ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ຈອມຄໍາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະຫຼຸບສົກຮຽນ 2017-2018 ພ້ອມທັງມອບໃບປະກາສະນິຍະບັດຊັ້ນປະຖົມ ແລະ ມອບໃບຢັ້ງຢືນຈົບອະນຸບານ 3 ຂຶ້ນໃນວັນທີ 27 ມິຖຸນາ 2018 ໂດຍການເຂົ້າຮ່ວມຂອງ ທ່ານ ສົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ມີອຳນວຍການ, ພະນັກງານຄູ-ອາຈານ ແລະ ຜູ້ປົກຄອງນ້ອງນັກຮຽນ ເຂົ້າຮ່ວມ.

ທ່ານ ນາງ ຈອມຄຳ ໄຊຊະນະວົງເພັດ ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນຈອມຄຳ ໄດ້ຂຶ້ນຜ່ານບົດສະຫຼຸບສົກຮຽນ 2017-2018 ທ່ານໄດ້ກ່າວວ່າ: ໂຮງຮຽນມັດທະຍົມສຶກສາສົມບູນຈອມຄຳ ເປັນໂຮງຮຽນເອກະຊົນ ໃນໂຮງຮຽນມີ 3 ຊັ້ນ: ຊັ້ນລ້ຽງເດັກ-ອະນຸບານ, ຊັ້ນປະຖົມສົມບູນ ແລະ ຊັ້ນມັດທະຍົມສຶກສາສົມບູນ ໄດ້ດຳເນີນການຮຽນ-ການສອນຕາມຫຼັກສູດຂອງ ກະຊວງສຶກສາທິການ ແລະ ກິລາ ວາງອອກ;

ໃນສົກຮຽນ 2017-2018, ພາຍໃນໂຮງຮຽນມີໂຄງຮ່າງການຈັດຕັ້ງຄຸ້ມຄອງຄົບຖ້ວນ ມີພະນັກງານຄູ-ອາຈານທັງໝົດ 62 ຄົນ ຍິງ 48 ຄົນ ແລະ ນ້ອງນັກຮຽນທົດໝົດ 723 ຄົນ ຍິງ 281 ຄົນ; ຜ່ານການຮຽນ ແລະ ສອບເສັງປະຈຳປີສະເລ່ຍຊັ້ນປະຖົມໄດ້ 95% ແລະ ຊັ້ນມັດທະຍົມໄດ້ 90%; ນອກນີ້, ຍັງໄດ້ບຳລຸງ, ຄັດເລືອກເອົານັກຮຽນຊັ້ນ ປ 5 ແລະ ມ 4 ເຂົ້າຮ່ວມສອບເສັງນັກຮຽນເກັ່ງ ຂັ້ນເມືອງ ແລະ ຂັ້ນ ນວ.

ໂອກາດດຽວກັນນີ້, ຍັງໄດ້ມອບໃບຍ້ອງຍໍພະນັກງານຄູ-ອາຈານທີ່ສອນດີ-ສອນເດັ່ນປະເພດ 1 ມີ 30 ທ່ານ, ປະເພດ 2 ມີ 20 ທ່ານ, ມອບໃບຍ້ອງຍໍໃຫ້ນັກຮຽນເກັ່ງປະເພດ 1 ຊັ້ນປະຖົມ-ມັດທະຍົມ 22 ນ້ອງ, ປະເພດ 2 ມີ 16 ນ້ອງ, ປະເພດ 3 ມີ 9 ນ້ອງ, ມອບຍ້ອງຍໍນັກຮຽນຊ່ວຍວຽກໜ່ວຍງານອະນາໄມດີເດັ່ນ ຈຳນວນ 14 ນ້ອງ, ນັກຮຽນທີ່ປ້ອງກັນດີເດັ່ນ 27 ນ້ອງ, ນັກກິລາດີເດັ່ນ 57 ນ້ອງ, ມອບໃບຍ້ອງຍໍໃຫ້ຜູ້ປົກຄອງນັກຮຽນທີ່ໄດ້ປະກອບສ່ວນຊຸກຍູ້ລູກຫຼານເຂົ້າໃນວຽກງານສິລະປະດີເດັ່ນ ຈຳນວນໜຶ່ງ;

ພ້ອມດຽວກັນ, ກໍໄດ້ມອບໃບຢັ້ງຢືນຂັ້ນອະນຸບານ 3 ຈຳນວນ 34 ນ້ອງ ແລະ ມອບໃບປະກາດຈົບຊັ້ນ ປ 5 ຈຳນວນ 57 ນ້ອງ.