ໃນວັນທີ 28 ມິຖຸນາ 2018, ກົມຈັດຕັ້ງ-ພະນັກງານຂອງສານປະຊາຊົນສູງສຸດ ໄດ້ຈັດພິທີຝຶກອົບຮົມໃຫ້ກັບລັດຖະກອນໃໝ່ ( 95% ) ຈໍານວນ 13 ສະຫາຍ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບລະບຽບການຕ່າງໆ ແລະ ສິດໜ້າທີ່ຂອງຕົນ. ໂດຍການຂຶ້ນເຜີຍແຜ່ຂອງ ທ່ານ ກັ້ງ ເຕັມສົມບັດ ຫົວໜ້າກົມຈັດຕັ້ງ-ພະນັກງານຂອງສານປະຊາຊົນສູງສຸດ ແລະ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ.

ເຊິ່ງເອກະສານນໍາມາເຜີຍແຜ່ໃນຄັ້ງນີ້, ລວມມີຄໍາແນະນໍາການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ພະນັກງານ-ລັດຖະກອນ ເລກທີ 89/ພນ, ນວ ລົງວັນທີ 2 ສິງຫາ 2016, ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍ ລະບຽບລັດຖະກອນຕຸລາການ ເລກທີ 0132/ຄປຈ, ນວ ລົງວັນທີ 4 ທັນວາ 2013 ແລະ ກົດໝາຍວ່າດ້ວຍ ສານປະຊາຊົນ ໂດຍສະເພາະແມ່ນໄດ້ເນັ້ນໃຫ້ກັບລັດຖະກອນໃໝ່ຕ້ອງໄດ້ຮັບຮູ້ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສານ ເພາະສິ່ງເຫຼົ່ານັ້ນຈະເປັນບົດຮຽນທີ່ຈະນໍາເອົາໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຂອງທ່ານຢູ່ໃນແຕ່ລະຂົງເຂດຂອງວຽກງານຕຸລາການ.

ນອກນັ້ນ, ທ່ານ ກັ້ງ ເຕັມສົມບັດ ຫົວໜ້າກົມຈັດຕັ້ງພະນັກງານຂອງສານປະຊາຊົນສູງສຸດ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານສານປະຊາຊົນສູງສຸດ ວ່າດ້ວຍການອະນຸມັດ 50 ລັດຖະກອນ ຝຶກງານໃໝ່ໃນງວດ III ປະກອບໃສ່ການຈັດຕັ້ງຂອງສານປະຊາຊົນທ້ອງຖິ່ນ ສະບັບເລກທີ 299/ສປສສ, ນວ ລົງວັນທີ 11 ມິຖຸນາ 2018 ຄື: ຕົກລົງເຫັນດີໃຫ້ລັດຖະກອນໃໝ່ ປະຈໍາຢູ່ສານປະຊາຊົນສູງສຸດ 3 ທ່ານ, ແຂວງໄຊຍະບູລີ 2 ທ່ານ, ແຂວງໄຊສົມບູນ 1 ທ່ານ, ສານເຂດ 2 ແຂວງຫຼວງພະບາງ 1 ທ່ານ, ແຂວງເຊກອງ 1 ທ່ານ, ສານເຂດ 1 ນະຄອນຫຼວງວຽງຈັນ 1 ທ່ານ ແລະ ສານເຂດ 3 ແຂວງຈໍາປາສັກ 1 ທ່ານ.