ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປະກາດປັບປຸງການຈັດຕັ້ງຂັ້ນຫົວໜ້າກົມ ແລະ ໂຮງຮຽນທີ່ຂຶ້ນກັບ ໃນວັນທີ 9 ກໍລະກົດ 2018 ໂດຍການເປັນປະທານຂອງ ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະບັນຊາຂັ້ນກົມໃຫຍ່, ກົມກອງອ້ອມຂ້າງກົມໃຫຍ່ການເມືອງ ປກສ ເຂົ້າຮ່ວມ.

ພັອ ນາງ ວິໄລທອງ ມັງໜໍ່ເມກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ເລກທີ 1122/ປກສ ລົງວັນທີ 3 ກໍລະກົດ 2018 ວ່າດ້ວຍ ການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບ ກົມໃຫຍ່ການເມືອງ ປກສ ເພື່ອປັບປຸງກົງຈັກການຈັດຕັ້ງຂອງ ກະຊວງ ປກສ ຢູ່ແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ໃນນີ້, ລັດຖະມົນຕີກະຊວງ ປກສ ໄດ້ຕົກລົງແຕ່ງຕັ້ງ ພັທ ນາງ ຈັນເດືອນ ເທພະວົງ ເປັນຫົວໜ້າກົມນະໂຍບາຍ, ພັທ ຊາຍຄອງ ເພັດສະວົງ ເປັນຫົວໜ້າອໍານວຍການໂຮງຮຽນທິດສະດີການເມືອງ ປກສ, ສ່ວນຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ພົຈວ ອາລູ ວາລີຊື ໄດ້ໃຫ້ທິດຊີ້ນໍາຕໍ່ນາຍຕໍາຫຼວດທີ່ຖືກມອບໝາຍໜ້າໃໝ່ ໂດຍເນັ້ນໜັກໃຫ້ຍົກສູງບົດບາດການນໍາພາຂອງຕົນຕໍ່ວຽກງານວິຊາສະເພາະໃຫ້ສູງຂຶ້ນ, ປັບປຸງແບບແຜນວິທີການນໍາພາ, ແບບແຜນວິທີເຮັດວຽກງາກ, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ພາຍນອກຢ່າງແໜ້ນແຟ້ນ, ປະຕິບັດລະບອບປະຊຸມສ່ອງແສງລາຍງານໃຫ້ເປັນປົກກະຕິ, ເປັນຜູ້ຊີ້ນໍາ ແລະ ກວດກາປະເມີນຜົນວຽກງານຕົວຈິງຢ່າງເປັນປົກກະຕິ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.