ອາທິດແລ້ວນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຊຽງຂວາງ; ໃຫ້ການຕ້ອນຮັບໂດຍທ່ານ ປອ ຄໍາປາວ ມົວ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະພະເເນກການເງິນ ຕະຫຼອດຮອດພະນັກງານຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.

ທ່ານ ຄໍາພູມີ ບົວລະພີມ ຫົວໜ້າພະເເນກການເງິນແຂວງຊຽງຂວາງ ໄດ້ຂຶ້ນລາຍງານສະພາບການຈັດຕັ້ງແຜນງົບປະມານແຫ່ງລັດ ກໍຄືການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ ສົກປີ 2018 ໄລຍະ 5 ເດືອນຜ່ານມາ ເຊິ່ງສາມາດເກັບລາຍຮັບທ້ອງຖິ່ນໄດ້ 47 ຕື້ກີບ ກວມ 33,5% ຂອງແຜນປີ ຖ້າທຽບໃສ່ປີຜ່ານມາເຫັນວ່າເພີ່ມຂຶ້ນ. ໃນນີ້, ລາຍຮັບສ່ວຍສາອາກອນກວມເອົາ 93%, ຊັບສິນກວມເອົາ 7% ຂອງແຜນປີ, ຫົວໜ່ວຍທຸລະກິດທົ່ວແຂວງມີ 4.645 ຫົວໜ່ວຍ, ແຂວງຄຸ້ມຄອງ 235 ຫົວໜ່ວຍ, ເມືອງຄຸ້ມຄອງ 4.410 ຫົວໜ່ວຍ ແລະ ປະຕິບັດລາຍຈ່າຍໄດ້ 216,3 ຕື້ກີບ ເທົ່າກັບ 42,5% ຂອງແຜນປີ. ໃນນີ້, ລາຍຈ່າຍເງິນເດືອນ 321,2 ຕື້ກີບ ກວມເອົາ 63% ຂອງແຜນລາຍຈ່າຍ ແລະ ລາຍຈ່າຍພາກລົງທຶນຂອງລັດ 103 ຕື້ກວ່າກີບ ກວມເອົາ 20% ຂອງແຜນລາຍຈ່າຍປະຈໍາປີ.

ໂອກາດດຽວກັນນີ້, ທ່ານ ສົມດີ ດວງດີ ຍັງໄດ້ສະເເດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມຍັງໄດ້ເໜັ້ນໜັກໃຫ້ບັນດາຂົງເຂດເສດຖະກິດ ໃຫ້ຈັດຕັ້ງແຜນງົບປະມານລາຍຮັບ-ລາຍຈ່າຍຕາມແຜນທີ່ໄດ້ກໍານົດໄວ້ ພ້ອມກັນສູ້ຊົນສ້າງແຜນງົບປະມານຫັນເອົານັກລົງທຶນຈາກພາຍໃນ ແລະ ຕ່າງປະເທດມາລົງທຶນຢູ່ພາຍໃນແຂວງຊຽງຂວາງ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ສ້າງແຜນການຈັດຕັ້ງປະຕິບັດໃນຂົງເຂດຕົນເອງຮັບຜິດຊອບໃນປີ 2018 ເພື່ອກຳນົດເປັນທິດທາງ, ເປົ້າໝາຍ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນປີຕໍ່ໄປ ໃຫ້ປະກົດຜົນເປັນຈິງ.