ກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມະຕິຄຳສັ່ງຂອງກົມການເມືອງສູນກາງພັກ ກ່ຽວກັບ ວຽກງານກໍ່ສ້າງພັກ-ພະນັກງານ ເລກທີ 01/ກມສພ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນວັນທີ 28 ມິຖຸນາ 2018 ໂດຍການເຜີຍແຜ່ຂອງ ພັທ ຄໍາໝັ້ນ ແກ້ວດວງຕາ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກົມສື່ສານ ມີບັນດາຄະນະພັກ-ຄະນະບັນຊາ, ສະມາຊິກພັກ ແລະ ພະນັກງານພາຍໃນກົມສື່ສານເຂົ້າຮ່ວມ.

ພັທ ຄໍາໝັ້ນ ແກ້ວດວງຕາ ກ່າວວ່າ: ການເຜີຍແຜ່ເອກະສານຄັ້ງນີ້ ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸສາມາດເປັນແກນນຳທີ່ເຂັ້ມແຂງໃນລະບົບການເມືອງຢູ່ຮາກຖານ ເພື່ອຮັບປະກັນເຮັດໃຫ້ການນຳພາຂອງພັກ ສາມາດຕອບສະໜອງໄດ້ຄວາມເລັ່ງ ທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ເຊິ່ງພັກເຮົາມີຄວາມຈຳເປັນຕ້ອງກໍ່ສ້າງໜ່ວຍພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີຄວາມສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ວາງອອກແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ; ນອກນີ້, ຍັງໄດ້ເຜີຍແຜ່ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ກ່ຽວກັບ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ມະຕິຂອງກົມການເມືອງສູນກາງພັກ ເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ ເຊິ່ງປະກອບມີ 3 ພາກ 16 ມາດຕາ; ມະຕິຂອງກົມການເມືອງສູນກາງພັກ ເລກທີ 031/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ການຄຸ້ມຄອງພະນັກງານ ມີ 5 ພາກ 23 ມາດຕາ; ມະຕິຂອງກົມການເມືອງສູນກາງພັກ ເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ມີ 3 ພາກ 13 ມາດຕາ; ຄຳແນະນຳຂອງຄະນະຈັດຕັ້ງສູນກາງ ເລກທີ 292/ຄຈສພ ກ່ຽວກັບ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ມາດຕະຖານຂອງພະນັກງານນຳພາຄຸ້ມຄອງ ແລະ ວຽກງານຄຸ້ມຄອງພະນັກງານມີ 4 ພາກ ແລະ ຄຳສັ່ງຂອງຄະນະເລຂາທິການຂັ້ນເທິງພັກ ເລກທີ 04/ກມສພ ກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນຫຼວງ ແລະ ຮາກຖານພັກ ໃນຂອບເຂດທົ່ວປະເທດ.

ນອກຈາກນັ້ນ, ໃນກອງປະຊຸມ ຍັງໄດ້ເຜີຍແຜ່ກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບ (ສະບັບປັບປຸງ) ແລະ ເອກະສານການພົວພັນລາວ-ກຳປູເຈຍ ເພື່ອໃຫ້ບັນດາຄະນະພັກ-ຄະນະບັນຊາ ແລະ ພະນັກງານສະມາຊິກພັກໄດ້ຮັບຮູ້, ເຊື່ອມຊຶມ ແລະ ກຳແໜ້ນເອົາເນື້ອໃນຈິດໃຈຂອງແຕ່ລະບັນດາເອກະສານຕ່າງໆ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ຢູ່ໃນກົມກອງທີ່ຕົນເອງສັງກັດໃຫ້ມີຄວາມກ້າວໜ້າ ແລະ ໄດ້ຮັບໝາກຜົນສູງສຸດ.