມານແຫ່ງລັດ ກໍຄືການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ...

3 ແຂວງ ຈູດທຳລາຍຢາເສບຕິດ ໃນນີ້ ຢາບ້າ 300.000 ກວ່າເມັດ

ໃນວັນທີ 26 ມິຖຸນາ 2018, ແຂວງອຸດົມໄຊ, ແຂວງອັດຕະປື ແລະ ແຂວງຊຽງຂວາງ ໄດ້ຈັດພິທີຈູດທໍາລາຍຢາເສບຕິດ ຫຼາຍລາຍການ ໃນນີ້ຢາບ້າລວມທັງໝົດ 300.000 ກວ່າເມັດ ເນື່ອງໃນໂອກາດສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 31 ປີ ໂດຍມີການນໍາແຂວງ, ກໍາລັງ ປກຊ-ປກສ ແລະ ບັນດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ຢາເສບຕິດທີ່ຈູດທໍາລາຍຖິ້ມໃນຄັ້ງນີ້ ແມ່ນຜ່ານການຕັດສິນໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນແຕ່ລະແຂວງ....

ນຳຕົວຜູ້ກໍ່ເຫດຍິງເດັກນ້ອຍ ຢູ່ບ້ານພູແຊວ ເຮັດແຜນປະກອບຄຳສາລະພາບ

ຄະດີຄົນຮ້າຍໃຊ້ປືນແກັບຍິງນັກຮຽນທີ່ຍ່າງໄປໂຮງຮຽນ ບ້ານພູແຊວ ເມືອງພູກູດ ແຂວງຊຽງຂວາງ ໃນວັນທີ 10 ພຶດສະພາ 2018 ໄດ້ຮັບບາດເຈັບສາຫັດ. ເຈົ້າໜ້າທີ່ ປກສ ແຂວງຊຽງຂວາງ ຈັບຕົວຜູ້ກໍ່ເຫດໄດ້ໃນວັນດຽວກັນ ຊື່ ທ້າວ ຊຽງແປ້ງ ອາຍຸ 22 ປີ ປະຊາຊົນຢູ່ບ້ານດຽວກັບຜູ້ບາດເຈັບ. ສາເຫດຍ້ອນລະບາຍຄວາມຄຽດແຄ້ນໃຫ້ຜູ້ທີ່ລັກໃຊ້ມີດແທງຕີນ ແລະ ເບາະລົດຈັກຂອງຜູ້ກ່ຽວ ເຊິ່ງບໍ່ກ່ຽວພັນກັບເດັກຍິງຜູ້ຖືກເຄາະຮ້າຍ....

ປິດບັ້ນຝຶກອົບຮົມວິຊາສະເພາະໄລຍະສັ້ນ ໃຫ້ກຳລັງ ປກສ ກຸ່ມພັກແຄະ

ພິທີປີດຊຸດຝຶກອົບຮົມວິຊາສະເພາະໄລຍະສັ້ນ ໃຫ້ກຳລັງ ປກສ ບ້ານ ທົ່ວກຸ່ມພັກແຄະ ເມືອງໜອງແຮດ ແຂວງຊຽງຂວາງ ໄດ້ມີຂຶ້ນໃນວັນທີ 5 ມິຖຸນາ 2018 ຢູ່ທີ່ກຸ່ມພັກແຄະ ເມືອງໜອງແຮດ ພາຍຫຼັງດຳເນີນມາເປັນເວລາ 4 ວັນ, ໂດຍການເຂົ້າຮ່ວມຂອງ ພັທ ວັນຄຳ ມະນີວົງ ຮອງກອງບັນຊາການ ປກສ ແຂວງຊຽງຂວາງ, ມີ...

ຫຼາຍພາກສ່ວນມອບເງິນຊ່ວຍເຫຼືອປະຊາຊົນບ້ານສັນແຟນ ລວມຈຳນວນເງິນຫຼາຍຮ້ອຍລ້ານກີບ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຕາງໜ້າໃຫ້ພາກສ່ວນຕ່າງໆ ນຳເງິນຈຳນວນຫຼາຍຮ້ອຍລ້ານກີບມາມອບ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອປະຊາຊົນບ້ານສັນແຟນ ເມືອງຄຳ ແຂວງຊຽງຂວາງ ທີ່ຖືກຜົນກະທົບຈາກໄຟໄໝ້ ໃນວັນທີ 7 ພຶດສະພາ 2018, ກ່າວຮັບໂດຍທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເຈົ້າແຂວງໆຊຽງຂວາງ...

ໄຟໄໝ້ເຮືອນປະຊາຊົນ ບ້ານສັນແຟນ ເສຍຫາຍ 30 ກວ່າຫຼັງ

ໃນວັນທີ 7 ພຶດສະພາ 2018, ເກີດເຫດອັກຄີໄພໄຟໄໜ້ເຮືອນປະຊາຊົນ ຢູ່ບ້ານສັນແຟນ ເມືອງຄໍາ ແຂວງຊຽງຂວາງ ຈໍານວນ 30 ກວ່າຫຼັງຄາເຮືອນ, ປັດຈຸບັນເຈົ້າໜ້າທີ່ແຕ່ລະພາກສ່ວນກໍາລັງເລັ່ງເກັບກໍາຂໍ້ມູນຄວາມເສຍຫາຍ ເພື່ອໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນ. ສາເຫດຍັງຢູ່ໃນຂັ້ນຕອນຂອງການເກັບກຳຂໍ້ມູນຫຼັກຖານຂອງເຈົ້າໜ້າທີ່. ເຈົ້າໜ້າທີ່ ປກສ ເມືອງຄໍາ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນໃນເວລາ 17 ໂມງ ຂອງວັນທີ 7 ພຶດສະພາ...