ໃນວັນທີ 26 ມິຖຸນາ 2018, ແຂວງອຸດົມໄຊ, ແຂວງອັດຕະປື ແລະ ແຂວງຊຽງຂວາງ ໄດ້ຈັດພິທີຈູດທໍາລາຍຢາເສບຕິດ ຫຼາຍລາຍການ ໃນນີ້ຢາບ້າລວມທັງໝົດ 300.000 ກວ່າເມັດ ເນື່ອງໃນໂອກາດສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 31 ປີ ໂດຍມີການນໍາແຂວງ, ກໍາລັງ ປກຊ-ປກສ ແລະ ບັນດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ຢາເສບຕິດທີ່ຈູດທໍາລາຍຖິ້ມໃນຄັ້ງນີ້ ແມ່ນຜ່ານການຕັດສິນໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນແຕ່ລະແຂວງ. ໃນນີ້ຢູ່ແຂວງອຸດົມໄຊ ນຳໄປຈູດທຳລາຍຖິ້ມຢາບ້າ ຈໍານວນ 329.176 ເມັດ ນ້ຳໜັກ 38,46 ກິໂລກຣາມ, ເຮໂຣອິນ 66,9 ກຼາມ, ຢາຝິ່ນ 202,33 ກຣາມ ແລະ ແປ້ງຝຸ່ນສີຂາວ 754 ກິໂລກຼາມ.

ແຂວງອັດຕະປື ຢາເສບຕິດທີ່ໄປຈູດທໍາລາຍຖິ້ມ ມີຢາບ້າຈຳນວນ 29.013 ເມັດ, ເຮໂຣອິນ 6 ແທ່ງ, ນ້ຳໜັກ 2 ກິໂລກຼາມ, ຢາໄອສ໌ 4 ກິໂລກຼາມ ຈາກຄະດີທີ່ສານຕັດສິນແລ້ວທັງໝົດ 55 ເລື່ອງ.

ແຂວງຊຽງຂວາງ ຢາເສບຕິດໄປຈູດທໍາລາຍມີ 3 ປະເພດ ທີ່ສານປະຊາຊົນແຂວງຊຽງຂວາງ ໄດ້ຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວ ແຕ່ປີ 2017-2018 ມີຢາບ້າຈຳນວນ 17.019 ເມັດ, ເຮໂຣອິນ 22 ແທ່ງ ແລະ ຢາໄອສ໌ 1 ກິໂລກຼາມ.